ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອຕ້ອງປັບປຸງຄວາມສຳພັນ ກັບເກົາຫຼີໃຕ້


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell ຢ້ຽມຢາມເກົາຫຼີໃຕ້
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານ Kurt Campbell ຢ້ຽມຢາມເກົາຫຼີໃຕ້

ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ
ເກົາຫຼີເໜືອຕ້ອງພິສູດໃຫ້ ເຫັນວ່າຕົນພ້ອມ​ທີ່​ຈະປັບປຸງ
ຄວາມສຳພັນກັບເກົາຫຼີໃຕ້ ກ່ອນທີ່ການ​ເຈລະຈາ 6 ຝ່າຍ
ກ່ຽວກັບການຢຸດຕິໂຄງການນິວເຄລຍຂອງ​ຕົນຈະສາມາດ
ດໍາ​ເນີນ​ຕໍ່​ໄປ​ໄດ້.

ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະ
ລັດ ທ່ານ Kurt Campbell ​ໄດ້​ສະ​ແດງ​ທ່າ​ທີ່​ດັ່ງກ່າວ​
ຂອງ​ສະຫະລັດ​ອອກ​ມາ ໃນວັນພະຫັດມື້ນີ້ຢູ່ທີ່ກຸງໂຊລ
ບ່ອນ​ທີ່​ທ່ານກໍາລັງ​ພົບ​ປະ​ຫາລື​ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະ ບານເກົາຫຼີ​ໃຕ້ ​ເພື່ອ​ຫາລື​ກັນ​ເລື້ອງການ​ເຄື່ອນ​ໄຫວຕ່າງໆ​ ທາງ​ການເມືອງ​ໃນ​ເກົາຫຼີ​ເໜືອ​ໃນ​ອາທິດ​ແລ້ວ​ນີ້ ທີ່​ ເທົ່າ​ກັບ​ເປັນ​ການ​ແຕ່ງ​ຕັ້ງ​ທ້າວ ກິມຈົງ​ອຸນ ລູກ​ຊາຍຫຼ້າ ຂອງ​ທ່ານ​
ກິມຈົງ​ອິລ ​ໃຫ້​ເປັນ​ຜູ້​ນໍາ​ ຄົນ​ຕໍ່​ໄປ​ ຂອງ​ເກົາຫລີ​ເໜືອ​ນັ້ນ.

ເກົາຫຼີເໜືອໄດ້ຖອນໂຕອອກຈາກເຈລະຈາດັ່ງກ່າວ ໃນປີ 2008 ຍ້ອນໄດ້ເກີດບັນຫາຂັດແຍ້ງກ່ຽວກັບການພິສູດກວດກາ ແລະໄດ້ທຳການທົດລອງ ອາວຸດນິວເຄລຍຄັ້ງທີ 2 ໃນປີຕໍ່ມາ.ແຕ່ມີລາຍງານວ່າທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອ ໄດ້ຮຽກຮ້ອງໃຫ້ມີການຮື້ຟື້ນການເຈລະຈາທີ່ວ່ານີ້ໂດຍໄວ ໃນລະຫວ່າງທີ່ທ່ານເດີນທາງໄປ ຢ້ຽມຢາມປະເທດຈີນ ໃນເດືອນສິງຫາປີນີ້.

XS
SM
MD
LG