ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພອມ​ພຽວ ພົບ​ປະກັບເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ເກົາ​ຫຼີ​ເໜືອ ໃນ​ນະ​ຄອນ​ນິວຢອກ


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ທຳ​ນຽບ​ຂາວ ກ່ຽວ​ກັບ​ເກົາ​ຫຼີ​ເໜືອ, 7 ມິ​ຖຸ​ນາ 2018, ວໍ​ຊີງ​ຕັນ.
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານໄມ​ຄ໌ ພອມ​ພຽວ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ທຳ​ນຽບ​ຂາວ ກ່ຽວ​ກັບ​ເກົາ​ຫຼີ​ເໜືອ, 7 ມິ​ຖຸ​ນາ 2018, ວໍ​ຊີງ​ຕັນ.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານໄມ​ຄ໌ ພອມ​ພຽວ ຈະ​ພົບ​ປະ​ກັບເຈົ້າ​ໜ້າ​ທີ່​
ອະ​ວຸ​ໂສ​ຂອງ​ເກົາ​ຫຼີ​ເໜືອ ໃນ​ວັນ​ພະ​ຫັດ​ມື້​ຮື ໃນ​ນະ​ຄອນ​ນິວຢອກ.

ກະ​ຊວງການ​ຕ່າງ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບນຶ່ງ ໃນ​ວັນ​ຈັນ​ວານ​ນີ້ທີ່​ລະ​ບຸ​ວ່າ
ທ່ານ​ພອມ​ພຽວ ກັບ​ທ່ານ​ກິມ​ ຢົງ ໂຊ​ລ໌ ທີ່​ປຶກ​ສາ​ອະ​ວຸ​ໂສ​ຂອງ​ຜູ້​ນຳເກົາ​ຫຼີ​ເໜືອ ກິມ​ ຈົງ
ອຶນ, ຈະ​ປຶກ​ສາ​ຫາ​ລື​ກັນ “ເພື່ອ​ດຳ​ເນີນ​ຂັ້ນ​ຕອນ​ຂອງ ​4 ພາກ​ສ່ວນທີ່ສຳຄັນທັງໝົດ ​
ໃນຖະ​ແຫຼງ​ການ​ຮ່ວມຂອງກອງ​ປະ​ຊຸມ​ສຸດຍອດ​ທີ່​ປະ​ເທດ​ສິງ​ກະ​ໂປ, ທີ່​ຮວມ​ທັງ
ການ​ບັນ​ລຸ​ເປົ້າ​ໝາຍ​ສຸດ​ທ້າຍ, ການ​ປົດ​ອາ​ວຸດນິວ​ເຄ​ລຍ”
ຂອງ​ເກົ​າ​ຫຼີ​ເໜືອທີ່ຈະພິສູດ
ໄດ້ຢ່າງຄົບຖ້ວນ.

ທ່ານກິມ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ໌ ທ​ຣຳ ໄດ້​ລົງ​ນາມ​ໃນຂໍ້​ຕົກ​ລົງ
ທີ່ກອງ​ປະ​ຊຸມ​ສຸດຍອດ​ສຳ​ຄັນ ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້ ທີ່​ຈະປົດ​ອາ​ວຸດນິວ​ເຄ​ລຍ
ໃນ​ແຫຼມ​ເກົາ​ຫຼີ, ແຕ່​ວ່າ​ທັງ​ສອງ​ຝ່າຍ ໄດ້​ຢູ່​ໃນ​ທ່າທີທີ່ບໍ່ລົງລອຍກັນ ກ່ຽວ​ກັບບາດກ້າວ
ຂອງຄວາມ​ພະ​ຍາ​ຍາມ​ຂອງ​ພຽງ​ຢາງ ທີ່​ຈະ​ຍຸ​ຕິ​ໂຄງ​ການ​ອາ​ວຸດ​ນິວ​ເຄ​ລຍຂອງຕົນ.

ເກົາ​ຫຼີ​ເໜືອ ​ໄດ້​ເຕືອນ​ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າ ຕົນ​ຈະ​ພິ​ຈາ​ລະ​ນາ​ວ່າຈະ​ຟື້ນ​ຄືນ​
ໂຄງ​ການອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ ຖ້າ​ຫາກວ່າ​ສະ​ຫະ​ລັດບໍ່​ຍົກເລີກ​ການ​ລົງ​ໂທດ​
ຕໍ່​ການ​ເສດ​ຖະ​ກິດທີ່ລ່ອຍຫຼໍຂອງ​ລະບອບ​ການ​ປົກ​ຄອງນີ້. ນອກນັ້ນ ເກົາ​ຫຼີ​ເໜືອ
ຍັງສະ​ແຫວງ​ຫາ​ສົນ​ທິສັນ​ຍາ​ສັນ​ຕິພາບ​ກັບ​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ທີ່ຈະ​ຍຸ​ຕິ​ສົງ​ຄາມ
ຢ່າງ​ເປັນ​ທາງ​ການລະ​ຫວ່າງ 1950-53 ທີ່​ແບ່ງ​ແຍກ ປະ​ເທດ​ຄອມ​ມຸຍ​ນິດ​ເກົາ​ຫຼີ​ເໜືອ
ອອກຈາກ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ​ເກົາ​ຫຼີ​ໃຕ້ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG