ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຮຽກຮ້ອງໃຫ້ສາກົນ ສືບຕໍ່ ກົດດັນ ເກົາຫຼີເໜືອ ໃຫ້ລົບລ້າງ ອາວຸດນິວເຄລຍ


ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຍ່າງໄປຫາຕັ່ງຂອງທ່ານ ໃນຂະນະທີ່ເຂົ້າຮ່ວມ ກອງປະຊຸມສອງຝ່າຍ ລະຫວ່າງ ສະຫະລັດ ແລະເມັກຊິໂກ ກ່ຽວກັບການທັບມ້າງ ການຈັດຕັ້ງ ອາຊະຍາກໍາຂ້າມຊາດ ທີ່ຈັດຢູ່ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 14 ທັນວາ 2017.
ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຍ່າງໄປຫາຕັ່ງຂອງທ່ານ ໃນຂະນະທີ່ເຂົ້າຮ່ວມ ກອງປະຊຸມສອງຝ່າຍ ລະຫວ່າງ ສະຫະລັດ ແລະເມັກຊິໂກ ກ່ຽວກັບການທັບມ້າງ ການຈັດຕັ້ງ ອາຊະຍາກໍາຂ້າມຊາດ ທີ່ຈັດຢູ່ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 14 ທັນວາ 2017.

ທ່ານ​ເຣັກສ໌ ທິລເລີ​ສັນ (Rex Tillerson) ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດສະ
ຫະລັດ ກ່າວວ່າ ທ່ານ​ຈະເຂົ້າຮ່ວມສົນທະນາກັບ​ສະມາຊິກ​ຂອງ​ສະພາ​ຄວາມໝັ້ນຄົງ
ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ສຸກ​ມື້ນີ້ ​ກ່ຽວກັບ​ການ "ທໍາ​ຄວາມ​ກົດ​ດັນໃນ​ຂີດ​ສູງ​ສຸດ"
ຕໍ່​ເກົາຫລີ​ເໜືອ ​ເພື່ອ​ໃຫ້​ປະ​ເທດ​ດັ່ງກ່າວ​ລົບ​ລ້າງ​ໂຄງການ​ອາວຸດ​ນີວ​ເຄລຍພາຍ​ໃນ
​ບໍ່​ເທົ່າ​ໃດ​ມື້ ພາຍຫລັງ​ທີ່​ທ່ານ​ໄດ້​ຍື່ນ​ທາງອອກອັນ​ຂຽວງາມ​ແກ່​ພຽງຢາງ.


​ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ເວົ້າວ່າ ທ່ານທິລເລີ​ສັນ ຈະຮຽກຮ້ອງ​ໃຫ້​ສະ
ມາຊິກຂອງ​ສະພາ​ຄວາມໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ທຸກ​ຄົນ​ເຮັດ​ວຽກຮ່ວມ​ກັນ
​ເພື່ອ​ສືບ​ຕໍ່ປຸກລະດົມ​ໃຫ້ທໍາ​ການກົດ​ດັນ​ທາງ​ດ້ານ​ເສດຖະກິດ ​ແລະ​ການ​ທູດຕໍ່ເກົາຫລີ
​ເໜືອ ເພື່ອ​ບັງຄັບໃຫ້ລະບອບ​ປົກຄອງ​ໃນ​ປະ​ເທດ​ດັ່ງກ່າວ ຢຸດຕິ​ໂຄງການ​ນີວ​ເຄລຍ
​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ລົງ.


ທ່ານທິລເລີ​ສັນ ຍັງ​ຈະ​ພົບ​ປະ​ກັບ​ເລຂາ​ທີ​ການ​ໃຫຍ່ ສະຫະ​ປະຊາ​ຊາດ, ທ່ານ ອາ​ໂຕ​ນິ
​ໂຍ ກຸດ​ແທ​ເຣັສ໌ (António Guterres) ​ໃນ​ວັນ​ສຸກ​ມື້ນີ້.

ເກົາຫລີ​ເໜືອ​ແມ່ນ​ມີ​ບັນຫາສໍາຄັນ​ສູງ​ຢູ່​ໃນ​ລາຍການ​ຂອງ​ການ​ພົບ​ປະກັນ​ລະຫວ່າງ
ທ່ານ ກຸດ​ແທ​ເຣັສ໌ ​ແລະ​ທ່ານ​ຊິນ​ໂຊ ອະ​ເບະ (Shinzo Abe) ​ໃນ​ລະຫວ່າງ​ທີ່​ທ່ານ
ກຸດ​ແທ​ເຣັສ໌ ຢ້ຽມຢາມນະຄອນ​ໂຕກຽວ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ ກຸດ​ແທ​ເຣັສ໌ ກ່າວ​ຢູ່ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ຢູ່​ສະ​ໂມ​ສອນ​ຂ່າວສານ
​ແຫ່ງ​ຊາດ​ຂອງ​ຍີ່​ປຸ່ນ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ຈຸ​ດປະສົງ ກໍ​ຄື​ເຮັດ​ໃຫ້​ປອດ​ອາວຸດ
​ນີວ​ເຄລຍ​ໃນ​ແຫລມ​ເກົາຫລີ ​ແລະ​ມັນ​ກໍ​ມີ​ຄວາມ​ສໍາຄັນ​ຫລາຍ​ທີ່​ສຸດທີ່​ຕ້ອງ​ໄດ້​ຮັກສາ​
ຄວາມສາມັກຄີ​ກັນ​ຢູ່​ໃນ
ສະພາ​ຄວາມໝັ້ນຄົງ. ​ຄວາມ​ສາມັກຄີ​ກັນ​ຢູ່​ໃນສະພາ​ຄວາມໝັ້ນ
ຄົງ--ນັ້ນ​ເປັນ​ເຄື່ອງມື​ສໍາຄັນ​ຫລາຍ ​ເພື່ອ​ໃຫ້​ບັນລຸເປົ້າໝາຍນີ້ ແຕ່​ພ້ອມ​ກັນນັ້ນ
ກໍ​ອະນຸຍາດ​ໃຫ້​ມີ​ການ​ໂອ້​ລົມ​ກັນ​ທາງ​ການ​ທູດ ທີ່​ອາດ​ຈະ​ເຮັດ​ໃຫ້​ບັນລຸ
ເປົ້າໝາຍນີ້ໄດ້ ຢ່າງ​ສັນຕິ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG