ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸຫົວໃໝ່ ພວມຂົ່ມຂູ່ ພາກຕາເວັນອອກ ສຽງເໜືອ ຂອງສະຫະລັດ (ວີດິໂອ)


ເມືອງ Seaside Heights ທີ່ຕັ້ງຢູ່ແຄມມະຫາສະມຸດແອັດແລນຕິກ ໃນລັດນິວເຈີຊີ ທີ່ໄດ້ຮັບຄວາມເສຍຫາຍຈາກລົມພາຍຸແຊນດີ.
ເມືອງ Seaside Heights ທີ່ຕັ້ງຢູ່ແຄມມະຫາສະມຸດແອັດແລນຕິກ ໃນລັດນິວເຈີຊີ ທີ່ໄດ້ຮັບຄວາມເສຍຫາຍຈາກລົມພາຍຸແຊນດີ.
ບັນດານັກພະຍາກອນອາກາດໃນສະຫະລັດ ກ່າວວ່າ ລົມພາຍຸທີ່
ອາດຈະສ້າງຄວາມເສຍຫາຍຫົວໃໝ່ກໍາລັງມຸ້ງໜ້າສູ່ເຂດແຄມຝັ່ງ
ທະເລກໍ້າຕາເວັນອອກ ນຶ່ງອາທິດ ຫລັງຈາກພາຍຸແຊນດີ ຊຶ່ງເປັນ
ລົມພາຍຸຂະໜາດແຮງ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຂົງເຂດດັ່ງ
ກ່າວ.

ພວກນັກພະຍາກອນອາກາດກ່າວວ່າ ພາຍຸຮ້າຍແຮງຫົວນີ້ ມີຊື່
ວ່າ nor’easter ກຳລັງກໍ່ຕົວຂຶ້ນ ຢູ່ນອກຝັ່ງທະເລ ທາງພາກຕາ
ເວັນອອກສຽງໃຕ້ຂອງສະຫະລັດ ແລະຄາດວ່າ ຈະເຄື່ອນໄປຍັງ
ທິດເໜືອ ຊຶ່ງໃນທີ່ສຸດ ກໍຈະໄປເຖິງບໍລິເວນ ແຄມຝັ່ງທະເລທາງ
ກໍ້າຕາເວັນອອກສຽງເໜືອຂອງສະຫະລັດ ໃນກາງອາທິດນີ້.

ຄາດວ່າລົມພາຍຸຫົວນີ້ ຈະບໍ່ແຮງເທົ່າກັບພາຍຸແຊນດີ ແຕ່ນັກພະ
ຍາກອນອາກາດກ່າວວ່າ ມັນຈະນໍາເອົາລົມແຮງ ອາກາດໜາວແລະຈະມີຝົນຕົກໜັກເຖິງ 7 ຊັງຕີແມັດ.

ບັນດາເຈົ້າໜ້າທີ່ກ່າວວ່າ ຝົນຕົກໜັກອາດຈະພາໃຫ້ເກີດນໍ້າຖ້ວມຢູ່ຕາມບ່ອນທີ່ລົມພາຍຸ ແຊນດີໄດ້ພັດຖະຫລົ່ມ. ສ່ວນບໍລິເວນທີ່ເລິກເຂົ້າໄປນັ້ນ ອາດຈະເຫັນຫິມະຕົກ.

ເຈົ້າຄອງນະຄອນ New York ທ່ານ Micheal Bloomberg ໄດ້ຕັດສິນໃຈວ່າ ພາຍຸຫົວ ນີ້ ບໍ່ມີຄວາມຮ້າຍແຮງພໍທີ່ຈະສັ່ງໃຫ້ມີການຍົກຍ້າຍປະຊາຊົນອີກຄັ້ງໃໝ່.

ໃນອາທິດແລ້ວນີ້ພາຍຸແຊນດີໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປ 100 ກວ່າຄົນແລະສ້າງຄວາມ ເສຍຫາຍຫຼາຍເຖີງ 50 ພັນລ້ານໂດລາ.

ເບິ່ງວີດິໂອຜົນກະທົບຂອງລົມພາຍຸແຊນດີ

XS
SM
MD
LG