ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ການພົບປະ ສຸດຍອດ ລະຫວ່າງ ປ.ທຣໍາ ແລະ ຜູ້ນຳເກົາຫຼີເໜືອ ມີການຕອບຮັບ ໄປໃນແງ່ດີ


ທ່ານ​ຈຸ​ງ ​ເອີຍ-ຢົງ ຫົວໜ້າອົງການ​​ຄວາມ​ໝັ້ນຄົງແຫ່ງຊາດຂອງ​ເກົາຫຼີ​​ໃຕ້ ລາຍງານຕໍ່ ປະທານາທິບໍດີທຣໍາ ກ່ຽວກັບເລື່ອງ ເກົາຫຼີເໜືອ ທີ່ທຳນຽບຂາວ ວັນທີ 8 ມີນາ.
ທ່ານ​ຈຸ​ງ ​ເອີຍ-ຢົງ ຫົວໜ້າອົງການ​​ຄວາມ​ໝັ້ນຄົງແຫ່ງຊາດຂອງ​ເກົາຫຼີ​​ໃຕ້ ລາຍງານຕໍ່ ປະທານາທິບໍດີທຣໍາ ກ່ຽວກັບເລື່ອງ ເກົາຫຼີເໜືອ ທີ່ທຳນຽບຂາວ ວັນທີ 8 ມີນາ.

ການ​ຮັບປາກແບບບໍ່ຄາດຄິດ ທີ່​ຈະ​ພົບປະ ​ກັບ​ຜູ້ນຳເກົາຫຼີ​ເໜືອ ທ່ານ​ກິ​ມ ຈົງ ອຶນ ໂດຍ
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ໃນ “​ເດືອນ​ພຶດສະພາ​” ທີ່​ນະຄອນ​ພຽງ
ຢາງ ​ເພື່ອສົນທະນາຫາລືກ່ຽວກັບການຍຸຕິ ​ການຂົ່ມ​ຂູ່ດ້ວຍໂຄງ ການອາວຸດ​ນິວ​ເຄລຍ
ຂອງ​ເກົາຫຼີ​ເໜືອນັ້ນ ແມ່ນໄດ້ຮັບການຕອບຮັບ ແບບປະສົມ​ປະສານ ທັງມີຄວາມຫວັງ
ໄປໃນແງ່ດີ ແບບລະມັດລະວັງ ແລະຍັງມີຄວາມສົງໄສບໍ່ແນ່ໃຈ.

ທ່ານ​ຈຸ​ງ ​ເອີຍ-ຢົງ ຫົວໜ້າອົງການຄວາມ​ໝັ້ນຄົງແຫ່ງຊາດຂອງ​ເກົາຫຼີໃຕ້ ​ໄດ້​ປະກາດ
​ເຖິງ​ຂໍ້​ຕົກລົງ ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້. ທ່ານ​ໄດ້​ເດີນທາງມານະ​ຄອນ​ຫຼວງ​ວໍ​ຊິງ
ຕັນ ​ເພື່ອ​ລາຍ​ງານ​ຕໍ່​ປະທານາທິບໍດີ​ທຣໍາ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ຮວມທັງ
​ທີ່​ປຶກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ H.R ​ແມັກ​ມາສ​ເຕີ ກ່ຽວກັບຄວາມກ້າວໜ້າ
ທາງ​ດ້ານ​ການ​ທູດ ທີ່​ໄດ້ມີຂຶ້ນ ໃນລະຫວ່າງ​ການ​ໄປ ຢ້ຽມຢາມ​ຂອງ​ທ່ານ ທີ່​ນະຄອນ
​ພຽງ​ຢາງ​ໃນ​ຕົ້ນ​ອາທິດ​ນີ້. ທ່ານ​ຍັງ​ໄ​ດ້ນຳ​ເອົາ​ຄຳ​ເຊື້ອ​ເຊີນແບບປາກເປົ່າ ​ຈາກ​ຜູ້ນຳ
​ເກົາຫຼີ​ເໜືອ ​ຕໍ່ປະທານາທິບໍດີ​ສະຫະລັດ.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຈັບມືກັບ ຫົວໜ້າອົງການຄວາມໝັນຄົງແຫ່ງຊາດ ເກົາຫຼີໃຕ້ ທ່ານ ຈຸງ ເອີຍ-ຢົງ
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຈັບມືກັບ ຫົວໜ້າອົງການຄວາມໝັນຄົງແຫ່ງຊາດ ເກົາຫຼີໃຕ້ ທ່ານ ຈຸງ ເອີຍ-ຢົງ

ທ່ານ​ຈຸ​ງກ່າວ​ວ່າ “ປະທານາທິບໍດີ​ທຣໍາ ​ໄດ້​ເພິງ​ພໍ​ໃຈ​ກັບ​ລາຍງານນີ້ແລະ​ກ່າວ​ວ່າ ທ່ານ
​ຈະ​ພົບ​ປະ​ກັບ ທ່ານ​ກິ​ມ ຈົງ ອຶນ ​ໃນ​ເດືອນ​ພຶດສະພາ​ເພື່ອ​ໃຫ້ (ແຫຼມເກົາຫຼີ) ບັນລຸ​ການ
ເປັນເຂດ​ປອດ​ນິວ​ເຄລຍຢ່າງ​ຖາ​ວອນ.”

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວຕໍ່ບັນດານັກຂ່າວ ທີຈີບູຕີ ວັນທີ 9 ມີນາ 2018.
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວຕໍ່ບັນດານັກຂ່າວ ທີຈີບູຕີ ວັນທີ 9 ມີນາ 2018.

