ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ: ຍັງ​ບໍ​່​ມີ​ຄຳ​ຕອບ ຈາກ​ເກົາ​ຫຼີ​ເໜືອ​ ກ່ຽວ​ກັບ​ທະ​ຫານອ​ເມ​ຣິ​ກັນ ທີ່​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ


ປ້ອມ​ຍາມ​ຂອງ​ເກົາ​ຫຼີ​ເໜືອຢູ່​ຂ້າງ​ຫຼັງ ​ປ້ອມ​ຍາມ​ເກົາ​ຫຼີ​ໃຕ້ຢູ່​ດ້ານ​ໜ້າ ທີ່​ແນມ​ຈາກ​ເຂດ​ປາ​ຈູ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2023.
ປ້ອມ​ຍາມ​ຂອງ​ເກົາ​ຫຼີ​ເໜືອຢູ່​ຂ້າງ​ຫຼັງ ​ປ້ອມ​ຍາມ​ເກົາ​ຫຼີ​ໃຕ້ຢູ່​ດ້ານ​ໜ້າ ທີ່​ແນມ​ຈາກ​ເຂດ​ປາ​ຈູ ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2023.

ພວກເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ເກົາ​ຫຼີ​ເໜືອ​ຍັງ​ບໍ່​ທັນ​ໄດ້​ຕອບ​ຕໍ່​ການ​ຮ້ອງ​ຂໍ ຂອງ​ພວກ​ເຂົາ​ເຈົ້າ​ເທື່ອເພື່ອ​ຢາກ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ທະ​ຫານ​ອາ​ເມ​ຣິ​ກັນ ​ທີ່​ໄດ້​ຂ້າມ​ຊາຍ​ແດນ ຊຶ່ງ​ມີທະ​ຫານ​ຍາມ​ຮັກ​ສາ​ການ​ຢ່າງ​ແໜ້ນ​ໜາ​ເຂົ້າ​ໄປ​ໃນ​ເກົາ​ຫຼີ​ເໜືອທັງໆ​ທີ່​ລາວ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເດີນ​ທາງ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ ເພື່ອ​ປະ​ເຊີນກັບ​ລົງ​ວິ​ໄນ ແລະ​ອາດເປັນ​ໄປ​ໄດ້ ​ທີ່ຈະ​ຖືກ​ຖືກ​ປົດ​ອອກ​ຈາກ​ການ​ເປັນ​ທະ​ຫານ​.

ຍ້ອນ​ເຫດ​ຜົນ​ທີ່​ຍັງ​ບໍ່​ທັນ​ຮູ​ກັນ​ເທື່ອ ພົນ​ທະ​ຫານ​ທ​ຣາ​ວິ​ສ ຄິງ ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເກົ​າ​ຫຼີ​ເໜືອ ຂະ​ນະ​ທີ່​ຢູ່​ໃນ​ກຸ່ມ​ພວກ​ນັກ​ທ່ອງ​ທ່ຽວ​ພົນ​ລະ​ເຮືອ​ນ​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ​ໃນ​ວັນ​ອັ​ງ​ຄານ​ແລ້ວ ນຶ່ງມື້​ຫຼັງ​ຈາກ​ທີ່​ຜູ້​ກ່ຽວ ​ຄວນ​ອອກ​ເດີນ​ທາງ ​ກັບ​ຄືນ​ມາ​ຄ້າຍ​ທະ​ຫານ ​ຢູ່​ທີ່​ສະ​ຫະ​ລັດ. ທ້າວ​ຄິງ​ອາ​ຍຸ 23 ປີ​ ຫາ​ກໍ​ຖື​ກ​ປ່ອຍອອກ​ມາ​ຈາກ​ສະ​ຖານ​ທີ່​ຄຸມ​ຂັງ​ຂອງ​ເກົາ​ຫຼີ​ໃຕ້ ໃນ​ອາ​ທິດ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ຖືກ​ຂັງ​ຢູ່​ທີ່ນັ້ນ​ເກືອບ 2 ເດືອນ​ຍ້ອນທຳ​ຮ້າຍ​ຄົນ​ອື່ນ.

ກອງ​ທັບ​ສະ​ຫະ​ລັດ​ເລີ້ມ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ ອີງ​ຕາມ​ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງຊາບ​ຣີ​ນາ ຊິງ ​ທີ່​ໄດ້ກ່າວ ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ພະ​ຫັດ​ວານນີ້​ ແລະ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່​ຈາກ​ໜ່ວຍ​ຕໍ່​ຕ້ານ​ການ​ສືບ​ລັບ​ຂອງ​ທະ​ຫານ​ຈະ​ເປັນ​ຜູ້​ນຳ​ພາ​ໃນ​ການ​ສືບ​ສວນ​ນີ້.

ມາ​ຈົນ​ຮອດ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ​ຊິງ​ກ່າວ​ວ່​າ ສະ​ຫະ​ລັດ​ຍັງ​ບໍ່​ໄດ້​ຮັບ​ການ​ຕິດ​ຕໍ່​ໃດໆຈາກເກົາ​ຫຼີ​ເໜືອ ກ່ຽວ​ກັບ​ເຫດ​ການ​ນີ້​ເທື່ອ ​ແລະ​ກ່າວ​ຢ້ຳ​ວ່າ ວໍ​ຊິງ​ຕັນ​ຢາກ​ໃຫ້ທ້າວ​ຄິງ​ໄດ້​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG