ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປ່ຽນທິດທາງ ອີກຄັ້ງນຶ່ງ ໃນການເລີ້ມ ກົດດັນ ຕໍ່ເກົາຫຼີເໜືອ ຄືນໃໝ່


ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ເດີນທາງໄປຮອດ ສະໜາມບິນສາກົນ ຊູນານ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 6 ກໍລະກົດ 2018.
ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ເດີນທາງໄປຮອດ ສະໜາມບິນສາກົນ ຊູນານ ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 6 ກໍລະກົດ 2018.

ໃນວັນພຸດວານນີ້ ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຕືອນວ່າ ສະຫະລັດ ອາດຈະເລີ້ມ
ການຊ້ອມລົບທາງທະຫານກັບເກົາຫຼີໃຕ້ ແລະຍີ່ປຸ່ນ ຄືນໃໝ່ ໃນຍາມໃດກໍໄດ້ ຖ້າຫາກ
ບໍ່ມີຄວາມກ້າວໜ້າ ກ່ຽວກັບການປົດອາວຸດນິວເຄລຍຂອງເກົາຫຼີເໜືອ ແລະໄດ້ເຕືອນ
ອີກວ່າ “ການຊ້ອມລົບນັ້ນ ຈະໃຫຍ່ຂຶ້ນກວ່າເກົ່າ ແບບທີ່ບໍ່ເຄີຍມີມາກ່ອນ.”

ທ່ານທຣຳ ໄດ້ອອກຖະແຫລງການ ຂອງທຳນຽບຂາວ ໃນຕອນແລງ ວັນພຸດວານນີ້
ຜ່ານທາງທວີດເຕີ ໂດຍຖິ້ມໂທດໃສ່ຈີນ ທີ່ເຮັດໃຫ້ສາຍສຳພັນລະຫວ່າງ ສະຫະລັດ
ແລະເກົາຫຼີເໜືອ ນັ້ນ ຫຍຸ້ງຍາກ.

ທ່ານທຣຳໄດ້ກ່າວໂດຍຂຽນລົງໃນທວີດເຕີຫຼາຍຄັ້ງວ່າ “ປະທານາທິບໍດີ ດໍໂນລ ເຈ
ທຣຳ ມີຄວາມຮູ້ສຶກຢ່າງໜັກແໜ້ນວ່າ ເກົາຫຼີເໜືອ ກຳລັງຢູ່ພາຍໃຕ້ຄວາມກົດດັນ
ຢ່າງໜັກ ຈາກຈີນ ກໍຍ້ອນ ການຂັດແຍ້ງດ້ານການຄ້າ ຂອງພວກເຮົາ ກັບລັດຖະບານ
ຈີນ. ໃນເວລາດຽວກັນ ພວກເຮົາຍັງຮູ້ດີວ່າ ຈີນກຳລັງສະໜອງການຊ່ອຍເຫຼືອ ໃຫ້ແກ່
ເກົາຫຼີເໜືອ ຫຼາຍພໍສົມຄວນ ລວມທັງ ເງິນ ນ້ຳມັນ ປຸຍ ແລະ ສິນຄ້າຕ່າງໆຫຼາຍຢ່າງ.
ອັນນີ້ກໍບໍ່ເປັນການຊ່ອຍຫຍັງເລີຍ!”

ໂຄສົກຍິງ ຂອງກະຊວງການຕ່າງປະເທດຈີນ ບໍ່ເອົາຫົວຊາ ນຳຄຳເຫັນຂອງປະທານາ
ທິບໍດີ ທຣຳ ໂດຍຖືວ່າ “ຂາດຄວາມຮັບຜິດຊອບ” ແລະ ເປັນວັນພະຫັດທີ່ສັບສົນ.
ທ່ານນາງ ຫົວ ຈຸນຢິງ ໄດ້ບອກບັນດານັກຂ່າວ ໃນນະຄອນຫຼວງ ປັກກິ່ງ ວ່າ ສະຫະລັດ
ຄວນເບິ່ງຕົນເອງເສຍກ່ອນ ຈຶ່ງຈະມາຖິ້ມໂທດ ໃນສະພາບການບໍ່ໄປບໍ່ມາໃສ່ພຽງຢາງ.

ເຖິງຢ່າງໃດກໍຕາມ ທ່ານປະທານາທິບໍດີ ໄດ້ສະແດງໃຫ້ເຫັນວ່າ ຍັງເປັນໄປໄດ້ຢູ່ ທີ່ຈະ
ທຳຄວາມກ້າວໜ້າໃນດ້ານການທູດ ເພາະວ່າ ທ່ານ “ເຊື່ອວ່າ ສາຍສຳ ພັນຂອງທ່ານ
ກັບ ທ່ານ ກິມ ຈົງ ອຶນ ນັ້ນ ແມ່ນດີຫຼາຍ ແລະ ອົບອຸ່ນ”
ແລະ ເຫັນວ່າ “ບໍ່ມີເຫດຜົນໃດ
ໃນເວລານີ້”
ທີ່ຈະໃຊ້ຈ່າຍເງິນ ສຳລັບການຊ້ອມລົບທາງທະຫານ ກັບເກົາຫຼີໃຕ້.

ທີ່ກອງປະຊຸມສຸດຍອດ ຢູ່ສິງກະໂປ ເມື່ອເດືອນມິຖຸນາ ຜ່ານມາ ທ່ານທຣຳ ໄດ້ຕັດສິນໃຈ
ຢ່າງບໍ່ໜ້າເຊື່ອ ທີ່ຈະງົດການຊ້ອມລົບຮ່ວມ ຫຼັງຈາກທີ່ທ່ານກິມ ໄດ້ໃຫ້ຄຳໝັ້ນໝາຍ ຢ່າງ
ກວ້າງຂວາງ ທີ່ຈະ “ດຳເນີນງານ ໄປສູ່ການປົດອາວຸດນິວເຄລຍທັງໝົດ ຈາກແຫຼມ
ເກົາຫຼີ.”

ການຂຽນລົງທວີດເຕີຂອງທ່ານທຣຳ ມີຂຶ້ນນຶ່ງວັນ ຫຼັງຈາກທີ່ ລັດຖະມົນຕີວ່າການ
ກະຊວງປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ໄດ້ກ່າວວ່າ ທຳນຽບຫ້າແຈ ກຳລັງພິຈາ
ລະນາເບິ່ງ ການຊ້ອມລົບທາງທະຫານຮ່ວມ ກັບເກົາຫຼີໃຕ້ ຄືນໃໝ່ໃນປີໜ້າ.

ທ່ານແມັດຕິສ ໄດ້ກ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນທຳນຽບຫ້າແຈ ວ່າ ການໂຈະ
ການຊ້ອມລົບ ໃນລະດູຮ້ອນ ໄວ້ຊົ່ວຄາວ ນັ້ນ ກໍແມ່ນ “ເປັນການສະແດງອອກເຖິງ
ຄວາມຈິງໃຈ”
ຕໍ່ເກົາຫຼີເໜືອ ແຕ່ວ່າ ມັນບໍ່ແມ່ນຄວາມໝັ້ນໝາຍ ທີ່ບໍ່ສິ້ນສຸດ.

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາບໍ່ມີແຜນການໃນເວລານີ້ ທີ່ຈະງົດການຊ້ອມລົບໃດໆ
ຕື່ມອີກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG