ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ກ່າວວ່າ ບໍ່ມີແຜນການ ທີ່ຈະປິດສະຖານທູດ ໃນຂະນະທີ່ ການສູ້ລົບ ຍັງຮ້າຍແຮງຢູ່ໃນອັຟການິສຖານ


ທະຫານມາຣີນຂອງສະຫະລັດ ຢືນຍາມທາງເຂົ້າສະຖານທູດຂອງອາເມຣິກາ ປະຈຳ ນະຄອນຫຼວງກາບູລ ຂອງອັຟການິສຖານ.
ທະຫານມາຣີນຂອງສະຫະລັດ ຢືນຍາມທາງເຂົ້າສະຖານທູດຂອງອາເມຣິກາ ປະຈຳ ນະຄອນຫຼວງກາບູລ ຂອງອັຟການິສຖານ.

ສະຖານທູດສະຫະລັດ ປະຈຳອັຟການິສຖານ ໃນວັນອາທິດວານນີ້ ໄດ້ກ່າວຕໍ່ປະເທດເຈົ້າພາບວ່າ ສະຫະລັດ “ບໍ່ມີແຜນການທີ່ຈະປິດ” ພາລະກິດດ້ານການທູດ ຂະນະທີ່ກຸ່ມຕາລີລານ ເພີ້ມທຳການໂຈມຕີຫຼາຍຂຶ້ນ ທີ່ກໍ່ໃຫ້ເກີດຄວາມເປັນຫ່ວງໃນທົ່ວປະເທດ ໃນເວລາທີ່ກຳລັງທະຫານ ພາຍໃຕ້ການນຳພາຂອງສະຫະ ລັດ ໃກ້ຈະສຳເລັດການຖອນກຳລັງ ອອກຈາກປະເທດດັ່ງກ່າວນັ້ນ.

ການຮັບປະກັນຂອງສະຫະລັດ ມີຂຶ້ນໃນການກ່າວຕອບຕໍ່ລາຍງານຕ່າງໆ ທີ່ສະເໜີແນະວ່າ ວໍຊິງຕັນ ກຳລັງກຽມພ້ອມແຜນການຍົກຍ້າຍສຸກເສີນສຳລັບບັນດາພະນັກງານປະຈຳສະຖານທູດ ໃນນະຄອນຫຼວງກາບູລ.

ສະຖານທູດໃນນະຄອນຫຼວງຂອງອັຟການິສຖານ “ແມ່ນເປີດຢູ່ ແລະຈະຍັງຄົງເປີດ” ນັ້ນແມ່ນຂໍ້ຄວາມທີ່ສະຖານທູດໄດ້ຂຽນລົງໃນທວິດເຕີ. ຕົນໄດ້ປະຕິຍານທີ່ຈະຮັກສາ “ການມີໜ້າດ້ານການທູດຢ່າງເຂັ້ມແຂງ” ໃນປະເທດດັ່ງກ່າວ ດັ່ງການຊີ້ນຳ ຂອງປະທານາທິບໍດີ ໂຈ ໄບເດັນ “ເພື່ອດຳເນີນການວຽກງານຫຼາຍຢ່າງທີ່ພວກເຮົາເຮັດກັບລັດຖະບານ ແລະປະຊາຊົນຂອງອັຟການິສຖານ.”

ລິ້ງທວິດເຕີຂອງສະຖານທູດສະຫະລັດປະຈຳກາບູລ:

https://twitter.com/USEmbassyKabul/status/1411681802872315906?s=20

ຖະແຫລງການນັ້ນ ໄດ້ໃຫ້ຂໍ້ສັງເກດວ່າ ສະຖານທູດໄດ້ຮັບຮູ້ເຖິງຄວາມທ້າທາຍຕ່າງໆໃນດ້ານປະຕິບັດການຮັກສາຄວາມປອດໄພໃນປະເທດດັ່ງກ່າວ ແລະ “ວາງແຜນການສໍາລັບເຫດການທີ່ອາດຈະເກີດຂຶ້ນຢູ່ສະເໝີ ແລະວິທີທີ່ຈະຫລຸດຜ່າອນຄວາມສ່ຽງທັງຫຼາຍຕໍ່ປະຊາຊົນຂອງພວກເຮົາ ແລະໂຄງການຕ່າງໆ.”

ຖະແຫລງການກ່າວວ່າ ສະຖານທູດຈະປັບ “ການມີໜ້າຂອງພວກເຮົາຖ້າຫາກຈຳເປັນ” ເພື່ອຮັບມືກັບຄວາມທ້າທາຍຕ່າງໆ ແລະໝັ້ນໃຈວ່າ ມັນອາດເຮັດໄດ້ ໃນວິທີ “ແບບປອດໄພເພື່ອຜົນປະໂຫຍດ” ຂອງອັຟການິສຖານ ແລະສາຍສຳ ພັນລະຫວ່າງສອງຝ່າຍ.

ດັ່ງທີ່ປະທານາທິບໍດີ ໄບເດັນ ແລະລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໄປ ໃນຂະນະທີ່ ການມີໜ້າຂອງກຳລັງທະຫານສະ ຫະລັດ ໃນອັຟການິສຖານ ກຳລັງຈະສິ້ນສຸດ, ກໍແມ່ນວ່າ ສະຖານທູດສະຫະ ລັດ ຈະສືບຕໍ່ພາລະກິດດ້ານການທູດ ການຊ່ອຍເຫຼືອດ້ານມະນຸດສະທຳ ແລະໂຄງການຊ່ອຍເຫຼືອດ້ານຄວາມປອດໄພ ໃນອັຟການິສຖານ.

ລິ້ງລາຍງານຂອງວີໂອເອ:

https://www.voanews.com/south-central-asia/taliban-capture-least-dozen-districts-afghan-fighting-rages

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG