ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ້ອງມີການເອົາບາດກ້າວ ອັນໜັກແໜ້ນ ກ່ອນ ການພົບປະ ລະຫວ່າງ ປ. ທຣຳ ແລະ ທ່ານກິມ


ແມ່ຍິງຄົນນຶ່ງ ຍ່າງກາຍຈໍຮູບຂະໜາດໃຫຍ່ ຂອງ ປ. ດໍໂນລ ທຣຳ (ຊ້າຍ) ແລະ ຂອງຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອຶນ​ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. (ວັນທີ 9, ມີນາ 2018)
ແມ່ຍິງຄົນນຶ່ງ ຍ່າງກາຍຈໍຮູບຂະໜາດໃຫຍ່ ຂອງ ປ. ດໍໂນລ ທຣຳ (ຊ້າຍ) ແລະ ຂອງຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອຶນ​ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. (ວັນທີ 9, ມີນາ 2018)

ທຳນຽບຂາວ ໄດ້ກ່າວຢ້ຳ ໃນວັນສຸກວານນີ້ວ່າ ສະຫະລັດ ບໍ່ໄດ້ຍອມອ່ອນຂໍ້ “ແມ່ນແຕ່
ໜ້ອຍດຽວ” ໃນການຕົກລົງທີ່ຈະພົບປະແບບເຊິ່ງໜ້າ ລະຫວ່າງປະທານາທິບໍດີດໍໂນລ
ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.

“ພວກເຮົາກຳລັງປະຕິບັດງານ ຈາກທ່າທີຂອງຄວາມເຂັ້ມແຂງ” ຊຶ່ງບໍ່ໄດ້ຢູ່ທີ່ນັ້ນໃນລະ
ຫວ່າງລັດຖະບານຊຸດກ່ອນໆ ຂອງສະຫະລັດ ນັ້ນຄືຄຳເວົ້າ ຂອງທ່ານນາງຊາຣາ ຮັກ
ກາບີ ແຊນເດີ ທີ່ໄດ້ກ່າວຢ້ຳວ່າ ອັນເປັນຜົນ ເນື່ອງຈາກ “ການກົດດັນຢ່າງໜັກ” ຂອງ
ລັດຖະບານທ່ານທຣຳ ເກົາຫຼີເໜືອ ຈຶ່ງຢູ່ໃນສະພາບທີ່ອ່ອນແອ.

ທ່ານນາງແຊນເດີກ່າວວ່າ “ປະທານາທິບໍດີຈະບໍ່ທຳການພົບປະໂດຍປາສະຈາກການ
ມອງເຫັນ ການເອົາບາດກ້າວ ທີ່ໜັກແໜ້ນ ແລະການເຄື່ອນໄຫວ ທີ່ສຳຄັນ “ຂອງພຽງ
ຢາງ” ຊຶ່ງເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ໄດ້ມີການໃຫ້ຄຳໝັ້ນສັນຍາ ໃນການພົບປະສຸດ
ຍອດ ລະຫວ່າງເກົາຫຼີ ທີ່ຈະຢຸດເຊົາການທົດລອງອາວຸດນິວເຄລຍ ແລະລູກສອນໄຟ
ຂີປະນາວຸດນັ້ນ.

ທ່ານນາງກ່າວວ່າ “ປະທານາທິບໍດີກຳລັງໄດ້ຮັບໃນສິ່ງທີ່ທ່ານຕ້ອງການ” ຊຶ່ງເປັນ “ໂອ
ກາດອັນດີສຳລັບເກົາຫຼີເໜືອ ທີ່ຈະປົດອາວຸດນິວເຄລຍ.”

ທຳນຽບຂາວຢືນຢັດວ່າ ການຮັບເອົາການເຊື້ອເຊີນ ແບບບໍ່ຄາດຄິດ ຂອງທ່ານທຣຳ ຊຶ່ງໄດ້ມີການປະກາດໂດຍເຈົ້າໜ້າທີ່ເກົາຫຼີໃຕ້ທີ່ທຳນຽບຂາວໃນວັນພະຫັດຜ່ານມາ
ທີ່ຈະພົບປະ ກັບທ່ານກິມ ໃນເດືອນພຶດສະພາ ແມ່ນເປັນຜົນ ມາຈາກ ການກະກຽມ
ເປັນເວລາ ຫຼາຍໆເດືອນ ທີ່ພົວພັນກັບ ພະແນກການທີ່ກ່ຽວຂອງຕ່າງໆ ຂອງສະຫະ
ລັດ.

ຫລັງຈາກເຈົ້າໜ້າທີ່ເກົາຫຼີໃຕ້ ໄດ້ນຳເອົາການເຊື້ອເຊີນແບບປາກເປົ່າຂອງຜູ້ນຳເກົາ
ຫຼີເໜືອມາສະເໜີຕໍ່ທ່ານທຣຳ ໃນວັນພະຫັດຜ່ານມາແລ້ວ ປະທານາທິບໍດີສະຫະລັດ ໃນຕອນເຊົ້າວັນສຸກວານນີ້ ກໍໄດ້ໂທລະສັບໄປໂອ້ລົມກັບປະທານປະເທດຈີນ ທ່ານສີ
ຈິ້ນຜິງ ເພື່ອປຶກສາຫາລືກ່ຽວກັບການພົບປະແບບທີ່ບໍ່ເຄີຍມີມາກ່ອນ ລະຫວ່າງຜູ້ນຳ
ຂອງ ສະຫະລັດ ແລະເກົາຫຼີເໜືອ.

ອີງຕາມທຳນຽບຂາວແລ້ວ ທ່ານທຣຳ ແລະທ່ານສີ “ໄດ້ສະແດງຄວາມຊົມເຊີຍ ຕໍ່ໂອ
ກາດ ຂອງການເຈລະຈາຫາລື ລະຫວ່າງສະຫະລັດແລະເກົາຫຼີເໜືອ ແລະໃຫ້ຄວາມ
ໝັ້ນໝາຍທີ່ຈະສືບຕໍ່ກົດດັນແລະກໍລົງໂທດໄປຈົນກວ່າເກົາຫຼີເໜືອໄດ້ເອົາບາດກ້າວ
ທີ່ເປັນຮູບປະທຳໄປສູ່ການເປັນປະເທດປອດອາວຸດນິວເຄລຍຢ່າງສຳເລັດຜົນ ທີ່ສາ
ມາດກວດພິສູດແລະຕ່າວປີ້ນບໍ່ໄດ້. ປະທານາທິບໍດີທຣຳໄດ້ສະແດງຄວາມຫວັງອອກ
ມາວ່າ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ອາດຈະເລືອກເອົາ ເສັ້ນທາງທີ່ສົດໃສ
ຂຶ້ນ ສຳລັບເກົາຫຼີເໜືອໃນອະນາຄົດ.”

ອີງຕາມອົງການຂ່າວຊິນຫົວຂອງທາງການຈີນແລ້ວ “ທ່ານສີ ແຈ້ງໃຫ້ທ່ານທຣຳຊາບ
ວ່າ ທ່ານຂໍຊົມເຊີຍໃນຄວາມປະສົງຂອງປະທານາທິບໍດີສະຫະລັດທີ່ຈະແກ້ໄຂບັນຫາ
ໃນແຫລມເກົາຫຼີ ໂດຍທາງການເມືອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG