ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຂໍ້ຕົກລົງນິວເຄຼຍ ລະຫວ່າງ ສຫລ ແລະເກົາຫຼີເໜືອ ໄດ້ຮັບຄໍາຊົມເຊີຍ ຈາກຂົງເຂດເອເຊຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (29 ກຸມພາ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (29 ກຸມພາ 2012)

ການ​ຕັດສິນ​ໃຈ​ຂອງ​ເກົາຫຼີ​ເໜືອ​ທີ່​ໂຈະການ​ທົດ​ລອງ​ອາວຸດ​ນີວ​ເຄຼຍ ​ແລະ​ລູກ​ສອນ​ໄຟ ​ໄລ​
ຍະ​ໄກ​ຂອງ​ຕົນ​ນັ້ນ ​ແມ່ນ​ກໍາລັງ​ໄດ້​ຮັບ​ການ​ຊົມ​ເຊີຍ ຢ່າງລະມັດລະວັງ​ໃນ​ຂົງ​ເຂດ​ເອ​ເຊຍ
ບ່ອນ​ທີ່​ປະຊາຊົນ​ໃນ​ເຂດ​ດັ່ງກ່າວ​ຈຳນວນ​ຫຼວງຫລາຍ ຍັງ​ຈື່​ຈໍາ​ປະວັດ​ແຕ່​ຄັ້ງ​ກ່ອນ ​ທີ່​ບໍ່ປະ
ຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ນັ້ນ.

ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ ແລະ​ເກົາຫຼີ​ເໜືອ ​ໄດ້​ປະກາດ​ພ້ອມໆ​ກັນ​ເຖິງ​ຄວາມກ້າວໜ້າ​ເມື່ອ​
ວັນ​ພຸດ​ວານ​ນີ້ ​ໂດຍ​ກ່າວ​ວ່ານອກ​ນີ້​ແລ້ວ ພຽງ​ຢາງຍັງ​ຈະຍຸຕິ​ກິດຈະ​ກໍານີວ​ເຄລຍ​ອື່ນໆນັ້ນ​
ນໍາ ​ໂຮມ​ທັງ​ການ​ເສີມ​ສະມັດຖະພາບ​ທາດຢູ​ເຣນຽມ ​ໃນ​ຂະນະ​ດຽວ​ກັນ​ສະຫະລັດ​ກ່າວ​ວ່າ
ຕົນ​ຈະ​ດຳ​ເນີນ ຕາມ​ແຜນການ ​ທີ່​ຈະ​ສະໜອງການ​ຊ່ວຍ​ເຫຼືອອາຫານ​ຈາກ​ສະຫະລັດ​ໃນ​ປະ
ລິມານ 240,000 ​ໂຕນ ​ໃຫ້​ແກ່​ເກົາຫຼີ​ເໜືອ.

ທ່ານ Koichiro Gemba ລັດຖະມົນຕີ​ຕ່າງປະ​ເທດ​ຍີ່ປຸ່ນ​ ກ່າວ​ເມື່ອ​ວັນພະຫັດ​ມື້​ນີ້ ທີ່​ນະ
ຄອນ​ຫຼວງ​ໂຕ​ກຽວ​ວ່າ ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ນີ້ ຍັງ​ຈະ​ອໍານວຍ​ໃຫ້​ພວກ​ເຈົ້າໜ້າ​ທີ່ກວດກາ​
ຈາກ​ອົງການ​ພະລັງງານ​ປະລະມະ​ນູສາກົນ​ ກັບ​ຄືນ​ໄປຍັງ​ເກົາຫຼີ​ເໜືອ​ໄດ້.

ລັດຖະມົນຕີ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້​ອະທິບາຍ​ເຖິງ​ການ​ຍິນ​ຍອມ​ທີ່​ຍື່ນ​ສະ​ເໜີ​ໂດຍ​ເກົາຫຼີ​ເໜືອ
ນັ້ນວ່າ​ມີ​ຄວາມສໍາຄັນ​ ​ແຕ່​ທ່ານ​ກໍ​ຮັບ​ຮູ້​ວ່າ ຍັງ​ມີ​ອີກ​ຫຼາຍ​ສິ່ງຫລາ​ຍປະການ​ ທີ່​ຈະ​ຕ້ອງ​ໄດ້
ປະຕິບັດ ​ກ່ອນທີ່​ການເຈລະຈາ​ຫົກ​ຝ່າຍ ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງ​ເກົາຫລີ​ເໜືອ ​ທີ່​
ໄດ້​ຢຸດຊະ​ງັກມາ​ດົນ​ນານ​ແລ້ວນັ້ນ ຈະ​ສາມາດເປີດຄືນ​ໄດ້.

ນອກ​ນີ້​ແລ້ວໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່​ຂໍ້​ຕົກລົງ​ດັ່ງກ່າວ​ນີ້
ໂດຍ​ກ່າວ​ວ່າ ປັກ​ກິ່ງ​ຈະ​ສືບ​ຕໍ່​ຕຽມ​ພ້ອມ​ທີ່​ຈະ​ເອົາ​ບົດ ບາດ​ໃນ​ທາງ​ສ້າງສັນໃນ​ການ​ນໍາ​ເອົາ
ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ມາສູ່ ຂົງ​ເຂດ​ນີ້.

ເມື່ອ​ວັນ​ພຸດ​ວານ​ນີ້ ພວກ​ເຈົ້າໜ້າ​ທີ່​ສະຫະລັດ ກໍ​ຮັບ​ຮູ້​ວ່າ ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ເປັນ​ພຽງ​ບາດ
ກ້າວ​ທໍາ​ອິດ​ໃນ​ການ​ດໍາ​ເນີນ​ຂັ້ນຕອນອັນ​ຍາ​ວນານ​ນັ້ນ.

ຂໍ້​ຕົກລົງ​ນີ້ ມີ​ຂຶ້ນຫຼັງຈາກການ​ເຈ​ລະ​ຈາ​ເມື່ອ​ອາທິດ​ຜ່ານ​ມາ​ທີ່​ນະຄອນຫຼວງປັກ​ກິ່ງ ລະຫວ່າງ
ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ ແລະ​ເກົາຫຼີ​ເໜືອ ​ໃນ​ໄລຍະ​ພຽງ​ສອງ​ເດືອນ ລຸນ​ຫຼັງການ​ເຖິງ​ແກ່​
ອະສັນ​ຍະ​ກຳ​ຂອງມື້ລາງ​ຜູ້​ສຳ​ສູງ​ສຸດ ຂອງ​ເກົາຫຼີ​ເໜືອ ທ່ານ ​ກິມ ຈົງ​ອິລ.

ທ່ານ​ນາງຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທີ​ມງານສະຫະລັດ
ແລະ​ເກົາຫຼີ​ເໜືອ ຈະ​ພົບ​ປະກັນໃນ​ອີກ​ບໍ່​ຊ້າ​ນີ້​ເພື່ອສະ​ລຸບລາຍ​ລະອຽດ​ຂອງ​ແຜນການ​ຈັດສົ່ງ​
ການ​ຊ່ວຍ​ເຫລືອ​ອາຫານ​ໄປ​ຍັງ​ເກົາ ຫຼີ​ເໜືອ ຊຶ່ງ​ທ່ານ​ນາງ​ກ່າວ​ອີກ​ວ່າ ການ​ຈັດສົ່ງ​ອາຫານ
ຄັ້ງ​ນີ້​ແມ່ນ​ຈະ​ມີ​ການ ​ຕິດຕາມ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຮັບປະກັນ​ວ່າການ​ຊ່ວຍ​ເຫຼືອນີ້​ໄດ້
ຕົກ​ໄປຮອດ​ໄປ​ເຖິງ​ພວກ​ທີ່​ຕ້ອງການ​ແທ້ໆ.

XS
SM
MD
LG