ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອຈະເພີ່ມຄວາມ ສາມາດດ້ານ​ນິວ​ເຄລຍ


ລັດຖະບານເກົາຫຼີເຫນືອ
ລັດຖະບານເກົາຫຼີເຫນືອ

ເກົາຫລີເໜືອກ່າວ​ໃນວັນຈັນມື້ນີ້ວ່າ ຕົນຈະຍົກ​ລະດັບ
ຄວາມສາມາດ ດ້ານ​ນິວ​ເຄລຍຂອງຕົນ ​ເພື່ອໂຕ້ຕອບ
ຕໍ່ອັນທີ່ເກົາຫລີ​ເໜືອເອີ້ນ​ວ່າ ນະໂຍບາຍທີ່ “​ເປັນ​ປໍ​
ລະ​ປັກ” ຂອງສະຫະລັດ.

ກະຊວງຕ່າງປະເທດເກົາຫລີເໜືອກ່າວໃນຖະແຫລງການ
ສະບັບນຶ່ງ ທີ່​ນຳ​ອອກເຜີຍ​ແຜ່ໂດຍອົງການຂ່າວກາງຂອງ
ເກົາຫລີ​ເໜືອວ່າ “ນະໂຍ ບາຍທີ່​ເປັນ​ປໍ​ລະ​ປັກສືບຕໍ່ມາ​
ແລະການຂົ່ມຂູ່ທາງທະຫານຂອງສະຫະ ລັດນັ້ນ” ​ໄດ້ເຮັດ
ໃຫ້ເກົາຫລີເໜືອຈຳເປັນຕ້ອງຍົກລະດັບການຕ້ານ​ຢັນ
ດ້ວຍ​ອາວຸດນິວເຄລຍຂອງຕົນ ໃນແບບ “ໃໝ່ແລະປັບປຸງ​ໃຫ້ດີຂື້ນ.” ຖະ​ແຫລ​ງການ
ບໍ່ໄດ້ໃຫ້ລາຍລະອຽດ​ໃດໆ​ຕື່ມອີກ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວເມື່ອວັນອາທິດ ວານນີ້ວ່າ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈຳເປັນຕ້ອງ ໄດ້ສະແດງການຮັບຮູ້
ຢ່າງແຈ້ງຂາວທີ່ສຸດ ວ່າເກົາຫລີເໜືອ​ໄດ້ມີພຶດຕິ ກຳແບບກະຫາຍສົງຄາມ ທີ່ປະຊາ
ຄົມນານາຊາດ ຮັບເອົາບໍ່ໄດ້.

ປະທານາທິບໍດີໂອບາມາ ກ່າວໃນຕອນປິດກອງປະຊຸມສຸດຍອດຂອງ ກຸ່ມ ຈີ20
ທີ່ນະຄອນໂຕຣອນໂຕວ່າ ທ່ານເຊື່ອວ່າ ແມ່ນເປັນສິ່ງສຳຄັນ ຢ່າງເດັດຂາດ
ສຳຫລັບປະຊາຄົມນານາຊາດທີ່​ຈະເຕົ້າໂຮມກັນຢູ່ເບື້ອງ ຫລັງປະທານາທິບໍດີເກົາ
ຫລີໃຕ້ ທ່ານ ລີ ມິ-ອຸງ ບັກ ນັ້ນ.

ປະທານາທິບໍດີສະຫະລັດ ຍັງເວົ້າຕື່ມວ່າ ປະທານາທິບໍດີ ລີ ໄດ້ສະ ແດງໃຫ້ເຫັນເຖິງ
ຄວາມ “ອົດ​ກັ້ນເປັນພິເສດ” ​ເມື່ອພິຈາລະນາ​ເບິ່ງ​ວ່າ ການສືບສວນຂອງນາໆ​ຊາດ​ໄດ້
ສະຫລຸບວ່າ ເກົາຫລີເໜືອ ເປັນຜູ້​ໂຈມ​ຕີເຮືອລົບເກົາຫລີໃຕ້ທີ່​ຈົມ​ນ້ຳ ຍັງຜົນໃຫ້ມີ
ທະຫານເຮືອເສຍຊີວິດ 46 ຄົນນັ້ນ.

XS
SM
MD
LG