ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ 6 ຝ່າຍ ຈະບໍ່ມີຂຶ້ນໃນໄວໆນີ້


ຫົວໜ້າຄະນະເຈລະຈາ ຂອງສະຫະລັດ ກ່ຽວກັບເລື່ອງນິວ ເຄລຍຂອງເກົາຫຼີເໜືອກ່າວວ່າ ບໍ່ມີທ່າທາງວ່າ ການເຈລະ ຈາທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມານັ້ນ ຈະມີການໄຂຄືນໃໝ່ ໃນໄວໆນີ້ ແຕ່ຢ່າງໃດ.

ທູດພິເສດ Stephen Bosworth ​ໄດ້​ພົບ​ປະ ​ກັບພວກ ນັກຂ່າວທີ່ກຸງໂຕກຽວໃນວັນພຸດມື້ນີ້ ກ່ອນ​ອອກ​ເດີນທາງ​ ໄປ​ຍັງ​ປັກ​ກິ່ງ​ເລັກ​ນ້ອຍ. ທ່ານ​ກ່າວ​ວ່າ ບໍ່ມີເຫດຜົນໃດໆ ທີ່ຈະພາໃຫ້ຄາດຫວັງວ່າ ຈະ​ມີການເຄື່ອນໄຫວທາງດ້ານ ທູດຢ່າງຂຸ້ນຂ້ຽວ ພາຍໃນໄລຍະສອງສາມອາທິດຂ້າງໜ້າ ນີ້ ​ແລະກ່າວ​ຕໍ່​ໄປວ່າ ການເຈລະຈາ ຈະບໍ່ເລີ້ມຄືນໃໝ່ ຈົນກວ່າວ່າຈະມີຫຼັກຖານຂອງການ ດຳເນີນການ ທີ່ສະເພາະເຈາະຈົງ ແລະ​ເປັນ​ຮູບ​ປະ​ທໍາຂອງພຽງຢາງ ທີ່ສະແດງໃຫ້ເຫັນວ່າ ເກົາຫຼີເໜືອມີຄວາມຈິງຈັງ ກ່ຽວກັບການເຈລະຈາຫາລື.

ເກົາຫຼີເໜືອໄດ້ຖອນໂຕອອກຈາກການເຈລະຈາດັ່ງກ່າວຫຼັງຈາກອົງການສະຫະປະຊາຊາດ ໄດ້ປະນາມເກົາຫຼີເໜືອ ທີ່ໄດ້ທົດລອງລູກສອນໄຟໄລຍະໄກ ​ແລະ​ຕິດຕາມ​ດ້ວຍ ການທົດ ລອງອາວຸດນິວເຄລຍ. ໃນເວລາຕໍ່ມາອົງການສະຫະປະຊາຊາດກໍໄດ້ລົງໂທດພຽງຢາງຍ້ອນ ການທົດລອງເຫຼົ່ານີ້.

ທ່ານ Bosworth ກ່າວວ່າ ການລົງໂທດຍັງຈະດຳເນີນຕໍ່ໄປ ຈົນກວ່າວ່າເກົາຫຼີເໜືອຈະ ກັບຄືນເຂົ້າຮ່ວມ ການເຈລະຈາ 6 ຝ່າຍ. ທ່ານເວົ້າອີກວ່າ ລັດຖະບານທ່ານໂອບາມາບໍ່ ໄດ້ປະຕິເສດຕໍ່ຄວາມເປັນໄປໄດ້ ໃນການທີ່ຈະເປີດການເຈລະຈາໂດຍກົງກັບອຳນາດການ ປົກຄອງ ເກົາຫຼີເໜືອ.

XS
SM
MD
LG