ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດວ່າເກົາຫຼີເໜືອບໍ່ຈິງໃຈ


ນັກ​ການ​ທູດລະດັບ​ສູງ​ທ່ານ​ນຶ່ງ​ຂອງ​ສະຫະລັດ​ກ່າວ​ວ່າ
ພຶດຕິ​ກຳ​ຂອງ​ເກົາຫຼີ​ເໜືອ​ໃນຫ​ວ່າ​ງໄວໆ​ມາ​ນີ້ ​ເປັນ​ຮ່ອງ
ຮອຍ​ຊີ້​ບອກ​ວ່າ ອຳນາດ​ປົກຄອງທີ່​ລຶກລັບ​ຂອງເກົາຫຼີ​ເໜືອ
ນັ້ນແມ່ນ​ຍັງບໍ່ຕຽມ​ພ້ອມ​ທີ່​ຈະກັບ​ຄືນເຂົ້າ​ຮ່ວມການເຈລະຈາ
ກ່ຽວ​ກັບ​ໂຄງການ​ນິວ​ເຄລຍ​ຂອງ​ຕົນ​ນັ້ນ.

ທ່ານ Robert Einhorn ທີ່​ປືກສາ​ພິ​ເສດ​ຂອງ​ກະ​ຊວງ
ການຕ່າງປະ​ເທດ​ສະຫະລັດ ຮັບຜິດຊອບ​ເລື່ອງການ​ບໍ່
ເຜີຍ​ແຜ່ນິວ​ເຄລຍ​ແລະ​ການ​ຄວບ​ຄຸມອາວຸດ​ ໄດ້ໃຫ້​ຂໍ້ສັງ​ເກດ​ດັ່ງກ່າວ ​ໃນ​ລະຫວ່າງ
ການ​ໃຫ້​ສໍາ​ພາດ​ຂ່າວ​ທີ່Tokyo ຍີ່ປຸ່ນໃນ​ວັນພຸດມື້​ນີ້ ຊຶ່ງ​ທ່ານ​ໄດ້​ກ່າວ​ຕຶ່ມວ່າ ການ​ກະທຳ
ຕ່າງໆ ຂອງ​ພຽງ​ຢາງເມື່ອ​ໝໍ່ໆ​ມາ​ນີ້ ​ໄດ້​ຍົກອັນ​ທີ່ທ່ານ​ເອີ້ນ​ວ່າ “ຄຳ​ຖາມ​ອັນ​ຊອບທໍາ”
ຂຶ້ນ​ມາ ກ່ຽວ​ກັບ​ວ່າ ພຽງ​ຢາງມີ​ຄວາມ​ໝາຍ​ໝັ້ນແທ້​ຫລື​ບໍ່ ທີ່​ຈະກໍ​າຈັດອາວຸດນິວ​ເຄລຍ
ອອກ​ໄປ​ຈາກແຫຼມ​ເກົາຫຼີ​ນັ້ນ?

ແລະ​ໃນ​ວັນ​ພຸດ​ມື້​ນີ້​ເຊ່ນ​ກັນ ອົງການ​ຂ່າວຢອນ​ຮັບ​ຂອງ​ເກົາຫຼີ​ໃຕ້​ກ່າວ​ວ່າ ທາງ​ສະຫະລັດ​
ໄດ້ເອົາ​ຊື່​ຂອງເຈົ້າ​ໜ້າ​ທີ່ການ​ເງິນເກົາຫລີ​ເໜືອ ສາມ​ຄົນເຂົ້າ​ໃນ​ບັນຊີ​ດໍາ ຍ້ອນ​ສົງ​ໃສ​ວ່າ
ພວກ​ກ່ຽວ​ເປັນ​ຜູ້​ຈັດການ​ເລື່ອງ​ການ​ເງິນລັບຂອງທ່ານ ຄິມ ຈົງ​ ອິລ ຜູ້​ນໍາ​ເກົາຫລີ​ເໜືອ​ນັ້ນ.

ຢອນ​ຮັບເວົ້າ​ວ່າ​ຕົນໄດ້​ຮຽນ​ຮູ້​ເຖິງ​ລາ​ຍຊື່ດັງ​ກ່າວ​ນີ້ ຈາກແຫ່ລງຂ່າວລັດຖະ ບານ​ແຕ່​ບໍ່
ແຈ້ງ​ຊື່​ໃຫ້​ຊາບ ຊຶ່ງ​ແຫຼ​ງຂ່າວ​ຍັງລະບຸ​ອີກວ່າ ທາງ​ການ​ສະຫະລັດ​ຍັງ​ມີ​ຫລັກ​ຖານທີ່​
ສະ​ແດງ​ວ່າ9 ສະ​ຖາ​ບັນການ​ເງິນໃນ​ຕ່າງປະ​ເທດຂອງ​ເກົາຫລີ​ເໜືອ ແລະອີກຢ່າງ​ນ້ອຍ
2 ບໍລິສັດການຄ້າ ໄດ້​ມີ​ສ່ວນ​ພົວພັນ​ນໍາກິດຈະ​ກຳທີ່​ຜິດ​ກົດໝາຍ​ ຂອງ​ອຳນາດ​ການ​ປັກ​
ຄອງ​ເກົາຫຼີເໜືອ ​ຊຶ່ງ ຮວມທັງ ການ​ຄ້າອາວຸດສິນຄ້າ​ປະ​ເພດ​ເຄື່ອງຟຸ້ມ​ເຟືອຍ ​ແລະທະ​ນາ
ບັດ​ປອມ​ນຳ.

XS
SM
MD
LG