ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ການກະທຳ ຂອງເກົາຫຼີເໜືອ 'ບໍ່ສອດຄ່ອງ' ກັບ ການເຮັດ​ໃຫ້ ໄພຂົ່ມຂູ່ ດ້ານນິວເຄລຍ ສິ້ນ​ສຸດ​ລົງ


ພາບໃນຈໍໂທລະພາບ ສະແດງໃຫ້ເຫັນພາບຖ່າຍ ຈາກດາວທຽມ ຂອງສະຖານທີ່ຍິງ ລູກສອນໄຟ ຂອງເກົາຫຼີເໜືອ, ໃນລະຫວ່າງ ລາຍງານຂ່າວ ຢູ່ທີ່ ສະຖານີລົດໄຟ ໃນນະຄອນຫຼວງ ໂໍຊລ ຂອງເກົາຫຼີໃຕ້, ວັນທີ 24 ກໍລະກົດ 2018.
ພາບໃນຈໍໂທລະພາບ ສະແດງໃຫ້ເຫັນພາບຖ່າຍ ຈາກດາວທຽມ ຂອງສະຖານທີ່ຍິງ ລູກສອນໄຟ ຂອງເກົາຫຼີເໜືອ, ໃນລະຫວ່າງ ລາຍງານຂ່າວ ຢູ່ທີ່ ສະຖານີລົດໄຟ ໃນນະຄອນຫຼວງ ໂໍຊລ ຂອງເກົາຫຼີໃຕ້, ວັນທີ 24 ກໍລະກົດ 2018.

ເກົາຫຼີເໜືອ ສືບຕໍ່ເປັນໄພຂົ່ມຂູ່ດ້ານນິວເຄລຍ ຕໍ່ສະຫະລັດ ແລະບັນດາພັນທະມິດ
ຂອງຕົນ ອີງຕາມຜູ້ບັນຊາການກອງກຳລັງ ສະຫະລັດ ໃນເກົາຫຼີໃຕ້ ທີ່ໄດ້ກ່າວ ຕໍ່
ຄະນະກຳມະການ ລັດຖະສະພາ ເມື່ອວັນພຸດວານນີ້.

ນາຍພົນ ໂຣເບີດ ເອບຣຳສ໌ ໄດ້ກ່າວວ່າ ການຜະລິດອຸປະກອນ ໃນດ້ານອາວຸດ
ນິວເຄລຍ ແລະລູກສອນໄຟ ແມ່ນ “ບໍ່ສອດຄ່ອງກັບ” ການໃຫ້ຄຳໝັ້ນສັນຍາຂອງ
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ທີ່ຈະປົດອາວຸດນິວເຄລຍ.

ນາຍພົນ ໂຣເບີດ ເອບຣຳສ໌ ກ່າວຖະແຫລງ ຢູ່ທີ່ ຄ້າຍ ຮຳຟຣີສ໌ (Camp Humphreys) ໃນເມືອງ ຟຽງເທກ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2018.
ນາຍພົນ ໂຣເບີດ ເອບຣຳສ໌ ກ່າວຖະແຫລງ ຢູ່ທີ່ ຄ້າຍ ຮຳຟຣີສ໌ (Camp Humphreys) ໃນເມືອງ ຟຽງເທກ ຂອງເກົາຫຼີໃຕ້, ວັນທີ 8 ພະຈິກ 2018.

“ເຖິງແມ່ນວ່າ ຄວາມເຄັ່ງຕຶງໄດ້ຫຼຸດລົງຢູ່ຕາມເຂດປອດທະຫານ ແລະ ການຢຸດ
ໃຊ້ຍຸດທະສາດ ແບບເກາະຜິດ ພ້ອມດ້ວຍການກ່າວຖະແຫລງ ຢ່າງເປີດເຜີຍ
ເຖິງເຈດຕະນາທີ່ຈະປົດອາວຸດນິວເຄລຍ ໄປແລ້ວກໍຕາມ ແຕ່ບໍ່ມີການປ່ຽນແປງ
ຫຍັງຫຼາຍເກີດຂຶ້ນເລີຍ ທີ່ຢືນຢັນໄດ້ ໃນຄວາມສາມາດ​ທາງ​ດ້ານ​ທະ​ຫານຂອງ
ເກົາຫຼີ ເໜືອ”
ນັ້ນແມ່ນຄຳເວົ້າຂອງນາຍພົນເອບຣຳສ໌ ທີ່ໄດ້ກ່າວຕໍ່ບັນດາສະມາຊິກ
ລັດຖະສະພາ.

