ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນວັນພຸດວານນີ້ວ່າ ລັດຖະບານ
ຂອງທ່ານພວມວາງແຜນທີ່ຈະຈັດການພົບປະສຸດຍອດຄັ້ງທີ 2 ກັບຜູ້ນຳເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ແລະຈະປະກາດລາຍລະອຽດໃຫ້ຊາບ ໃນໄວໆນີ້.
ທ່ານທຣຳ ກ່າວຕໍ່ພວກນັກຂ່າວ ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາ
ຊາດ ທີ່ນະຄອນນິວຢອກວ່າ “ຂ້າພະເຈົ້າຈະພົບປະກັບປະທານກິມໃນອະນາຄົດອັນ
ໃກ້ໆນີ້.”
ໃນຕອນເຊົ້າວັນພຸດວານນີ້ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ
ກໍກ່າວວ່າ ທ່ານກຳລັງວາງແຜນຈັດການພົບປະສຸດຍອດ ແລະອາດຈະມີຂຶ້ນຫຼັງຈາກ
ເດືອນຕຸລາ. ທ່ານພອມພຽວ ຈະຖະແຫຼງຕໍ່ບັນດາລັດຖະມົນຕີທີ່ເຂົ້າຮ່ວມກອງປະຊຸມ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນພະຫັດມື້ນີ້ ໃນຄວາມພະຍາຍາມເພື່ອ
ເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດອາວຸດນິວເຄຼຍ.
ທ່ານພອມພຽວ ກ່າວຕໍ່ລາຍການເຊົ້າມື້ນີ້ ຫຼື This Morning ຂອງໂທລະພາບ CBS
ວ່າ “ພວກເຮົາກຳລັງເຮັດວຽກຢ່າງແຂງຂັນເພື່ອໃຫ້ເປັນທີ່ແນ່ໃຈວ່າພວກເຮົາມີເງື່ອນ
ໄຂຖືກຕ້ອງ ທີ່ສາມາດບັນລຸເປົ້າໝາຍ ໃຫ້ຫຼາຍທີ່ສຸດ ເທົ່າທີ່ເປັນໄປໄດ້ ໃນລະຫວ່າງ
ການພົບປະສຸດຍອດ ແຕ່ພວກເຮົາຫວັງວ່າມັນຈະມີຂຶ້ນໃນໄວໆ
ນີ້.”
ໃນການຖະແຫຼງຂ່າວຢູ່ນະຄອນນິວຢອກ ນອກກອງປະຊຸມສະມັດຊາໃຫຍ່ອົງການ
ສະຫະປະຊາຊາດນັ້ນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິເສດ ທີ່ຈະກຳນົດວັນ
ເວລາ ທີ່ແນ່ນອນ ເພື່ອຈະເຮັດໃຫ້ເກົາຫຼີເໜືອ ກາຍເປັນປະເທດທີ່ປອດອາວຸດນິວ
ເຄລຍ.
ທ່ານທຣຳ ກ່າວວ່າ “ພວກເຮົາບໍ່ໄດ້ຫຼິ້ນເກມກ່ຽວກັບເລື້ອງເວລາ ຖ້າມັນໃຊ້ເວລາ 2
ປີ 3 ປີ ຫຼື 5 ເດືອນ ມັນກໍບໍ່ສຳຄັນ ມັນບໍ່ມີການທົດລອງອາວຸດນິວເຄລຍ ແລະມັນກໍ
ບໍ່ມີການທົດລອງລູກຈະຫຼວດ.”
ນອກນັ້ນ ທ່ານທຣຳ ຍັງບໍ່ໄດ້ໃຫ້ຄວາມສຳຄັນຕໍ່ພວກຕ້ອງຕິ ທີ່ກ່າວວ່າ ທ່ານໄດ້ໝົດ
ອຳນາດໃນການຕໍ່ລອງ ໂດຍພົບປະກັບທ່ານກິມ ກ່ອນທີ່ຈະມີການຄ້ຳປະກັນໃດໆ.
ປະທານາທິບໍດີທຣຳ ກ່າວວ່າ “ຂ້າພະເຈົ້າ ບໍ່ໄດ້ມອບຫຍັງໃຫ້ ແມ່ນຫຍັງ ທີ່ຂ້າພະ
ເຈົ້າມອບໃຫ້ ນອກເໜືອໄປຈາກເວລາ? ຂ້າພະເຈົ້າ ໄດ້ບິນໄປສິງກະໂປພວກເຮົາ
ໄດ້ພົບປະກັນ. ການມອບໃຫ້ ບາງທີອາດຈະມີຖ້າຂ້າພະເຈົ້າຫາກຍົກເລີກການລົງ
ໂທດ. ນອກນັ້ນ ທ່ານຍັງໄດ້ກ່າວປ້ອງກັນ ການຕັດສິນໃຈ ທີ່ຈະໂຈະການຊ້ອມລົບ
ທາງທະຫານ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ທີ່ມີກຳນົດຈັດຂຶ້ນ ໃນເດືອນສິງ
ຫາປີກາຍ ໂດຍເວົ້າວ່າ ທ່ານໄດ້ປະຢັດເງິນພາສີ ຂອງສະຫະລັດ ເປັນຈຳນວນ
“ຫຼວງຫຼາຍ.” ເກົາຫຼີເໜືອກ່າວວ່າ ການຊ້ອມລົບດັ່ງກ່າວນີ້ ເປັນການທ້າທາຍເກາະຜິດ.