ຜູ້ບັນຊາການຂັ້ນສູງຂອງກອງທັບສະຫະລັດທ່ານນຶ່ງກ່າວວ່າ ເກົາຫລີເໜືອຕ້ອງທໍາການຍິນຍອມກ່ຽວກັບໂຄງການນີວເຄລຍຂອງຕົນ ເພື່ອຄໍ້າປະກັນວ່າຕົນຈະໄດ້ຮັບການຊ່ອຍເຫລືອເຂົ້າປາອາຫານທີ່ຕົນຕ້ອງການເປັນທີ່ສຸດຈາກລັດຖະບານກຸງວໍຊິງຕັນນັ້ນ.
ພົນເຣືອເອກ Robert Willard ຜູ້ບັນຊາການກຳລັງສະຫະລັດປະຈໍາພາກພື້ນເອເຊຍປາຊີຟິກ ກ່າວໃນວັນອັງຄານວານນີ້ວ່າ ເງື່ອນໄຂຕ່າງໆແມ່ນຮວມທັງການໃຫ້ເກົາຫລີເໜືອຍຸດຕິໂຄງການນີວເຄລຍແລະການທົດລອງຍິງລູກສອນໄຟຂີປະນາວຸດຂອງຕົນຕະຫຼອດທັງອະນຸມັດໃຫ້ ພວກນັກກວດການີວເຄລຍຂອງສະຫະປະຊາຊາດກັບຄືນເຂົ້າໄປກວດກາໂຮງໄຟຟ້າພະລັງປະລະມະນູທີ່ Yongbyon ນັ້ນ.
ພົນເຮືອເອກ Willard ກ່າວເຊ່ນນີ້ ໃນການໃຫ້ການຕໍ່ຄະນະກໍາມາທິການດ້ານທະຫານຂອງສະພາສູງສະຫະລັດທີ່ກຸງວໍຊິງຕັນ.
ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ປະຕິເສດມາເປັນເວລາດົນນານທີ່ວ່າ ການຊ່ອຍເຫລືອດ້ານເຂົ້າປາອາຫານແກ່ເກົາຫລີເໜືອ ທີ່ທຸກຈົນແມ່ນມີເງື່ອນໄຂພົວພັນກັບການຍິນຍອມທາງດ້ານການເມືອງຕ່າງໆ.
ສະຫະລັດໄດ້ງົດໂຄງການໃຫ້ການຊ່ອຍເຫຼືອເຂົ້າປາອາຫານຂອງຕົນໃນຕົ້ນປີ 2009 ພາກສ່ວນນຶ່ງກໍເປັນຍ້ອນມີຄວາມເປັນຫ່ວງກັງວົນວ່າ ອາຫານເຫລົ່ານີ້ໄດ້ຖືກສົ່ງໄປໃຫ້ກອງທັບເກົາຫລີເໜືອຫລືໄປໃຫ້ພວກຫົວກະທິດ້ານການເມືອງ ແທນທີ່ຈະແມ່ນປະຊາຊົນ.