ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດສືບຕໍ່ລົງໂທດ ເກົາຫຼີເໜືອ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕໍ່ອາຍຸ ການລົງໂທດ ເກົາຫຼີເໜືອ ຕື່ມອີກນຶ່ງປີ.

ທ່ານໂອບາມາ ໄດ້ລົງນາມ ໃນຄຳສັ່ງສຸກເສີນ ຢູ່ທີ່ທຳ ນຽບຂາວ ໃນວັນອັງຄານ ວານນີ້ ທີ່ໃຫ້ຢຶດຊັບສິນ ຂອງເກົາຫຼີເໜືອທັງໝົດ ຢູ່​ໃນ​ສະຫະລັດ ແລະຫ້າມ ບໍ່ໃຫ້ພົນລະເມືອງ ອະເມຣິກັນ ເຮັດທຸລະກິດ ກັບກຳປັ່ນ ທີ່ຕິດທຸງຊາດ ເກົາຫຼີເໜືອ.

ປະທານາທິບໍດີ ສະຫະລັດ ໄດ້ອ້າງເຖິງ ການມີວັດຖຸນິວ ເຄລຍ ທີ່ສາມາດ ນຳໄປສ້າງ ອາວຸດໄດ້ ຂອງ​ເກົາຫລີ​ເໜືອ ແລະຄວາມສ່ຽງ ຈາກການມີ ວັດຖຸດັ່ງກ່າວ ເປັນເຫດຜົນ ໃນການຕໍ່ອາຍຸ ການ​ລົງ​ໂທດ.

ອະດີດ ປະທານາທິບໍດີ GEORGE W. BUSH ໄດ້ເລີ້ມລົງໂທດ ເທື່ອທຳອິດ ຕໍ່ເກົາ ຫຼີເໜືອ ໃນວັນທີ 26 ມິຖຸນາປີ 2008. ທ່ານໂອບາມາ ໄດ້ຕໍ່ອາຍຸ ການລົງໂທດ ດັ່ງກ່າວ ໃນປີກາຍນີ້.

ສະພາ ຄວາມສຳພັນ ຕ່າງປະເທດ ຫຼື CFR ຊຶ່ງເປັນກຸ່ມຄົ້ນຄວ້າ ແລະແນະນຳ ນະໂຍບາຍ ທີ່ມີສຳນັກງານ ຢູ່ສະຫະຣັດ ໄດ້ອອກລາຍງານ ສະບັບນຶ່ງ ໃນຕົ້ນອາທິດນີ້ ຮຽກຮ້ອງໃຫ້ ລັດຖະບານ ທ່ານໂອບາມາ ເອົາບົດບາດ ແບບກະຕືລືລົ້ນ ຫລາຍຂຶ້ນ ໃນການຮັບມື ກັບເກົາຫຼີເໜືອ.

ລາຍງານ ຂອງກຸ່ມ CFR ໄດ້ຕຳໜິຕິຕຽນ ວິທີການຮັບມື ຂອງ​ລັດຖະບານ​ ສະຫະລັດ ກັບພຽງຢາງ ແລະໂຄງການນິວເຄລຍ ຂອງປະເທດດັ່ງກ່າວວ່າ​ ເປັນ​ໄປແບບ ບໍ່ກະຕືລືລົ້ນ.

XS
SM
MD
LG