ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດຂໍໃຫ້ ເກົາຫຼີເໜືອ ເອົາບາດກ້າວໜັກແໜ້ນ ເລຶ່ອງນິວເຄລຍ


ທູດພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອ ທ່ານ Glyn Davies (ກາງຂວາ) ແລະທູດພິ ເສດດ້ານນິວເຄລຍຂອງເກົາຫຼີໃຕ້ທ່ານ Lim Sung-nam (ກາງຊ້າຍ) ຟັງຄຳຖາມຂອງພວກນັກຂ່າວ ລຸນຫຼັງ ການພົບປະ ທີ່ກະຊວງຕ່າງປະເທດເກົາຫຼີໃຕ້ ໃນກຸງໂຊລ (8 ທັນວາ 2011)
ທູດພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອ ທ່ານ Glyn Davies (ກາງຂວາ) ແລະທູດພິ ເສດດ້ານນິວເຄລຍຂອງເກົາຫຼີໃຕ້ທ່ານ Lim Sung-nam (ກາງຊ້າຍ) ຟັງຄຳຖາມຂອງພວກນັກຂ່າວ ລຸນຫຼັງ ການພົບປະ ທີ່ກະຊວງຕ່າງປະເທດເກົາຫຼີໃຕ້ ໃນກຸງໂຊລ (8 ທັນວາ 2011)

ທູດພິເສດຄົນໃໝ່ຂອງສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອ ຮຽກຮ້ອງໃຫ້ພຽງ
ຢາງເອົາ “ບາດກ້າວທີ່ໜັກແໜ້ນ” ເພື່ອຈະໃຫ້ມີການຮື້ຟື້ນການເຈລະຈາຫຼາຍຝ່າຍກ່ຽວກັບ
ໂຄງການນິວເຄລຍຂອງເກົາຫຼີເໜືອທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນ.

ຜູ້ຕາງໜ້າພິເສດຂອງສະຫະລັດຮັບຜິດຊອບເລື່ອງເກົາຫຼີເໜືອທ່ານ Glynn Davies ກ່າວ
ໃນວັນພະຫັດມື້ນີ້ວ່າເກົາຫຼີເໜືອຄວນຈະປະຕິບັດຕາມຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ໃນປີ 2005
ທີ່ຈະຢຸດເຊົາໂຄງການສ້າງອາວຸດນິວເຄລຍ ເພື່ອເປັນການແລກປ່ຽນ ກັບຜົນປະໂຫຍດທາງ
ດ້ານການທູດແລະດ້ານເສດຖະກິດ.

ທ່ານ Davies ເວົ້າວ່າ ສະຫະລັດມີແຜນການທີ່ຈະສືບຕໍ່ການເຈລະຈາສອງຝ່າຍ ກ່ຽວກັບ
ເລື່ອງນິວເຄລຍກັບເກົາຫຼີເໜືອແຕ່ສະຫະລັດບໍ່ມີຄວາມສົນໃຈ ໃນການທີ່ຈະເປີດການເຈລະ
ຈາເພື່ອເຫັນແກ່ການເຈລະຈາກັນທໍ່ນັ້ນ.

ນັບແຕ່ເດືອນກໍລະກົດເປັນຕົ້ນມາ ສະຫະລັດ ແລະເກົາຫຼີເໜືອ ໄດ້ເປີດການເຈລະຈາສອງ
ຮອບມາແລ້ວ ແນໃສ່ເພື່ອຊອກຫາຊ່ອງທາງທີ່ຈະເປີດການເຈລະຈາ 6 ຝ່າຍທີ່ພຽງຢາງໄດ້
ປະຖິ້ມໄປໃນເດືອນເມສາປີ 2009.

ທ່ານ Davies ໄດ້ເດີນທາງໄປເຖິງເກົາຫຼີໃຕ້ ໃນຖານະທີ່ເປັນພາກສ່ວນນຶ່ງຂອງການຢ້ຽມ
ຢາມຂົງເຂດເທື່ອທຳອິດຂອງທ່ານນັບແຕ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງໃນເດືອນ
ຕຸລາປີນີ້.

XS
SM
MD
LG