ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອສເປີ ໄດ້ກ່າວໃນວັນເສົາວານນີ້ ວ່າ ການປຶກສາຫາລືກັນ ຍັງຄົງດຳເນີນຕໍ່ໄປ ກ່ຽວກັບການກຳນົດວັນເລີ້ມຕົ້ນ ສຳລັບໄລຍະການທົດລອງ ເປັນເວລາ 7 ວັນ ຂອງການຫລຸດຜ່ອນຄວາມຮຸນແຮງ ທີ່ໄດ້ເຈລະຈາກັບ ກຸ່ມຕາລີບານໃນອັຟການິສຖານ.
“ອັນນັ້ນ ເປັນວັນທີ່ອາດເລື່ອນໄປໄດ້ ເພາະວ່າ ພວກເຮົາຍັງທຳການປຶກສາຫາລືກັນຢູ່ ຖ້າທ່ານຄິດເບິ່ງ…ສະນັ້ນແລ້ວ ຂ້າພະເຈົ້າ ບໍ່ສາມາດໃຫ້ທ່ານໄດ້ ວັນທີ່ເຈາະຈົງ ໃນເວລານີ້” ທ່ານແອສເປີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງມິວນິກ ຂອງເຢຍຣະມັນ ຫຼັງຈາກທີ່ເຂົ້າຮ່ວມໃນກອບປະຊຸມດ້ານຄວາມໝັ້ນຄົງຢູ່ທີ່ນັ້ນ.
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດ ການຫລຸດຜ່ອນຄວາມຮຸນແຮງຊົ່ວຄາວນັ້ນວ່າ ຈະແຜ່ວທາງໄປສູ່ຂໍ້ຕົກລົງສັນຕິພາບຮອບດ້ານ ກັບກຸ່ມກະບົດດັ່ງກ່າວ ທີ່ອາດຈະຍຸຕິສົງຄາມຂອງອາເມຣິການທີ່ຍາວນານທີ່ສຸດ ແລະຈະນຳເອົາທະຫານສະຫະລັດ ປະມານ 13,000 ຄົນ ກັບຄືນປະເທດ ຈາກອັຟການິສຖານ ກໍເປັນໄດ້.
ທ່ານແອສເປີ ເວົ້າວ່າ “ບ່ອນທີ່ພວກເຮົາຢູ່ໃນເວລານີ້ ແມ່ນຢູ່ໜ້າປະຕູຂອງໄລຍະການຫລຸດຜ່ອນຄວາມຮຸນແຮງ. ຖ້າພວກເຮົາ ຕັດສິນໃຈທີ່ຈະກ້າວໄປໜ້າ ຖ້າໝົດທຸກຝ່າຍປະຕິບັດຕາມ--ພັນທະຂອງພວກຕົນ ພາຍໃຕ້ການຫລຸດຜ່ອນໃນຄວາມຮຸນແຮງນັ້ນ--ຕໍ່ຈາກນັ້ນ ພວກເຮົາຈະເລີ້ມການເຈລະຈາກ່ຽວກັບພາກສ່ວນຕໍ່ໄປ ຊຶ່ງຈະກ້າວໜ້າຕໍ່ໄປໄດ້ຫຼືບໍ່ ດ້ວຍການຕົກລົງສັນຕິພາບແບບຮອບດ້ານ.”
ຕາມພາກສ່ວນນຶ່ງຂອງຂໍ້ຕົກລົງໄລຍະສັ້ນດັ່ງກ່າວ ທ່ານແອສເປີ ກ່າວຕື່ມໄປວ່າ ສະຫະລັດ ຈະຍົກເລີກ “ການປະຕິການຂອງພວກເຮົາ ໂດຍສ່ວນໃຫຍ່” ຫາກແຕ່ຫົວໜ້າທຳນຽບຫ້າແຈ ໄດ້ປະຕິເສດທີ່ຈະສົນທະນາໃນລາຍລະອຽດໃດໆຕື່ມອີກ.
ບັນດາເຈົາໜ້າທີ່ສະຫະລັດ ກ່າວວ່າ ຂໍ້ຕົກລົງດັ່ງກ່າວ ຜູກໝັດກຸ່ມຕາລີບານ ເພື່ອໃຫ້ຍຸຕິການໂຈມຕີທີ່ສຳຄັນ ທີ່ຮວມທັງການວາງລະເບີດຕາມແຄມທາງ ແລະການລະເບີດສະຫລະຊີບ ຕໍ່ກອງກຳລັງອັຟການິສຖານ ແລະກອງກຳລັງນາໆຊາດ ທີ່ນຳພາໂດຍສະຫະລັດ ຢູ່ແຫ່ງຫົນໃດກໍຕາມໃນປະເທດອັຟການິສຖານ.
ກ່ອນໜ້ານີ້ ທ່ານແອສເປີ ໄດ້ກ່າວຕໍ່ບັນດາຜູ້ຊົມ ຢູ່ທີ່ກອງປະຊຸມດ້ານຄວາມໝັ້ນຄົງໃນມິວນິກ ກ່ຽວກັບການຫລຸດຜ່ອນໃນຄວາມຮຸນແຮງວ່າ ກໍບໍ່ແມ່ນວ່າ ຈະປາສະຈາກຄວາມສ່ຽງ ແຕ່ມັນ “ເບິ່ງຄືວ່າ ມີຄວາມຫວັງຫຼາຍ” ແລະ “ພວກເຮົາຕ້ອງໃຫ້ໂອກາດແກ່ສັນຕິພາບ.”