ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ ມີຄວາມຮ້າຍແຮງຂຶ້ນ ຢ່າງຊ້າໆ


Tense US-North Korea Standoff Slowly Escalates
please wait

No media source currently available

0:00 0:02:17 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ໃນຂະນະທີ່ການປະເຊີນໜ້າ ກ່ຽວກັບ ບັນຫານິວເຄລຍ ທີ່ມີຄວາມເຄັ່ງຕຶງ ລະຫວ່າງ
ເກົາຫຼີເໜືອ ກັບ ສະຫະລັດ ໄດ້ສືບຕໍ່ບານປາຍນັ້ນ, ຄວາມສ່ຽງຂອງຄວາມຂັດແຍ້ງ
ທາງທະຫານກໍໄດ້ເພີ່ມຂຶ້ນ, ໃນເມື່ືອຄວາມຫວັງສຳລັບການແກ້ໄຂບັນຫາຢ່າງສັນຕິ
ຍັງຄົງຢູ່ຫ່າງໄກອອກໄປ.

ໃນວັນອາທິດວານນີ້ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson
ກ່າວວ່າ ຄວາມພະຍາຍາມທາງການທູດ ເພື່ອຊັກຊວນໃຫ້ລັດຖະບານຂອງທ່ານ ຄິມ
ຈອງ ອຶນ ຍົກເລີກໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງເຂົາເຈົ້າ
ຈະສືບຕໍ່ໄປ “ຈົນກວ່າລະເບີດລູກທຳອິດຈະໄດ້ຖືກຖິ້ມລົງ.”

ແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ໝົດອາໄລອາວອນ ກ່ຽວກັບ ການຊອກຫາວິທີແກ້
ໄຂບັນຫາທາງການທູດຕ່າງໆ. ທ່ານໄດ້ເອີ້ນຄວາມພະຍາຍາມຂອງທ່ານ Tillerson
ວ່າ “ເສຍເວລາ” ແລະ ໄດ້ລະບຸວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ບໍ່ສາມາດ
ເປັນທີ່ເຊື່ອຖືໄດ້ ໃນການຍຶດໝັ້ນ ຕໍ່ຂໍ້ຕົກລົງທາງການທູດໃດໆ ໃນຂະນະທີ່ການນຳ
ພາໃນ ພຽງຢາງ ໄດ້ລ່ວງລະເມີດຂໍ້ຕົກລົງປອດອາວຸດນິວເຄລຍ ຢ່າງຊໍ້າແລ້ວຊໍ້າອີກ.

ທ່ານ ທຣຳ ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ “ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າມີທັດສະ
ນະຄະຕິທີ່ຂ້ອນຂ້າງຈະແຕກຕ່າງ, ແລະ ມີວິທີທີ່ແຕກຕ່າງກັບຄົນອື່ນ. ຂ້າພະເຈົ້າຄິດ
ວ່າ ບາງເທື່ອຂ້າພະເຈົ້າຮູ້ສຶກເຂັ້ມແຂງກວ່າ ແລະ ມີຄວາມໜັກແໜ້ນກວ່າ ກ່ຽວກັບ
ບັນຫານັ້ນກວ່າຄົນອື່ນໆ.”

ການຢືນຢັດທີ່ໜັກແໜ້ນຂອງລັດຖະບານທ່ານ ທຣຳ ກ່ຽວກັບ ການຮຽກຮ້ອງໃຫ້ ເກົາ
ຫຼີເໜືອ ຝ່າຍດຽວຢຸດການພັດທະນາລູກສອນໄຟຂີປະນາວຸດຕິດລະເບີດນິວເຄລຍ
ຂ້າມທະວີບ ທີ່ອາດຍິງເຖິງແຜ່ນດິນໃຫຍ່ຂອງ ສະຫະລັດ ນັ້ນ ອາດເປັນແຜນຍຸດທະ
ສາດທີ່ກຳລັງເຈລະຈາກັນຢູ່, ແຕ່ບັນດານັກວິຈານຢ້ານວ່າ ເຂົາເຈົ້າກໍອາດຈະວາງ
ຮາກຖານໄວ້ແລ້ວ ສຳລັບການໃຊ້ກຳລັງທະຫານໃນທີ່ສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG