ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ຂອງສະຫະລັດ ຈະໄປຢ້ຽມຢາມຣັດເຊຍ ເພື່ອຫາລືເລື່ອງເກົາຫຼີເໜືອ


ທ່ານ Glyn Davies
ທ່ານ Glyn Davies

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະຫະລັດ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ເກົາຫຼີ​ເໜືອ ຈະ​ເດີນ
ທາງ​ໄປ​ຢ້ຽມຢາມ​ຣັດ​ເຊຍໃນ​ອາທິດ​ໜ້ານີ້ ​ເພື່ອ​ປຶກສາ​ຫາລື​ຊອກຫາ​ຊ່ອງ​ທາງ​ຮັບ​ມືກັບ​
ຜູ້ນຳ​ຄົນ​ໃໝ່​ຂອງ​ເກົາຫຼີ​ເໜືອ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ປະກາດ​ໃນ​ວັນມື້​ສຸກ​ວານ​ນີ້ວ່າ ຜູ້ຕາງໜ້າ​ພິ​ເສດ​ຮັບ
ຜິດຊອບ​ກ່ຽວ​ກັບ​ນະ​ໂຍບາຍ​ເກົາຫຼີ​ເໜືອທ່ານ Glyn Davies ຈະ​ເດີນທາງ​ໄປຣັດ​ເຊຍ​ໃນ
​ມື້ວັນຈັນ​ຈະ​ມານີ້​ເພື່ອ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ແລະການ​ມີ​ວິ​ໄສ​ທັດ​ຮ່ວມ​ກັນກ່ຽວ​ກັບ​
ເກົາຫຼີ​ເໜືອ.

ຖະ​ແຫຼງການ​ກ່າວ​ວ່າທ່ານ Davies ມີ​ແຜນການທີ່​ຈະ​ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ອະວຸ​ໂສ​ຂອງ
ຣັດເຊຍຮວມທັງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ Igor Morgulov ​ເອກ​ອັກຄະ​
ລັດຖະທູດ​ຮັບຜິດຊອບ​ກ່ຽວ​ກັບ​ການ​ເຈລະຈາ 6 ຝ່າຍທ່ານ Grigoriy Logvinov.

ການ​ເຈລະຈາ​ຫາລື​ເຫຼົ່ານີ້ແມ່ນ​ມີ​ຈຸດປະສົງ ​ແນ​ໃສ່ໃຫ້​ເກົາຫຼີ​ເໜືອ​ທັບ​ມ້າງ​ໂຄງການ​ນິວ​
ເຄລຍ ​ເພື່ອ​ເປັນ​ການ​ແລກປ່ຽນ ​ກັບ​ການ​ຊ່ອຍ​ເຫຼືອ ທີ່​ຕົກ​ຢູ່​ໃນ​ສະພາບບໍ່​ໄປ​ບໍ່​ມານັບ
​ແຕ່​ປີ 2008 ເປັນຕົ້ນມາ. ນອກ​ນັ້ນ ​ເຂົ້າຮ່ວມ​ໃນ​ການ​ເຈລະຈາດັ່ງກ່າວ ​ຍັງ​ມີ​ເກົາຫຼີ​ໃຕ້
ຈີນ ​ແລະ​ຍີ່ປຸ່ນ.

ຕິດຕາມ​ທ່ານ Davies ​ກໍ​ມີ​ທ່ານ Clifford Hart ທູດ​ພິ​ເສດ​ ໃນ​ການ​ເຈລະຈາ 6 ຝ່າຍ​
ຂອງສະຫະລັດ ສຳລັບ​ການ​ເດີນທາງ​ທີ່​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ 2 ກຸມພາຈະ​ມານີ້.

ນອກ​ນັ້ນ​ແລ້ວ​ ໃນ​ອາທິດ​ໜ້າ ທ່ານ Kurt Campbell ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ສະຫະລັດຮັບຜິດຊອບ​ກ່ຽວ​ກັບ​ກິດຈະການ​ເອ​ເຊຍ​ປາຊີ​ຟິກ ກໍ​ຈະ​ເດີນ
ທາງ​ໄປ​ຢ້ຽມຢາມ​ເກົາຫຼີ​ໃຕ້ ຫວຽດນາມ​ແລະ​ກຳປູ​ເຈຍ

ມື້ລາງຜູ້ນຳທີ່​ປົກຄອງ​ປະ​ເທດ​ເປັນ​ເວລາ​ດົນ​ນານ​ຂອງ​ເກົາຫຼີ​ເໜືອ​ທ່ານ​ກິມຈົງອິລໄດ້​ເຖິງ​
ແກ່​ອະສັນ​ຍະ​ກຳ​ໃນ​ເດືອນ​ທັນວາ ​ປ່ອຍ​ໃຫ້ການ​ປົກຄອງ​ປະ​ເທດ​ຕົກ​ຢູ່​ໃນ​ກຳມື​ລູກ​ຊາຍ
​ຫຼ້າຂອງທ່ານ ຄື​ທ່ານ​ກິມຈົງ​ອຸນ.

XS
SM
MD
LG