ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປະກາດລົງໂທດ ເກົາຫລີເໜືອຕື່ມອີກ.


ປະທານາທິບໍດີບາຣັກໂອບາມາ ແຫ່ງສະຫະລັດ
ປະທານາທິບໍດີບາຣັກໂອບາມາ ແຫ່ງສະຫະລັດ

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ອອກ
ດຳລັດຫຼື​ຄໍາ​ສັ່ງ ​ດ້ານ​ບໍລິຫານ​ສະບັບ​ນຶ່ງເພີ່ມ​ຄວາມ​ເຂັ້ມ​
ແຂງໃນການ​ລົງ​ໂທດ​ດ້ານ​ເສດ ຖະກິດ​ຕໍ່​ເກົາຫລີ​ເໜືອ​ຕື່ມ
ອີກເລີ້ມແຕ່​ວັນ​ອັງຄານ​ມື້​ນີ້​ເປັນ​ຕົ້ນ​ໄປ.

ຢູ່​ໃນ​ສານ​ສະບັບ​ນຶ່ງ​ທີ່​ສົ່ງ​ໄປ​ຍັງ​ພວກຜູ້ນໍາພາ​ລັດຖະສະພາ
ສະຫະລັດ ທ່ານ​ໂອ​ບາ​ມາ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄໍາ​ສັ່ງ​
ທີ່​ວ່າ​ນີ້ແມ່ນເວົ້າເລື້ອງພາວະ​ສຸກ​ເສີນ​ແຫ່ງ​ຊາດ​ໃນ​ອະນາຄົດ
ກ່ຽວ​ກັບ​ເລື້ອງ​ເກົາຫລີ​ເໜືອແລະ​ເພື່ອຮັບປະກັນ​ວ່າ ການ
ຈັດ​ຕັ້ງ​ປະຕິບັດມະຕິ​ຕ່າງໆຂອງ​ສະຫະ​ປະຊາ​ຊາດ​ທີ່ໄດ້​ປະ
ກາດ​ລົງ​ໂທດ​ຕໍ່​ລັດຖະບານ​ກຸງ​ພຽງຢ້າງ​ນັ້ນ.

ຄໍາ​ສັ່ງ​ທີ່ວ່າ​ນີ້​ເກືອດຫ້າມບໍ່ໃຫ້ມີການ​ສັ່ງ​ສິນຄ້າ​ໃດໆ​ເຂົ້າ​
ມາ​ໂດຍ​ກົງ​ຫລື​ທາງ​ອ້ອມ ຕະຫລອດທັງ​ການ​ບໍລິການ
ຫລື​ເທັກ​ໂນ​ໂລ​ຈີ​ຈາກ​ເກົາຫລີ ​ເໜືອເວ້ນ​ເສຍ​ແຕ່​ມີ​ການ​ຍົກ
ເວັ້ນ​ໂດຍ​ສະເພາະ​ເຈາະ​ຈົງ​ເທົ່າ​ນັ້ນ. ການ​ລົງ​ໂທດ​ຢ່າງ​ໜັກ
ຂອງ​ສະຫະລັດ​ຕໍ່​ເກົາຫລີ​ເໜືອ​ແມ່ນ​ມີ​ຜົນ​ບັງຄັບ​ຢູ່​ແລ້ວທີ່​ຮວມທັງ​ການຈົດຊື່ພວກ​ອົງການ
ແລະບຸກຄົນ​ຕ່າງໆ​ຂອງ​ເກົາຫລີເໜືອ​ເຂົ້າໄວ້ໃນບັນຊີດຳ.

ເຖິງ​ແມ່ນ​ມີ​ຄໍາ​ສັ່ງ​ດັ່ງກ່າວ​ນີ້​ກໍ​ຕາມ ສະຫະລັດ​ແລະ​ເກົາຫລີ​ໃຕ້​ໄດ້ຖະ​ແຫລ​ງອອກ​ມາ​ຢ່າງ​ຈະ
ແຈ້ງ​ແລ້ວ​ໃນ​ສັບປະດາ​ນີ້​ວ່າ ​ການຂໍ​ຂະ​ມາ​ໂທດ​ຂອງ​ເກົາຫລີ​ເໜືອກ່ຽວ​ກັບ​ການ​ຍິງ​ກໍາ​ປັ່ນ​ລົບ
Cheonan ຂອງເກົາຫຼີໃຕ້ຫຼົ້ມນັ້ນ ​ບໍ່​ຈໍາ​ເປັນຕ້ອງເປັນ​ເງື່ອນ​ໄຂ​ລ່ວງ​ໜ້າ​ສໍາລັບ​ການ​ຮື້ ຟື້ນ​
ການ​ພົບ​ປະ​ເຈລະຈາ​ຂອງ 6 ຝ່າຍ​ຄືນ​ອີກ.

ໃນ​ການ​ຖະແຫຼງຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີ​ໃຕ້​ກ່າວ​ວ່າ ສິ່ງ​ສໍາຄັນ​ກໍ​ແມ່ນ​ວ່າກຸງ​ພຽງຢ້າງຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ແທ້ໆ​ຂອງ​ຕົນ​ໃນ​ການ​ຍັບ​ຍັ້ງ​ຈາກການ​ເກາະ​ຜິດ​ໃດໆ​ກັບ​ເກົາຫລີ​ໃຕ້​ຕື່ມ​ອີກ​ໃນ​ອະນາຄົດ ​ໂດຍ​ທໍາ​ການ​ເຄື່ອນ​ໄຫວ​ເພື່ອ​ປັບປຸງ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ໃນແຫລມ​ເກົາຫລີ​ໃຫ້​ດີ​ຂຶ້ນ​ນັ້ນ.

XS
SM
MD
LG