ທ່ານ​ຈຸ​ງ​ໄດ້​ນຳພາ​ບັນດາ​ຜູ້​ແທນ​ການ​ທູດ​ເກົາ​ຫຼີ​ໃຕ້ ທີ່​ໄດ້​ພົບ​ປະ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ​
ໃນ​ນະຄອນ​ພຽງ​ຢາງ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ. ຫລັງ​ຈາກ​ນັ້ນທ່ານກໍ​ໄດ້ແຈ້ງ​ໃຫ້ຊາບ ເຖິງ​
ຄວາມ​ພໍ​ໃຈ​ຂອງ​ທ່ານ​ກິມ ທີ່​ຈະ​ພົວພັນ​ກັບ​ສະຫະລັດກ່ຽວ​ກັບ​ການເຈລະຈາເພື່ອເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດ​ນິວ​ເຄລຍ ​ແລະ​ທ່ານ​ໄດ້​ໃຫ້​ຄຳ​ໝັ້
​ສັນຍາ​ທີ່​ຈະ​ໂຈະການທົດລອງ​ນິວ​ເຄລຍ​ແລະລູກ​ສອນ​ໄຟ ​ໃນ​ຂະນະ​ທີ່​ການ ​ເຈລະ
ຈາກຳລັງ​ດຳ​ເນີນ​ຢູ່​.

ລັດຖະມົນຕີການເງິນ ທ່ານສະຕີເວີນ ມະມູຈີນ ລໍ້ຖ້າ ກ່າວລາຍງານ ທີ່ທຳນຽບຂາວ.
ລັດຖະມົນຕີການເງິນ ທ່ານສະຕີເວີນ ມະມູຈີນ ລໍ້ຖ້າ ກ່າວລາຍງານ ທີ່ທຳນຽບຂາວ.

ທ່າທີຂອງ​ພຽງ​ຢາງ ດັ່ງ​ທີ່ທ່ານ​ຈຸ​ງໄດ້ກ່າວນັ້ນ​ ກໍ​ຄື “ບໍ່ມີເຫດຜົນໃດໆ ທີ່ຈະມີ ເນີນອາ
ວຸດນິວເຄລຍຢູ່ໃນຄວາມຄອບຄອງຖ້າຫາກຄວາມປອດໄພຂອງອຳນາດ ຂອງທ່ານ ໄດ້ໃຫ້ການຄໍ້າປະກັນ ແລະການຂົ່ມຂູ່ທາງທະຫານ ຕໍ່ເກົາຫຼີເໜືອ ໄດ້ຖືກກຳຈັດໃຫ້
ໝົດໄປ.”

ທະຫານເກົາຫຼີໃຕ້ ກຳລັງພາກັນລົງຈາກລົດ ໃນການເຝິກຊ້ອມຕໍ່ຕ້ານການກໍ່ການຮ້າຍ.
ທະຫານເກົາຫຼີໃຕ້ ກຳລັງພາກັນລົງຈາກລົດ ໃນການເຝິກຊ້ອມຕໍ່ຕ້ານການກໍ່ການຮ້າຍ.

ນັກການທູດອະວຸໂສເກົາຫຼີເໜືອຄົນນຶ່ງທີ່ສະຫະປະຊາຊາດໃນນະຄອນນິວຢອກ
ທ່ານພາກ ຊົງ ອິລ ປາກົດວ່າໃຫ້ການຢືນຢັນກ່ຽວກັບແຜນການພົບປະສຸດຍອດ ໂດຍແຈ້ງໃຫ້ໜັງສືພິມວໍຊິງຕັນໂພສຊາບຢູ່ໃນອີແມລວ່າ ການເຊື້ອເຊີນ ໄດ້ເປັນ
ຜົນຍ້ອນ “ຄວາມໃຈກວ້າງ ແລະການຕັດສິນໃຈທີ່ເດັດດ່ຽວ” ຂອງທ່ານກິມເພື່ອ
ສົ່ງເສີມສັນຕິພາບ ແລະຄວາມໝັ້ນຄົງ ຂອງແຫຼມເກົາຫຼີ ອີງຕາມ ການລາຍງານ ຂອງໜັງສືພິມດັ່ງກ່າວ.

ພວກທະຫານເກົາຫຼີເໜື້ອ ພາກັນຖືຖົງ ທີ່ມີເຄື່ອງໝາຍນິວເຄລຍ ວັນທີ 27 ກໍລະກົດ 2013.
ພວກທະຫານເກົາຫຼີເໜື້ອ ພາກັນຖືຖົງ ທີ່ມີເຄື່ອງໝາຍນິວເຄລຍ ວັນທີ 27 ກໍລະກົດ 2013.

​ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວໃນວັນ ສຸກມື້ນີ້ຕໍ່ບັນດານັກຂ່າວ ລະຫວ່າງການຢ້ຽມຢາມຈີບູຕີ ປະເທດໃນອາຟຣິກາວ່າ ປະທານາທິບໍດີທຣໍາໄດ້ຕັດສິນໃຈທີ່ຈະພົບປະກັບທ່ານກິມ.“ປະທານາທິບໍດີທຣໍາ ໄດ້ກ່າວມາດົນແລ້ວວ່າ ທ່ານແມ່ນເປີດກວ້າງຕໍ່ການເຈລະຈາແລະມີຄວາມເຕັມ
ໃຈທີ່ ຈະພົບປະກັບທ່ານກິມ ເວລາໃດທີ່ສະພາບການເໝາະສົມແລະຂ້າພະເຈົ້າ ຄິດວ່າໃນການຊັ່ງຊາຂອງປະທານາທິບໍດີີ ບັດນີ້ເວລາດັ່ງກ່າວໄດ້ມາເຖິງແລ້ວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG