ສະຫະລັດໄດ້ສະເໜີໃຫ້ຄວາມຊ່ອຍເຫຼືອສຸກເສີນ 7 ແສນ
5 ໝື່ນໂດລາ ແກ່ເກົາຫຼີເໜືອ ເພື່ອຊ່ອຍໃຫ້ປະເທດດັ່ງ
ກ່າວຟື້ນໂຕຄືນຈາກໄພນໍ້າຖ້ວມຮ້າຍແຮງ.
ທູດພິເສດ ຮັບຜິດຊອບກ່ຽວກັບເລື່ອງສິດທິມະນຸດຂອງ
ເກົາຫຼີເໜືອ ທ່ານ Robert King ກ່າວຕໍ່ VOA ໃນມື້
ວັນພຸດວ່າ ເງິນຈຳນວນດັ່ງກ່າວຈະຖືກມອບໃຫ້ແກ່ 3 ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ.
ທ່ານກ່າວວ່າ ອົງການທັງສາມຈະໃຊ້ຈ່າຍເງິນສຳລັບຊື້ ຢາປົວພະຍາດເປັນສ່ວນໃຫຍ່ ເພື່ອຈັດສົ່ງໄປໃຫ້ເກົາຫຼີເໜືອ ເລີ້ມແຕ່ທ້າຍອາທິດນີ້ເປັນຕົ້ນໄປ.
ໃນວັນຈັນຜ່ານມານີ້ ສະພາກາແດງຂອງເກົາຫຼີໃຕ້ກໍໄດ້ສະເໜີໃຫ້ການຊ່ອຍເຫຼືອ 8 ລ້ານ
4 ແສນໂດລາ ແກ່ສະພາກາແດງຂອງເກົາຫຼີເໜືອເພື່ອຊ່ອຍເກົາຫລີເໜືອໃຫ້ຟື້ນໂຕຄືນ ຈາກໄພນໍ້າຖ້ວມ. ຖ້າການສະເໜີທີ່ວ່ານີ້ ຫາກມີການຮັບເອົາ ມັນກໍຈະເປັນການໃຫ້ຄວາມ ຊ່ອຍເຫຼືອທີ່ສຳຄັນເທື່ອທຳອິດຂອງເກົາຫຼີໃຕ້ ນັບແຕ່ກຳປັ່ນລົບຂອງເກົາຫຼີໃຕ້ລໍານຶ່ງຫຼົ້ມ ໃນ ເດືອນມີນາປີນີ້ ຊຶ່ງມີການຖິ້ມໂທດໃສ່ວ່າ ເປັນການໂຈມຕີຈາກເຮືອດຳນໍ້າຂອງເກົາຫຼີເໜືອ ນັ້ນ.