ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Bae ຖືກຍ້າຍ ກັບຄືນໄປ ຄ້າຍອອກ ແຮງງານໜັກ (ວີດີໂອ)


ນັກສອນສາສະໜາອາເມຣິກັນ Kenneth Bae (ຂວາ) ຖືກນຳຕົວໄປ ຫລັງຈາກໄດ້ຖະແຫຼງຕໍ່ພວກນັກຂ່າວ ທີ່ ໂຮງໝໍມິດຕະພາບພຽງຢາງ (20 ມັງກອນ 2014)
ນັກສອນສາສະໜາອາເມຣິກັນ Kenneth Bae (ຂວາ) ຖືກນຳຕົວໄປ ຫລັງຈາກໄດ້ຖະແຫຼງຕໍ່ພວກນັກຂ່າວ ທີ່ ໂຮງໝໍມິດຕະພາບພຽງຢາງ (20 ມັງກອນ 2014)
ເຈົ້າໜ້າທີ່ສະຫະລັດກ່າວວ່າ ຊາວອາເມຣິກັນຄົນນຶ່ງທີ່ຖືກຄຸມຂັງ
ຢູ່ເກົາຫຼີເໜືອ ມາໄດ້ 1 ປີກັບ 3 ເດືອນແລ້ວນັ້ນ ໄດ້ຖືກສົ່ງກັບຄືນ
ໄປຍັງຄ້າຍສັບພະທຸກ ອອກແຮງງານໜັກ.

ໂຄສົກຍິງຄົນນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວ
ໃນມື້ວັນສຸກວານນີ້ວ່າ ທ່ານ Kenneth Bae ອາຍຸ 45 ປີ ໄດ້ຖືກ
ສົ່ງຈາກໂຮງໝໍໄປຍັງຄ້າຍສັບພະທຸກອອກແຮງງານໜັກແຫ່ງນຶ່ງ
ໃນວັນທີ 20 ມັງກອນຜ່ານມານີ້ ແລະວໍຊິງຕັນມີຄວາມເປັນຫ່ວງ
ທີ່ສຸດກ່ຽວກັບສຸຂະພາບຂອງທ່ານ.

ໂຄສົກ Jen Psaki ກ່າວວ່າ ພວກເຈົ້າໜ້າທີ່ຂອງສະຖານທູດ
ສະວີເດັນໄດ້ ໄປຢ້ຽມທ່ານ Bae ຢູ່ທີ່ຄ້າຍດັ່ງກ່າວ ໃນມື້ວັນສຸກວານນີ້.

ທ່ານນາງ Psaki ໄດ້ຂໍຮ້ອງໃຫ້ພຽງຢາງ ໃຫ້ອະໄພຍະໂທດເປັນການພິເສດຕໍ່ທ່ານ Bae ແລະປ່ອຍທ່ານໃນທັນທີຍ້ອນເຫັນແກ່ເຫດຜົນດ້ານມະນຸດສະທຳ.

ເກົາຫລີເໜືອໄດ້ຕັດສິນໂທດໃຫ້ທ່ານ Bae ອອກແຮງງານໜັກເປັນເວລາ 15 ປີ ໃນຂໍ້ຫາ ພະຍາຍາມຫາທາງ ໂຄ່ນລົ້ມລັດຖະບານ. ການຮຽກຮ້ອງ ເພື່ອໃຫ້ປ່ອຍທ່ານ ກ່ອນໜ້ານີ້ ແມ່ນບໍ່ໄດ້ຮັບການສະໜອງຕອບແຕ່ຢ່າງໃດເລີຍ.

ຂ່າວກ່ຽວກັບການຍ້າຍທ່ານ Bae ບັງເອີນມີຂຶ້ນພ້ອມໆກັນກັບລາຍງານເລື່ອງນຶ່ງຂອງໜັງ ສືພິມ Choson Sinbo ທີ່ນິຍົມພຽງຢາງ ໃນຍີ່ປຸ່ນທີ່ເວົ້າວ່າ ທູດພິເສດຂອງສະຫະລັດຄາດ ວ່າຈະເດີນທາງໄປຢ້ຽມທ່ານ Bae.

US - Korea
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG