ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ຫລ ກ່າວ​ວ່າ ເກົາ​ຫຼີ​ເໜືອ ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ກ້າວ​ໜ້າ ໃຫ້​ແກ່​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ ດ້ວຍ​ການ​ສົ່ງ​ດາວ​ທຽມ


ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ຢູ່​ໃນ​ລາຍ​ການ​ຂ່າວ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ຢູ່​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ວັນ​ທ 22 ພະ​ຈິກ 2023.
ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເກົາ​ຫຼີ​ເໜືອ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ຢູ່​ໃນ​ລາຍ​ການ​ຂ່າວ​ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ຢູ່​ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ວັນ​ທ 22 ພະ​ຈິກ 2023.

ສະ​ຫະ​ລັດ​ກ່າວ​ຫາ​ເກົາ​ຫຼີ​ເໜືອ ​ໃນ​ວັນ​ຈັນ​ວານນີ້​ວ່າ ໃຊ້​ການ​ສົ່ງ​ດາວ​ທຽມສອດ​ແນມ​ທາງ​ທະ​ຫານ​ທີ່​ຖືກ​ຫ້​າມ ເພື່ອ​ພະ​ຍາ​ຍາມ​ສ້າງ​ຄວາ​ມ​ກ້າວ​ໜ້າ​ໃຫ້​ແກ່​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ພຽງ​ຢາງ​ໄດ້​ປະ​ຕິ​ເສດ.

“ສ​ປ​ປ ເກົາ​ຫຼີ​ກຳ​ລັງ​ພະ​ຍາ​ຍາມ​ຍາມ​ແບບ​ບໍ່​ສະ​ທ້ານ​ຢ້ານ​ກົວ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າໃຫ້​ແກ່ລະ​ບົບ​ຍິງ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ ໂດຍ​ທຳ​ການ​ທົດ​ລອງເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຊຶ່ງ​ເປັນ​ການ​ລະ​ເມີດ​ຢ່າງ​ເປີດ​ແປນ​ຕໍ່​ມະ ​ຕິຕ່າງໆ​ຂອງ​ສະ​ພານີ້” ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ໂທ​ມາ​ສ ກ​ຣີນ​ຟິ​ລ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ ໂດຍ​ໃຊ້​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ - ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີ.

ພຽງ​ຢາງ​ໄດ້​ຖືກ​ຫ້າມ​ໂດຍ​ມະ​ຕິ​ຫຼາຍໆ​ສະ​ບັບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ບໍ່​ໃຫ້​ດຳ​ເນີນ​ກິດ​ຈະ​ກຳ​ໃດໆ ​ກ່ຽວ​ກັບ​ອາ​ວຸດ​ນິວ​ເຄ​ລຍ​ຫຼື​ລູກ​ສອນ​ໄຟ. ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂທ​ມາ​ສ ກ​ຣີນ​ຟິ​ລ ໃຫ້​ຂໍ້​ສັງ​ເກດ​ວ່າເກົາ​ຫຼີ​ເໜື​ອ ໄດ້ຍິງ​ສົ່ງດາວ​ທຽມ 3 ເທື່ອ​ໃນ​ປີນີ້ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 29 ຄັ້ງ ຮວມ​ທັງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ 4 ລູກ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ເກົາ​ຫຼີ​ເໜືອ​ໄດ້​ອອກ​ຄຳ​ເຕືອນ​ກ່ອນ​ການ​ຍິງ​ໄປ​ຍັງ​ໜ່ວຍ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ ກ່ຽວ​ກັບ​ການ​ຍິງ​ຈະ​ຫຼວດ​ຂຶ້ນ​ອະ​ວະ​ກາດ ແຕ່​ບໍ່​ໄດ້​ເຕືອນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອາ​ກາດ ຫຼື​ທາງ​ທະ​ເລ ​ຕໍ່​ອົງ​ການ​ຈັດ​ຕັ້ງ​ທາງ​ທະ​ເລ​ແລະ​ທາງ​ອາ​ກາດ​ຂອງ​ລະ​ຫວ່າງ​ປະ​ເທດ ກ່ຽວ​ກັບ​ການ​ຍິງ​ຂອງ​ຕົນ​ເມື່ອ​ວັນ​ທີ 21 ພະ​ຈິກ ຊຶ່ງ​ໄດ້​ບິນ​ຂ້າມ​ປະ​ເທດ​ຍີ່​ປຸ່ນ​ໂດຍ​ກົງ.

“​ການ​ຍິງຂອງ ສ​ປ​ປ ເກົາ​ຫຼີແມ່ນ​ເປັນ​ຄວາມ​ສ່ຽງ​ທີ່​ຮ້າຍ​ແຮງ ​ຕໍ່​ການ​ສັນ​ຈອນໄປມາທາງ​ອາ​ກາດ​ແລະ​ທາງ​ທະ​ເລ​ ຂອງ​ພົນ​ລະ​ເຮືອນ” ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຄາ​ເລັດ ຄີ​ອາ​ຣີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ຂ່າວ.

ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຍີ່​ປຸ່ນ ໄດ້​ປະ​ນາມ “ການ​ປະ​ພຶດ​ທີ່​ໜ້າ​ຢ້ານ​” ແລະ “ບ້າ​ບິ່ນຂາດ​ຄວາມ​ຮັບ​ຜິດ​ຊອບ” ຂອງ​ພຽງ​ຢາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG