ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທູດພິເສດ ສຫລ ວ່າ ການເຈລະຈາ ມີ ຜົນປະໂຫຍດ ແລະຈະພົບກັນອີກ ກ່ອນ ກອງປະຊຸມ ສຸດຍອດ ຄັ້ງທີສອງ


ນັກທ່ອງທ່ຽວ ຄົນນຶ່ງ ກຳລັງເບິ່ງແຜນທີ່ ຂອງແຫຼມເກົາຫຼີ ຢູ່ທີ່ຫໍພິພິທະພັນ ຢູ່ໃນເຂດຫວງຫ້າມ ທີ່ເປັນພື້ນທີ່ປອດທະຫານ ຫຼື DMZ ໃນເມືອງ ໂກເສອົງ ຂອງເກົາຫຼີໃຕ້, ວັນທີ 8 ກຸມພາ 2019.
ນັກທ່ອງທ່ຽວ ຄົນນຶ່ງ ກຳລັງເບິ່ງແຜນທີ່ ຂອງແຫຼມເກົາຫຼີ ຢູ່ທີ່ຫໍພິພິທະພັນ ຢູ່ໃນເຂດຫວງຫ້າມ ທີ່ເປັນພື້ນທີ່ປອດທະຫານ ຫຼື DMZ ໃນເມືອງ ໂກເສອົງ ຂອງເກົາຫຼີໃຕ້, ວັນທີ 8 ກຸມພາ 2019.

ທ່ານ ສຕີບເວັນ ບີກັນ ຜູ້ຕາງໜ້າພິເສດຂອງສະຫະລັດ ສຳລັບເກົາຫຼີເໜືອ ໄດ້ກ່າວວ່າ
ການເຈລະຈາ ກັບເກົາຫຼີເໜືອ ນັ້ນ ໄດ້ມ້ວນທ້າຍລົງ ໃນວັນສຸກວານນີ້ ໃນນະຄອນຫຼວງ
ພຽງຢາງ ເພື່ອການຕຽມການຂອງກອງປະຊຸມສຸດຍອດຄັ້ງທີ 2 ກັບເກົາຫຼີເໜືອ ທີ່ຈະມີ
ຂຶ້ນ ໃນວັນທີ 27 ຫາ 28 ເດືອນກຸມພານີ້ ແມ່ນມີຜົນປະໂຫຍດຫຼາຍ.

“ພວກເຮົາບໍ່ຮູ້ວ່າ ຈະໄປຈັດຢູ່ບ່ອນໃດ. ແຕ່ ພວກເຮົາກຳລັງຢູ່ໃນລະຫວ່າງ ການປຶກ
ສາຫາລືກັບເກົາຫຼີເໜືອຢູ່”
ທ່ານ ບີກັນ ໄດ້ກ່າວໄປ ໃນຂະນະທີ່ ປະຊຸມກັນກັບ ລັດຖະ-
ມົນຕີວ່າການຕ່າງປະເທດ ຂອງເກົາຫຼີໃຕ້ ທ່ານ ກັງ ຮີຢຸງ-ວາ ໃນວັນເສົາມື້ນີ້ ຢູ່ໃນນະ-
ຄອນຫຼວງໂຊລ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດຜ່ານທາງທວີເຕີ ກ່ອນໜ້ານີ້
ວ່າ ການພົບປະຂອງທ່ານ ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຈະມີຂຶ້ນຢູ່ໃນນະ-
ຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.

ຜູ້ຕາງໜ້າພິເສດຂອງສະຫະລັດ ສຳລັບເກົາຫຼີເໜືອ ທ່ານ ສຕີບເວັນ ບີກັນ (Stephen Biegun) ຫ້ອມລ້ອມໂດຍ ສື່ມວນຊົນ ໃນຂະນະທີ່ທ່ານເດີນທາງໄປຮອດ ສະໜາມບິນສາກົນ ອິນຈອນ ໃນນະຄອນ ອິນຈອນ ຂອງເກົາຫຼີໃຕ້, ວັນທີ 3 ກຸມພາ 2019.
ຜູ້ຕາງໜ້າພິເສດຂອງສະຫະລັດ ສຳລັບເກົາຫຼີເໜືອ ທ່ານ ສຕີບເວັນ ບີກັນ (Stephen Biegun) ຫ້ອມລ້ອມໂດຍ ສື່ມວນຊົນ ໃນຂະນະທີ່ທ່ານເດີນທາງໄປຮອດ ສະໜາມບິນສາກົນ ອິນຈອນ ໃນນະຄອນ ອິນຈອນ ຂອງເກົາຫຼີໃຕ້, ວັນທີ 3 ກຸມພາ 2019.

ທ່ານ ບີກັນ ໄດ້ກ່າວ ໂດຍໃຊ້ອັກສອນຫຍໍ້ DPRK ທີ່ເປັນຊື່ທາງການ ສຳລັບເກົາຫຼີ
ເໜືອ ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີເໜືອ ວ່າ “ທ່ານປະທານາ-
ທິບໍດີ ແມ່ນຍິນດີຫຼາຍ ທີ່ຈະເອົາບາດກ້າວຕໍ່ໄປ. ພວກເຮົາຍັງມີວຽກຫຍຸ້ງຍາກໃນ
ບາງສ່ວນ ທີ່ຈະຕ້ອງເຮັດ ກັບ DPRK ໃນລະຫວ່າງ ດຽວນີ້ ຈົນເຖິງຕອນນັ້ນ. ແລະ
ໃນເວລານັ້ນ ຂ້າພະເຈົ້າ ໝັ້ນໃຈວ່າ ຖ້າທັງສອງຝ່າຍ ຍັງຍຶດໝັ້ນກັບຄວາມໝັ້ນ
ໝາຍ ຢູ່ຄືເກົ່າ ພວກເຮົາກໍສາມາດທຳຄວາມກ້າວໜ້າທີ່ແທ້ຈິງໄດ້ ຢູ່ແຫ່ງນີ້.”

ໃນຂໍ້ຄວາມທີ່ຂຽນລົງທວີດຂອງທ່ານ ທ່ານປະທານາທິບໍດີ ກ່າວຕື່ມວ່າ “ຂ້າພະເຈົ້າ
ຍິນດີທີ່ຈະພົບປະກັບ ປະທານ ກິມ ແລະທຳຄວາມກ້າວໜ້າ ເພື່ອສັນຕິພາບ!”

ປະທານາທິບໍດີ ທຣຳ ຍັງໄດ້ຂຽນລົງທວີເຕີອີກ ວ່າ “ເກົາຫຼີເໜືອ ພາຍໃຕ້ການນຳພາ
ຂອງທ່ານ ກິມ ຈົງ ອຶນ ຈະກາຍເປັນມະຫາອຳນາດທາງດ້ານເສດຖະກິດທີ່ຍິ່ງໃຫຍ່. ທ່ານອາດຈະເຮັດໃຫ້ຄົນບາງສ່ວນປະຫຼາດໃຈ ແຕ່ທ່ານຈະບໍ່ເຮັດໃຫ້ຂ້າພະເຈົ້າ
ແປກໃຈເລີຍ ເພາະວ່າ ຂ້າພະເຈົ້າ ໄດ້ຮູ້ຈັກທ່ານດີ ແລະເຂົ້າອົກເຂົ້າໃຈທ່ານ ຢ່າງ
ຄົບຖ້ວນ ວ່າ ທ່ານມີຄວາມອາດສາມາດຊ່ຳໃດ. ເກົາຫຼີເໜືອຈະກາຍເປັນຈະຫຼວດ
ປະເພດໃໝ່ ຄື ເສດຖະກິດນັ້ນເອງ!”

ສ່ວນທ່ານ ກັງ ລັດຖະມົນຕີ ວ່າການຕ່າງປະເທດຂອງເກົາຫຼີໃຕ້ ໄດ້ກ່າວໄປໃນທາງ
ບວກ ກ່ຽວກັບຂ່າວຄາວ ຂອງທ່ານ ບີກັນ ຈາກນະຄອນພຽງຢາງ.

ທ່ານ ກັງ ໄດ້ກ່າວວ່າ “ທ່ານໄດ້ຮັບການສະໜັບສະໜຸນຢ່າງເຕັມສ່ວນຈາກພວກເຮົາ
ໃນຂະນະທີ່ ທ່ານ ເຄື່ອນໄຫວໄປໜ້າ ໃນການຕຽມການສຳລັບກອງປະຊຸມສຸດຍອດ
ແລະນອກເໜືອໄປກວ່ານັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG