ເຈົ້າໜ້າທີ່ຂັ້ນສູງຂອງກະຊວງປ້ອງກັນປະເທດສະຫະລັດທ່ານນຶ່ງກ່າວວ່າ ກຸງວໍຊິງຕັນໄດ້ຕັດສິນໃຈງົດການຊ່ອຍເຫຼືອເຂົ້າປາອາຫາໃຫ້ແກ່ເກົາຫຼີເໜືອໄວ້ຊົ່ວຄາວ ພາກສ່ວນນຶ່ງກໍເປັນຍ້ອນເກົາຫຼີເໜືອວາງແຜນທີ່ຈະສົ່ງລູກສອນໄຟຂີປະນາວຸດແບບທ້າທາຍເກາະຜິດໃນເດືອນໜ້ານີ້.
ທ່ານ Peter Lavoy ຜູ້ວ່າການແທນລັດຖະມົນຕີຊ່ອຍວ່າການກະຊວງປ້ອງກັນປະເທດວ່າດ້ວຍກິດຈະການດ້ານຄວາມໝັ້ນຄົງໃນຂົງເຂດເອເຊຍແລະປາຊີຟິກຂອງສະຫະລັດກ່າວໃນການໄປໃຫ້ການຕໍ່ຄະນະກໍາມາທິການລັດຖະສະພາຈຸນຶ່ງໃນວັນພຸດວານນີ້ວ່າ ການສົ່ງລູກສອນໄຟດັ່ງກ່າວນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາຂອງກຸງພຽງຢ້າງທີ່ບໍ່ເອົາຫົວຊານໍາຄວາມໝັ້ນໝາຍຕ່າງໆຂອງຕົນທີ່ມີຕໍ່ນາໆຊາດ. ສະຫະລັດ ຍີ່ປຸ່ນ ເກົາຫຼີໃຕ້ ຈີນແລະຣັດເຊຍ ຕ່າງກໍໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອປະລະແຜນການຍິງລູກສອນໄຟດັ່ງກ່າວ ຊຶ່ງເກົາຫຼີເໜືອໄດ້ກໍານົດໃສ່ສັບປະດາທີສອງ ຂອງເດືອນເມສາໜ້ານີ້.
ພາຍໃຕ້ຂໍ້ຕົກລົງສະບັບນຶ່ງທີ່ບັນລຸກັນໃນເດືອນແລ້ວນິ້ີ້ ເກົາຫລີເໜືອໄດ້ຮັບປາກວ່າຈະຢຸດເຊົາໂຄງການນີວເຄລຍຂອງຕົນເປັນບາງສ່ວນແລະຢຸດການທົດລອງລູກສອນໄຟເພື່ອແລກປ່ຽນເອົາການຊ່ອຍເຫຼືອ ເຂົ້າປາອາຫານຈາກສະຫະລັດນັ້ນ. ຫຼັງຈາກນັ້ນ ກຸງພຽງຢ້າງໄດ້ປະກາດອອກມາວ່າ ຕົນຈະໃຊ້ລູກຈະຫຼວດທີ່ຍິງໄດ້ໃນໄລຍະໄກສົ່ງດາວທຽມຂຶ້ນສູ່ອະວະກາດ ເພື່ອເປັນກຽດໃຫ້ແກ່ມື້ລາງປະທານປະເທດກິມ ອີລ ຊຸງຜູ້ກໍ່ຕັ້ງເກົາຫຼີເໜືອຊຶ່ງຈະມີອາຍຸ 100 ປີໃນວັນທີ 15 ເມສານີ້.
ນອກນັ້ນທ່ານ Lavoy ຍັງກ່າວຕໍ່ພວກສະມາຊິກລັດຖະສະພາຂອງສະຫະລັດເຊ່ນກັນວ່າ ກຸງວໍຊິງຕັນບໍ່ມີຄວາມໝັ້ນໃຈວ່າການຊ່ອຍເຫຼືອອາຫານໃດໆແກ່ເກົາຫຼີເໜືອນັ້ນ ຈະໄປຮອດໄປເຖິງມືພວກປະຊາຊົນທີ່ຕ້ອງການຄວາມຊ່ອຍເຫຼືອຫຼາຍທີ່ສຸດນັ້ນ. ໂຄງການຊ່ອຍເຫຼືອເຂົ້າປາອາຫານທີ່ວ່ານີ້ ແມ່ນຕັ້ງໃຈເພື່ອເເນເປົ້າໝາຍໂດຍສະເພາະໃສ່ພວກເດັກນ້ອຍແລະພວກແມ່ຍິງຖືພາມານນັ້ນ.
ການຊ່ອຍເຫຼືອອາຫານຂອງສະຫະລັດແກ່ເກົາຫຼີເໜືອ ໄດ້ຖືກໂຈະມາຕັ້ງແຕ່ກຸງພຽງຢ້າງ ຂັບໄລ່ພວກຕິດຕາມສິ້ງຊອມເບິ່ງການຊ່ອຍເຫຼືອອາຫານຂອງສະຫະລັດອອກຈາກປະເທດໃນປີ 2009 ເປັນຕົ້ນມາຫຼັງຈາກທາງກຸງວໍຊິງຕັນໄດ້ສະແດງຄວາມເປັນຫ່ວງໃນທໍານອງດຽວກັນນີ້ກ່ຽວກັບການແຈກຢາຍເຂົ້າປາອາຫານນັ້ນ.