ທ່ານໄດ້ກ່າວຕື່ມວ່າ “ຄວາມສາມາດເຫຼົ່ານີ້ ຍັງສືບຕໍ່ເຮັດໃຫ້ ສະຫະລັດ ເກົາຫຼີ ໃຕ້ ແລະບັນດາພັນທະມິດ ຢູ່ໃນພາກພື້ນ ຕົກຢູ່ໃນສະພາບຄວາມສ່ຽງ.”

ນາຍພົນ ເອບຣຳສ໌ ໄດ້ກ່າວ​ຕໍ່ ຄະນະກຳມະການດ້ານກອງທັບຂອງສະພາຕ່ຳ ວ່າ
ທ່ານບໍ່ສາມາດໃຫ້ຄຳເຫັນ ໃນກອງປະຊຸມທີ່ເປີດກວ້າງ ກ່ຽວກັບພາບຖ່າຍ ຈາກດາວ
ທຽມ ເພື່ອສະແດງໃຫ້ເຫັນ ການເຄື່ອນໄຫວທີ່ເພີ້ມຂຶ້ນ ຢູ່ທີ່ສະຖານ ທີ່ຜະລິດອາວຸດ
ໃນແຫ່ງຕ່າງໆ.

ແຕ່ທ່ານໄດ້ເວົ້າວ່າ “ການເຄື່ອນໄຫວຂອງພວກເຂົາເຈົ້າ ທີ່ພວກເຮົາໄດ້ຕິດຕາມເບິ່ງ ແມ່ນບໍ່ສອດຄ່ອງ ກັບການປົດອາວຸດນິວເຄລຍ.”

ທ່ານ ກິມ ໄດ້ກ່າວບອກປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເມື່ອເດືອນມິຖຸນາ
ປີກາຍນີ້ ຢູ່ທີ່ກອງປະຊຸມສຸດຍອດ ໃນສິງກະໂປ ວ່າ ທ່ານຈະ ທຳງານເພື່ອກ້າວໄປສູ່
ການປົດອາວຸດນິວເຄລຍ ຢູ່ໃນແຫຼມເກົາຫຼີ.

ທ່ານທຣຳ ໄດ້ກັບຄືນມາວໍຊິງຕັນ ແລະໄດ້ປະກາດວ່າ “ຫາກໍເດີນທາງມາຮອດ ຈາກ
ການເດີນທາງທີ່ຍາວໄກ ແຕ່ໝົດທຸກຄົນ ດຽວນີ້ສາມາດຮູ້ສຶກໄດ້ວ່າ ປອດໄພຫຼາຍ
ຂຶ້ນກວ່າ ໃນວັນທີ່ຂ້າພະເຈົ້າໄດ້ເຂົ້າມາຮັບຕຳແໜ່ງ. ບໍ່ມີໄພຂົ່ມຂູ່ດ້ານ ນິວເຄລຍ
ຈາກເກົາຫຼີເໜືອ ອີກຕໍ່ໄປ.”

ແຕ່ຫລັງ​ຈາກນັ້ນມາ ບໍ່ມີຄວາມກ້າວໜ້າເລີຍ ໃນລາຍລະອຽດ ຂອງຂໍ້ຕົກລົງ ແລະ
ໃນວິທີໃດ ທີ່ເກົາຫຼີເໜືອ ຈະທຳລາຍຄັງອາວຸດຂອງຕົນ. ກອງປະຊຸມສຸດຍອດຄັ້ງທີ 2
ລະຫວ່າງ ທ່ານທຣຳ ແລະ ທ່ານກິມ ໃນນະຄອນຫຼວງຮາໂນ່ຍ ເມື່ອເດືອນແລ້ວນີ້ ໄດ້
ສິ້ນສຸດລົງ ໂດຍປາດສະຈາກ ການຕົກລົງກັນໃດໆ ຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG