ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຈະທັບມ້າງ ການປິດກັ້ນ ຂໍ້ມູນ ເພື່ອການປ່ຽນແປງ ໃນເກົາຫຼີເໜືອ


ທ່ານ Robert King ທູດພິເສດສະຫະລັດດ້ານສິດທິມະນຸດໃນເກົາຫຼີເໜືອ
ທ່ານ Robert King ທູດພິເສດສະຫະລັດດ້ານສິດທິມະນຸດໃນເກົາຫຼີເໜືອ

ນັກ​ການ​ທູດ​ສະຫະລັດ​ລະດັບ​ສູງ​ຄົນ​ນຶ່ງ​ກ່າວ​ວ່າ ​ເວລາ​ນີ້​ ວໍ​ຊິງ​ຕັນກໍາລັງດຳ​ເນີນ​ການ​
ເພື່ອ​ທັບ​ມ້າງ ການ​ສະກັດ​ກັ້ນ​ຂໍ້​ມູນທີ່​ອຳນວຍໃຫ້​ເກົາຫຼີ​ເໜືອ ສາມາດ​ປົກ​ປິດການລະ​ເມີດ
ສິດທິ​ມະນຸດ​ຂອງ​ຕົນ​ແລະ​ຄວບ​ຄຸມ​ປະຊາຊົນຂອງ​ຕົນ ບໍ່ໃຫ້ຮູ້​ເລຶ່ອງຄວາມ​ເປັນ​ໄປ​ໃດໆ​
ກ່ຽວ​ກັບ​ໂລກ​ພາຍ​ນອກ.

ທ່ານ Robert King ທູດ​ພິ​ເສດ​ສະຫະລັດ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດ​ໃນ​ເກົາຫຼີ​ເໜືອ​ ກ່າວເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ທັບ​ມ້າງ​ສະພາບ ການໂດດດ່ຽວ​ດ້ານ​ສື່​ມວນ​ຊົນ ​ຢູ່ໃນ​ປະ​ເທດ​ຄອມ​ມີ​ວນີສທີ່​ມີ​ການ​ຄວບ​ຄຸມ ຢ່າງ​ເຄັ່ງຄັດນັ້ນ ຄື​ກະ​ແຈອັນ​ນຶ່ງເພື່ອ​ຊຸກຍູ້​ໃຫ້ມີການ​ປ່ຽນ​ແປງ​ໃນ​ທາງ​ບວກ​ຢູ່​ທີ່​ນັ້ນ.

ທ່ານຄິງ ​ໄດ້​ບອກ​ຕໍ່​ກອງ​ປະຊຸມ​ທີ່​ກຸງ​ໂຊ​ລ ​ເກົາຫຼີ​ໃຕ້​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ອອກ​ຂ່າວ​ແລະແຜ່ຜາຍຂໍ້​ມູນ​ອື່ນໆ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ ຊຶ່ງ​ໂດຍ​ແທ້ຈິງ​ແລ້ວເກົາຫຼີ​ເໜືອ​ບໍ່​ມີ​ອິນ​ເທີແນັ​ທ ​ແລະ​ວາງ​ຂໍ້​ຈໍາກັດຮັດ​ແຄບ​ຢ່າງ​ເຄັ່ງ​ຄັດ ຕໍ່ການ​ໃຊ້​ໂທລະສັບ​ມືຖື.

ທ່ານ ຄິງ ກ່າວ​ອີກ​ວ່າ ​ເກົາຫຼີ​ເໜືອ​ຍັງ​ຄົງເປັນປະ​ເທດ​ຕົວຢ່າງ​ຂອງ​ການ​ໂດດດ່ຽວ​ຈັດ​ທີ່​ສຸດ ​ແລະ​ວ່າ ການ​ຄວບ​ຄຸມ​ຂໍ້​ມູນ​ຕ່າງໆ​ຂອງ​ພຽງ​ຢາງ​ນັ້ນ ກໍ​ ​ເປັນ​ເຫດຜົນ​ນຶ່ງ ທີ່ເຮັດ​ໃຫ້​ເກົາຫຼີ​ເໜືອປະ​ເຊີນ​ກັບ​ການກ່າວໂຈມ​ຕີຈາກໂລກ​ພາຍ​ນອກ​ໜ້ອຍລົງ.

​ໂດຍ​ຍົກເອົາ​ລາຍ​ງານ​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ສະບັບ​ນຶ່ງທີ່​ອອກເມື່ອບໍ່​ດົນ​ມາ​ນີ້ ທ່ານຄິງເວົ້າວ່າ ​ເກົາຫຼີ​ເໜືອ​ໄດ້​ຫ້າມ ບໍ່​ໃຫ້ວິ​ທະ​ຍຸ​
ແລະ​ໂທ​ລະ​ພາບ​ຕ່າ​ງໆຮັບຟັງຫຼື​ເບິ່ງ​ລາຍການຈາກ​ສະຖານີທີ່​ບໍ່ແມ່ນ​ລັດ​ເປັນຜູ້​ຄວບ​ຄຸມນັ້ນ. ນອກ​ນີ້​ແລ້ວ ​ເກົາຫຼີ​ເໜືອ​ຍັງ​ພະຍາຍາມ​ທີ່​ຈະ​ສະກັດ​ກັ້ນ​ການ​ກະຈາຍສຽງ​ຂ່າວ​ໂຮມ​ທັງ​ການ​ກະຈາຍສຽງ​ໂດຍ​ສະຫະລັດ​ແລະເກົາຫຼີ​ໃຕ້​ນັ້ນ​ນໍາ.

XS
SM
MD
LG