ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເປີດໂອກາດ ເພື່ອຫາລືເຈລະຈາກັບ ເກົາຫຼີເໜືອ


ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ ເພັນສ ນັ່ງແຖວໜ້າ ຜູ້ຕາງໜ້າເກົາຫຼີເໜືອ ທ່ານ ກິມ ຢອງ ນຳ, ແລະ ນ້ອງສາວ
ຂອງທ່ານ ກິມ ຈອງ ອຶນ ຜູ້ນຳ ເກົາຫຼີເໜືອ ທ່ານນາງ ກິມ ໂຢ ຈົງ ເຂົ້າຮ່ວມພິທີເປີດກິລາໂອລິມປິກລະດູໜາວ ພຽງຈາງ, ເກົາຫຼີໃຕ້, 9 ກຸມພາ, 2018.
ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ ເພັນສ ນັ່ງແຖວໜ້າ ຜູ້ຕາງໜ້າເກົາຫຼີເໜືອ ທ່ານ ກິມ ຢອງ ນຳ, ແລະ ນ້ອງສາວ ຂອງທ່ານ ກິມ ຈອງ ອຶນ ຜູ້ນຳ ເກົາຫຼີເໜືອ ທ່ານນາງ ກິມ ໂຢ ຈົງ ເຂົ້າຮ່ວມພິທີເປີດກິລາໂອລິມປິກລະດູໜາວ ພຽງຈາງ, ເກົາຫຼີໃຕ້, 9 ກຸມພາ, 2018.

ສະຫະລັດ ໄດ້ແຈ້ງວ່າ ຕົນມີຄວາມປາດຖະໜາດີ ຄັ້ງໃໝ່ຕໍ່ການເຈລະຈາກັບ ເກົາຫຼີ
ເໜືອ, ແຕ່ກໍຍັງຄົງເປັນການຍາກທີ່ຈະເຫັນການແກ້ໄຂບັນຫາຢ່າງສັນຕິ ຕໍ່ວິກິດການ
ນິວເຄລຍ ໃນແຫຼມ ເກົາຫຼີ ໃນອະນາຄົດອັນໃກ້ນີ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຣັກສ ທິລເລີສັນ ໄດ້ກ່າວໃນວັນອາ
ທິດວານນີ້ວ່າ, ທ່ານມີເຈຕະນາທີ່ຈະຮັກສາຊ່ອງທາງຂອງການສື່ສານຕ່າງໆ ເປີດໃຫ້
ເກົາຫຼີເໜືອ ແລະ ກຳລັງ “ຟັງ” ທ່າທີຕ່າງໆ ວ່າ ລັດຖະບານ ກິມ ຈອງ ອຶນ ແມ່ນ “ພ້ອມ
ແລ້ວທີ່ຈະເຈລະຈາ” ເເທ້ຫຼືບໍ່.

ການປ່ຽນແປງນໍ້າສຽງຈາກລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ຕໍ່ການສະ
ໜັບສະໜູນການເຈລະຈາສຳຫຼວດຢ່າງບໍ່ມີເງື່ອນໄຂກັບລັດຖະບານ ພຽງຢາງ, ແລະ
ຫ່າງຈາກການເຈລະຈາ ກ່ຽວກັບ ການໂຈມຕີທາງທະຫານຝ່າຍດຽວຕໍ່ ເກົາຫຼີເໜືອ
ນັ້ນ, ໄດ້ມີຂຶ້ນໃນການຕອບສະໜອງຕໍ່ການຜ່ອນຄາຍຄວາມເຄັ່ງຕຶງສຳລັບກິລາ
ໂອລິມປິກ ເຊິ່ງຖືກເຈລະຈາໂດຍປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນນັ້ນ.

ການຕົກລົງຂອງ ເກົາຫຼີເໜືອ ທີ່ຈະເຂົ້າຮ່ວມໃນກິລາໂອລິມປິກລະດູໜາວ ພຽງຈາງ
ໃນເກົາຫຼີໃຕ້ ໄດ້ມີຂຶ້ນດ້ວຍການຢຸດຄວາມພະຍາຍາມຄັ້ງໃຫຍ່ຂອງເຂົາເຈົ້າໄວ້ ກ່ຽວ
ກັບ ການພັດທະນາລູກສອນໄຟຂີປະນາວຸດນິວເຄລຍຂ້າມທະວີບ ທີ່ສາມາດຍິງເຖິງ
ແຜ່ນດິນໃຫຍ່ ສະຫະລັດ ໄດ້. ສະຫະລັດ ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນ
ຄວາມເຄັ່ງຕຶງໂດຍການເລື່ອນການຊ້ອມທະຫານຮ່ວມກັບ ເກົາຫຼີໃຕ້ ຈົນກວ່າກິລາ
ໂອລິມປິກຈະສິ້ນສຸດລົງເສຍກ່ອນ.

ຫຼັງຈາກໄດ້ນຳພາຄະນະນັກກິລາໂອລິມປິກ ອາເມຣິກັນ ໃນ ເກົາຫຼີໃຕ້ແລ້ວ, ຮອງ
ປະທານາທິບໍດີ ສະຫະລັດ ທ່ານ Mike Pence ກໍໄດ້ກ່າວເຊັ່ນກັນວ່າ ສະຫະລັດ
ອາດເປີດການເຈລະຈາທີ່ບໍ່ມີເງື່ອນໄຂຢ່າງເປັນທາງການ, ແຕ່ໄດ້ກ່າວເນັ້ນວ່າ ສະ
ຫະລັດ ຈະສືບຕໍ່ຂະຫຍາຍມາດຕະການລົງໂທດຕໍ່ ເກົາຫຼີເໜືອ ຈົນກວ່າວ່າ ລັດຖະ
ບານ ພຽງຢາງ ຈະຕົກລົງ ທີ່ຈະເຂົ້າຮ່ວມໃນການເຈລະຈາຢ່າງເປັນທາງການ ເພື່ອ
ປະຖິ້ມອາວຸດນິວເຄລຍຂອງເຂົາເຈົ້າ ໃນການແລກປ່ຽນກັບຄວາມຮັບປະກັນດ້ານ
ຄວາມປອດໄພ ແລະ ການຊ່ວຍເຫຼືອດ້ານເສດຖະກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG