ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ເທີກີ ຢຸດການອອກວີຊາ ຄົນເຂົ້າເມືອງ ໄວ້ຊົ່ວຄາວ


ພາບສະຖານທູດ ສະຫະລັດ ໃນນະຄອນຫຼວງ ອັງກາຣາ, ເທີກີ. 20 ທັນວາ, 2016.
ພາບສະຖານທູດ ສະຫະລັດ ໃນນະຄອນຫຼວງ ອັງກາຣາ, ເທີກີ. 20 ທັນວາ, 2016.

ສະຫະລັດ ໄດ້ປະກາດຢຸດຊົ່ວຄາວ ການຂໍວີຊາຄົນເຂົ້າເມືອງຈາກປະເທດ ເທີກີ ໃນ
ວັນອາທິດວານນີ້, ເປັນການເຄື່ອນໄຫວທີ່ໄດ້ຮັບການຕອບໂຕ້ກັບ ຢ່າງວ່ອງໄວ ໂດຍ
ເທີກີ.

ຖະແຫຼງການສະບັບນຶ່ງຈາກສະຖານທູດ ສະຫະລັດ ໃນນະຄອນຫຼວງ ອັງກາຣາ ກ່າວ
ວ່າ “ເຫດການເມື່ອບໍ່ດົນມານີ້ ໄດ້ບັງຄັບໃຫ້ລັດຖະ ບານ ສະຫະລັດ ຕ້ອງປະເມີນຄືນ
ຄຳໝັ້ນສັນຍາຂອງລັດຖະບານ ເທີກີ ຕໍ່ຄວາມປອດໄພຂອງສະຖານທີ່ຕ່າງໆ ແລະ
ເຈົ້າໜ້າທີ່ຂອງ ສະຫະລັດ.”

ຖະແຫຼງການນັ້ນ ບໍ່ໄດ້ລະບຸລະອຽດ ເຫດຜົນສຳລັບສິ່ງທີ່ເຂົາເຈົ້າກຳລັງປະເມີນໃນ
ຄຳໝັ້ນສັນຍາຂອງ ເທີກີ, ຫຼືບໍ່ ກໍເວົ້າວ່າ ການຢຸດຊົ່ວຄາວນັ້ນຈະໃຊ້ເວລາດົນປານໃດ.

ຖະແຫຼງການນັ້ນ ກ່າວເພີ່ມເຕີມວ່າ “ເພື່ອຈະຫຼຸດຈໍານວນຜູ້ເດີນທາງມາສະຖານທູດ
ແລະ ກົງສຸນຂອງພວກເຮົາໃນເວລາທີ່ການປະເມີນຜົນນີ້ກຳລັງດຳເນີນຢູ່ນັ້ນ, ພວກ
ເຮົາໄດ້ຢຸດການບໍລິການອອກວີຊາຄົນເຂົ້າເມືອງຢູ່ທຸກສະຖານທີ່ການທູດ ສະຫະລັດ
ໃນ ເທີກີ ເຊິ່ງມີຜົນບັງຄັບໃຊ້ໃນທັນທີທັນໃດ."

ສອງສາມຊົ່ວໂມງຕໍ່ມາ, ເທີກີ ໄດ້ຕອບໂຕ້ຄືນ ດ້ວຍການປະກາດຢຸດການບໍລິການ
ອອກວີຊາຂອງເຂົາເຈົ້າເອງໃນ ສະຫະລັດ, ດ້ວຍການໃຊ້ຄຳເວົ້າທີ່ຄືກັນກັບຖະແຫຼງ
ການຂອງ ສະຫະລັດ ແລະ ເຫດຜົນຕ່າງໆສຳລັບການໂຈະດັ່ງກ່າວ.

ໃນສັບປະດາທີ່ຜ່ານມາ, ເທີກີ ໄດ້ຈັບທ້າວ Metin Topuzm ພະນັກງານກົງສຸນ
ສະຫະລັດ ທີ່ ຖືສັນຊາດ ເທີກີ, ໂດຍກ່າວຫາລາວວ່າສື່ສານຢ່າງເປັນປະຈຳກັບສະ
ມາຊິກແນວໜ້າທີ່ ເທີກີ ກ່າວວ່າເປັນເຄືອຂ່າຍກໍ່ການຮ້າຍ ເຊິ່ງຖືກກ່າວຫາວ່າ ພົວ
ພັນກັບການກໍ່ລັດຖະປະຫານທີ່ປະສົບຄວາມລົ້ມແຫຼວ ຕໍ່ປະທານາທິບໍດີ Recep
Tayyip Erdogan ໃນປີກາຍນີ້.

ເທີກີ ໄດ້ກ່າວຫາການພະຍາຍາມກໍ່ລັດຖະປະຫານໃສ່ ນັກສອນສາສະໜາຊາວ ເທີກີ
ທີ່ອາໄສຢູ່ໃນ ສະຫະລັດ ທ່ານ Fethullah Gulen, ຜູ້ທີ່ໄດ້ປະຕິເສດທຸກໆການມີ
ສ່ວນຮ່ວມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG