ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອະດີດຜູ້ນຳປານາມາ ຖືກສົ່ງ ຈາກສະຫະລັດໄປໃຫ້ຝຣັ່ງ


ອະດີດ​ຈອ​ມຜະເດັດ​ການ Manual Noriega ​ແຫ່ງ​ປາ​ນາມາ ​ເດີນທາງໄປ​ຮອດ​ກຸງ​ປາຣີ​ແລ້ວ ຫລັງ​ຈາກຖືກ​ສົ່ງ​ໂຕ​ໄປ​ຈາກ​ສະຫະລັດອາ​ເມຣິກາ.
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ທ່ານ​ນາງຮີນ​ລາ​ຣີຄລິນ​ຕັນ ​ໄດ້​ລົງ​ນາມ​ໃນ​ດຳຣັດສະບັບ​ນຶ່ງ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອສົ່ງໂຕທ່ານ
Noriega ​ໄປ​ໃຫ້​ຝຣັ່ງ ບ່ອນ​ທ່ີ​ຕ້ອງການ​ໂຕ​ໄປ​ດຳ​ເນີນ​ຄະດີ​ໃນ​ຂໍ້​ຫາ ຖານ​ຟອກ​ເງິນ​ນັ້ນ.

ບັນດາ​ທະນາຍຄວາມຝ່າຍ​ຈຳ​ເລີຍ​ທ່ານ Noriega ກ່າວ​ວ່າ ເຂົາ​ເຈົ້າໄດ້​ຮູ້ຈັກ​ການ​ສົ່ງ​ໂຕ​ນີ້​ຈາກ​ບັນດາ​ນັກ​ຂ່າວ​ແທນ​ທ່ີ​ຈະ​ໄດ້​ຮູ້ຈັກ​ຈາກ​ບັນດາເຈົ້າ​ໜ້າ​ທ່ີ​ສະຫະລັດ ຊຶ່ງ​ທະ​ນາຍຄວາມທ່ານ​ນຶ່ງ​ກ່າວ​ວ່າ ​ເປັນ​ການຂາດ​ມາຣະຍາດ​.ອະດີດ​ຈອ​ມຜະ​ເດັດ​ການ​ໄດ້​ເຂົ້າ​ມອບ​ໂຕ​ຕໍ່​ທະຫານ​ຂອງ​ສະຫະລັດ​ອາ​ເມຣິກາ ​ໃນ​ເດືອນ​ມັງກອນ​ປີ 1990 ​ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກ​ສະຫະລັດ​ເຂົ້າ​ບຸກລຸກປາ​ນາມາ ​ແລະ​ທ່ານ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ປີ1992 ​ໃນ​ຂໍ້​ຫາ​ຖານ​ລັກລອບ​ຄ້າຂາຍ​ຢາ​ເສບ​ຕິດ​ທ່ີ​ຜິດ​ກົດໝາຍແລະ​ຂໍ້​ຫາ​ອື່ນໆ​ອີກ.

XS
SM
MD
LG