ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ເກົາຫຼີໃຕ້ ຫາລື ການ​​ເຈລະຈາ​ 6 ຝ່າຍ ກັບ ເກົາຫຼີເໜືອ (ວີດີໂອ)


ທູດ​ພິ​ເສດຂອງ​ສະຫະລັດ ​ຮັບຜິດຊອບ​ກ່ຽວ​ກັບນະ​ໂຍບາຍ
ເກົາຫຼີ​ເໜືອ ທ່ານ Glyn Davies
ທູດ​ພິ​ເສດຂອງ​ສະຫະລັດ ​ຮັບຜິດຊອບ​ກ່ຽວ​ກັບນະ​ໂຍບາຍ ເກົາຫຼີ​ເໜືອ ທ່ານ Glyn Davies
ນັກການທູດອະ​ວຸ​ໂສຂອງສະຫະລັດ ກ່າວ​ວ່າ ກຸງວໍ​ຊີງ​ຕັນ ຍັງ​ບໍ່​
ທັນ​ໄດ້​ເຫັນການ​ຍິນ​ຍອມ​ຜ່ອນຜັນ​ຢ່າງ​ພຽງພໍ ຈາກ​ທາງ​ເກົາຫຼີ​
ເໜືອ​ເທື່ອ ເພື່ອ​ຈະ​ເລີ້ມການເຈລະຈາ​ຢ່າງ​ເປັນ​ທາງ​ການ ​
ເຖິງ​ແມ່ນໄດ້​ມີ​ການຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ ລະຫວ່າງ​
ກຸງ​ພຽງ​ຢາງ​ກັບ​ກຸງ​ໂຊ​ລນັ້ນ​ກໍຕາມ.

ທູດ​ພິ​ເສດຂອງ​ສະຫະລັດ ​ຮັບຜິດຊອບ​ກ່ຽວ​ກັບນະ​ໂຍບາຍ
ເກົາຫຼີ​ເໜືອ ທ່ານ Glyn Davies ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ
ກຸງ​ພຽງ​ຢາງ​ຍັງ​ບໍ່​ໄດ້​ສະແດງໃຫ້​ເຫັນ​ວ່າ ຕົນ​ເຕັມ​ໃຈ​ທີ່​ຈະປະລະ
​ໂຄງ​ການ​ອາ​ວຸດ​ນິວ​ເຄລຍ ຕາມ​ທີ່ໄດ້​ບັງຄັບ​ໄວ້​ພາຍ​ໃຕ້​ມະຕິ
ຂອງສະພາ​ຄວາມ​ໝັ້ນຄົງອົງກາ​ນ ສະຫະ​ປະຊາ​ຊາດ ຊຶ່ງ​ທ່ານ
​ກ່າວ​ວ່າ: “ພວກ​ເຮົາ​ຕ້ອງ​ໄດ້ເຫັນ ຮ່ອງຮອຍຢ່າງ​ໃດ​ຢ່າງ​ນຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ
ເຖິງ​ຄວາມຈິງ​ໃຈ​ ກ່ຽວ​ກັບ​ບັນຫາ​ທີ່​ເປັນ​ຈຸດ​ສໍາຄັນ​ຂອງ​ຂັ້ນ​ຕອນ​ຂອງ​ການ​ດຳ​ເນີນ
ງານ6 ຝ່າຍ ຊຶ່ງ​ນັ້ນ​ກໍ​ຄື​ການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ເປັນ​ເຂດ​ປອດ​ອາວຸດ​ນິວ​ເຄລຍ ​
ຢ່າງ​ສັນຕິ”


ທ່ານ Davies ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ໃນ​ກຸງ​ໂຊ​ລ ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​
ຄູ່​ຕໍາ​ແໜ່​ງຝ່າຍເກົາຫຼີ​ໃຕ້ ທ່ານ Cho Tae-yong ຜູ້​ຊຶ່ງ​ມີ​ວິ​ໄສ​ທັດ​ໃນທາ​ງລົບຄື​ກັນ ກ່ຽວ​ກັບ
​ການ​ການເຈລະຈາ 6 ຝ່າຍຄືນ​ໃໝ່ ກັບເກົາຫຼີ​ເໜືອ ຊຶ່ງ​ທ່ານ​ເວົ້າວ່າ “ຈຸດປະສົງ​ທີ່​ເປັນ​ໃຈ
ກາງ​ຂອງ​ການເຈລະຈາ 6 ຝ່າຍ ກໍ​ຄື​ການ​ປົດອາວຸດ​ນິວ​ເຄລຍ."


ເກົາຫຼີ​ເໜືອປະກາດ​ວ່າຕົນ​ເປັນ​ປະ​ເທດ ທີ່​ມີອາວຸດ​ນິວ​ເຄລຍ​ ແລະ​ກໍ​ຈະ​ທໍາ​ການ​ທົດ​ລອງ​
ອາວຸດ​ດັ່ງກ່າວ​ນີ້. ​ເພາະສະ​ນັ້ນ ​ໃນ​ການ​ທີ່​ຈະ​ເປີດການເຈລະຈາ 6 ຝ່າຍຄືນ​ໃໝ່ ພວກ​ເຮົາ
​ຄວນ​ເຮັດ​ໃຫ້​ຈະ​ແຈ້ງວ່າ ການ​ພົບ​ປະ​ທີ່​ວ່າ​ນີ້ແມ່ນ ​ເພື່ອປົດອາວຸດ​ນິວ​ເຄລຍ. ​ແລະ​ພວກ​
ເຮົາ​ຈໍາ​ເປັນ​ຕ້ອງ​ໃຫ້​ແນ່​ໃຈ​ວ່າມັນ​ຈະ​ເປັນ​ຄວາມ​ກ້າວໜ້າໄປ​ສູ່​ການ​ປົດອາວຸດ​ນິວ​ເຄລຍ.

ການເຈລະຈາ 6 ຝ່າຍ ​ໄດ້ຢຸດ​ຊະ​ງັກລົງ ​ນັບ​ຕັ້ງ​ແຕ່ ​ປີ 2008 ​ເປັນ​ຕົ້ນ​ມາ ​ເວລາ​ເກົາຫຼີ​ເໜືອ
​ຍ່າງອອກຈາກ​ກອງ​ປະຊຸມ ​ແລະ​ທຳ​ການທົດ​ລອງ​ອາວຸດ​ນິວ​ເຄລຍ​ ​ເປັນ​ຄັ້ງ​ທີ 2​ ​ໃນ​ເວລາ
​ຕໍ່​ມາ ຊຶ່ງ​ເປັນ​ການ​ກະທໍາ​ທີ່​ຕ້ອງ​ຫ້າ​ມ​ ພາຍ​ໃຕ້ການ​ລົງໂທດຂອງ​ອົງການ​ສະຫະ​ປະຊາ​ຊາດ.

US KOREAS DIPLOMACY SOTVO.mov
please wait

No media source currently available

0:00 0:01:06 0:00
XS
SM
MD
LG