ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກັບ ເກົາຫຼີເໜືອ ກະກຽມ ລາຍລະອຽດ ຂັ້ນສຸດທ້າຍ ສຳລັບ ກອງປະຊຸມ ສຸດຍອດ


ພວກຄົນທີ່ເຂົ້າຮ່ວມໃນການຊຸມນຸມ ພາກັນຖືທຽນ ແລະຮູບ
ແຜນທີ່ຂອງແຫຼມເກົາຫຼີ ທີ່ຕັດຈາກເຈ້ຍແຂງ ໃນລະຫວ່າງ
ການໂຮມຊຸມນຸມ ເພື່ອອວຍພອນໃຫ້ກອງປະຊຸມສຸດຍອດ ລະຫວ່າງ ທ່ານທຣຳ ກັບທ່ານກິມ ປະສົບຜົນສຳເລັດ, ຢູ່
ໃກ້ກັບສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9, ມິຖຸນາ 2018.
ພວກຄົນທີ່ເຂົ້າຮ່ວມໃນການຊຸມນຸມ ພາກັນຖືທຽນ ແລະຮູບ ແຜນທີ່ຂອງແຫຼມເກົາຫຼີ ທີ່ຕັດຈາກເຈ້ຍແຂງ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອອວຍພອນໃຫ້ກອງປະຊຸມສຸດຍອດ ລະຫວ່າງ ທ່ານທຣຳ ກັບທ່ານກິມ ປະສົບຜົນສຳເລັດ, ຢູ່ ໃກ້ກັບສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9, ມິຖຸນາ 2018.

ບັນດາທູດພິເສດ ຈາກສະຫະລັດ ແລະເກົາຫຼີເໜືອ ກຳລັງເຈລະຈາ ເພື່ອສະສາງລາຍ
ລະອຽດຕ່າງໆ ໃນນາທີສຸດທ້າຍ ກ່ອນໜ້າກອງປະຊຸມສຸດຍອດ ທີ່ເປັນປະຫວັດການ
ໃນວັນອັງຄານມື້ອື່ນນີ້ ລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ຢູ່ທີ່ສິງກະໂປ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ໄດ້ບອກບັນດານັກຂ່າວ ວ່າ
ນັກການທູດມືອາຊີບ ທ່ານ ຊັງ ກິມ (Sung Kim) ພວມນຳພາ ກຸ່ມທຳງານ ຂອງຄະນະ
ຜູ້ແທນ ສະຫະລັດ ເຂົ້າຮ່ວມກອງປະຊຸມ ໃນວັນຈັນມື້ນີ້ ທີ່ ໂຮງແຮມ Ritz Carlton ຢູ່
ໃນຕົວເມືອງຂອງປະເທດ. ສ່ວນຝ່າຍເກົາຫຼີເໜືອ ນຳພາໂດຍ ຮອງລັດຖະມົນຕີ ການ
ຕ່າງປະເທດ ທ່ານ ໂຊຈ ຊັນ-ຮຸຍ.

ການພົບປະ ໃນວັນຈັນມື້ນີ້ ປາກົດວ່າ ແມ່ນເພື່ອເປົ້າໝາຍເຮັດໃຫ້ ຊ່ອງຫວ່າງຂອງ
ຄວາມຮຽກຮ້ອງຕ້ອງການ ຂອງສະຫະລັດ ເພື່ອໃຫ້ເກົາຫຼີເໜືອ ຍົກເລີກອາວຸດນິວເຄລຍ
ຂອງຕົນນັ້ນ ຍັບໃກ້ເຂົ້າກັນຫຼາຍຂຶ້ນ.

ປະທານາທິບໍດີ ທຣຳ ໄດ້ສະແດງອອກ ຄວາມໝັ້ນໃຈ ກ່ຽວກັບການພົບປະກັນ ເມື່ອເດີນ
ທາງໄປເຖິງສິງກະໂປ ໃນວັນອາທິດວານນີ້...ໂດຍບອກບັນດານັກຂ່າວ ຫຼັງຈາກທີ່ໄດ້
ກ້າວລົງຈາກເຮືອບິນປະຈຳຕຳແໜ່ງ Air Force One ວ່າ ທ່ານມີຄວາມຮູ້ສຶກ “ດີຫຼາຍ”
ກ່ຽວກັບ ກອງປະຊຸມສຸດຍອດ ໃນວັນອັງຄານມື້ອື່ນນີ້.

ກ່ອນໜ້າການເດີນທາງໄປຮອດຂອງທ່ານ ທ່ານທຣຳ ກໍໄດ້ຮູ້ດີວ່າ ທ່ານກຳລັງເດີນທາງ
ເຂົ້າໄປໃນ “ຂົງເຂດທີ່ບໍ່ເຄີຍຮູ້ມາກ່ອນ” ສຳລັບການພົບປະກັນ ໃນວັນອັງຄານມື້ອື່ນນີ້.

ໃນການຕອບຄຳຖາມຂອງອົງການຂ່າວ ວີໂອເອ ກ່ອນອອກເດີນທາງໄປເອເຊຍ ຈາກ
ກອງປະຊຸມສຸດຍອດ ກຸ່ມເຈັດປະເທດ ຢູ່ໃນ ການາດາ ນັ້ນ ທ່ານ ທຣຳ ກ່າວວ່າ “ຂ້າພະ
ເຈົ້າ ຮູ້ສຶກໝັ້ນໃຈຫຼາຍ”
ກ່ຽວກັບ ການພົບປະກັນ ແບບບໍ່ເຄີຍມີມາກ່ອນ ລະຫວ່າງ
ປະທານາທິບໍດີ ອາເມຣິກັນ ທີ່ພວມດຳລົງຕຳແໜ່ງຢູ່ ກັບສະມາຊິກຂອງວົງຕະກູນ ທີ່ໄດ້
ຄວບຄຸມອຳນາດ ແບບກຳປັ້ນເຫຼັກ ຂອງປະເທດໂດດດ່ຽວ ໃນໂລກມາເປັນເວລາຫຼາຍ
ກວ່າສາມລຸ້ນຄົນນີ້.

ທ່ານ ທຣຳ ເວົ້າຕໍ່ໄປວ່າ ທ່ານເຊື່ອວ່າ ທ່ານ ກິມ ທີ່ມີອາຍຸເຄິ່ງນຶ່ງຂອງປະທານາທິບໍດີ
ອາເມຮິກັນ “ຢາກເຮັດສິ່ງໃດສິ່ງນຶ່ງທີ່ດີເລີດສຳລັບປະຊາຊົນຂອງເພິ່ນ.” ແຕ່ທ່ານທຣຳ
ໄດ້ເຕືອນວ່າ “ທ່ານ ກິມ ຈະບໍ່ມີໂອກາດໄດ້ຮັບສິ່ງດັ່ງກ່າວອີກ” ຖ້າການເຈລະຈາກັນ
ບໍ່ເປັນໄປໄດ້ດີ ໂດຍບັນລະຍາຍວ່າ ໂອກາດສຳລັບທາງການທູດ ກັບສະຫະລັດ ແມ່ນ
“ມີພຽງຄັ້ງດຽວເທົ່ານັ້ນ.”

Trump Kim Preview
please wait
Embed

No media source currently available

0:00 0:00:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG