ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ກ່າວ​ວ່າ ບໍ່ມີຫລັກຖານສະແດງ ໃຫ້ເຫັນວ່າ ວັດ​ຖຸ 3 ອັນ​ ທີ່​ຖືກ​ຍິງ​ຕົກ ມີ​ສ່ວນ​ກ່ຽວ​ພັນ ກັບການ​ສອດ​ແນມຂອງຈີນ ຫລື ​ຂອງ​​ປະ​ເທດອື່ນ


ທ່ານຈອນ ເຄີບີ, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ໃນ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫລວງ​ວໍຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2023
ທ່ານຈອນ ເຄີບີ, ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ໃນ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫລວງ​ວໍຊິງ​ຕັນ, ວັນ​ທີ 13 ກຸມ​ພາ, 2023

ລັດຖະບານ​ສະຫະລັດ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ມາ​ຮອດ​ປັດຈຸ​ບັນ ​ມັນ​ຍັງ​ບໍ່​ທັນ​ມີ​ຫລັກ​ຖານ​ໃດໆ ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ວັດຖຸ​ທີ່​ບິ​ນໄດ້​ທັງ​ 3 ອັນ ທີ່​ຕົນ​ຍິງ​ຕົກ​ໃນ​ເຂດອາ​ເມ​ລິ​ກາ​ເໜືອ​ໃນ​ອາທິດ​ແລ້ວ​ນີ້ ມີ​ການ​ພົວພັນ​ກັບ​ຈີນ ຫລື​ ໂຄງການ​ສອດ​ແນມ​ຕ່າງປະ​ເທດ​ອື່ນເທື່ອ.

ພວກນັກສືບສວນຂອງສະຫະລັດ “ມາຮອດປັດຈຸບັນ ຍັງບໍ່ທັນເຫັນຮ່ອງຮອຍໃດໆ ຫຼື ​ສິ່ງໃດ ທີ່ຊີ້ໃຫ້ເຫັນເປັນ​ການສະເພາະ ເຖິງ​ແນວຄວາມ​ຄິດ​ທີ່ວ່າ ວັດຖຸທັງ 3 ອັນນີ້ ແມ່ນສ່ວນນຶ່ງຂອງໂຄງການບາ​ລ​ລູນສອດແນມຂອງຈີນ ຫຼືວ່າ ພວກມັນມີສ່ວນກ່ຽວ​ຂ້ອງຢ່າງແນ່ນອນ ໃນຄວາມພະຍາຍາມເກັບກຳຂໍ້ມູນລັບຈາກພາຍນອກ,” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດ, ທ່ານຈອນ​ ເຄີ​ບີ ທີ່ກ່າວຕໍ່ພວກ ນັກຂ່າວຢູ່ໃນທຳນຽບຂາວ.

ທ່ານເຄີ​ບີ ກ່າວ​ວ່າ ວັດຖຸ​ສາມ​ອັນ - ສອງ​ອັນ​ຖືກ​ຍິງ​ຕົກ​ຢູ່​ໃນ​ສະຫະລັດ ​ແລະ​ອີກ​ອັນ​ນຶ່ງ ຍິງຕົກ​ຢູ່​ໃນ​ກາ​ນາ​ດາ "ອາດ​ເປັນ​ບາ​ລ​ລູນ​ທີ່ພຽງ​ແຕ່​ຕິດ​ພັນ​ກັບ​ອົງການ​ການ​ຄ້າ ຫຼື​ການ​ຄົ້ນ​ຄ້ວາເທົ່າ​ນັ້ນ ແລະເພາະ​ສະ​ນັ້ນຫລະ ຈຶ່ງບໍ່​ເປັນ​ອັນ​ຕະ​ລາຍ."

ແຕ່​ຢ່າງ​ໃດ​ກໍ​ຕາມ, ທ່ານເຄີ​ບີ ​ໄດ້​ຊີ້​ແຈງເຫດ​ຜົນ​ວ່າ ຈີນ​ພວມ​ດຳ​ເນີນ “​ໂຄງການ​ທີ່ ໄດ້​ຮັບ​ທຶນສູງ​ ໂດຍມີ​ເຈດ​ຕະນາ​” ​ໃຊ້ບາ​ລ​ລູນ​ທີ່ບິນ​ຢູ່​ໃນ​ຄວາມ​ສູງ ຍາກ​ທີ່​ຈະ​ກວດ​ພົບ​ ເພື່ອສອດ​ແນມ​ເບິ່ງ​ສະຫະລັດ ​ແລະ​ປະ​ເທດ​ອື່ນໆ. ພວກເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກັນ​ ກ່າວ​ວ່າ ເຮືອ​ບິນ​ລົບ​ອາຍ​ພົ່ນ​ລຳ​ນຶ່ງ ​ໄດ້​ຍິງບາ​ລ​ລູນ​ດັ່ງກ່າວ​ຕົກ​ໃນ​ວັນ​ທີ 4 ກຸມພາ ຜ່ານ​ມາ​ນີ້ ຢູ່​ນອກ​ຝັ່ງ​ທະ​ເລ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ໃຕ້ ​ຂອງ​ສະຫະລັດ ຫຼັງ​ຈາກ​ໄດ້​ປ່ອຍ​ໃຫ້​ມັນ​ບິນ​ຂ້າມ​ແຜ່ນດິນ​ໃຫຍ່​ຂອງ​ສະ​ຫະ​ລັດໄປ​ເປັນ​ເວລາ 8 ມື້.

ຈີນ​ໄດ້​ສືບ​ຕໍ່​ອ້າງ​ວ່າ ບາ​ລ​ລູນ ​ທີ່ປ່ອຍ​ໄປ​ນັ້ນ ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບສະ​ພາບ​ອາ​ກາດ ແລະ ​ໄດ້​ບິນ​ຂ້າມ​ສະ​ຫະ​ລັດ​ໂດຍບັງ​ເອີນ. ​ແຕ່​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ເກັບ​ກູ້​ເອົາ​ຊິ້ນ​ສ່ວນ​ຂອງ​ມັນ​ຄືນ​ມາ​ໄດ້ ສ່ວນ​ໃດ​ສ່ວນ​ນຶ່ງ​ແລ້ວ ​ແລະ​ໄດ້​ສະຫລຸບ​ວ່າ ມັນ​ເປັນ​ການ​ປະ​ຕິ​ບັດງານ​ເຝົ້າສອດ​ແນ ​ທີ່​ສະ​ຫລັບ​ຊັ​ບ​ຊ້ອນ​ຢູ່​ເທິງ​ຄ້າຍ​ທະຫານ ຕ່າງໆ ຂອງ​ສະຫະລັດ.

ເຫດການດັ່ງກ່າວເຮັດໃຫ້ຣາ​ດາຂອງ​ສະ​ຫະ​ລັດ ​ເພີ້ມການກວດ​ກາຂຶ້ນເພື່ອ​ຊອກ​ຫາ ວັດຖຸຕ່າງໆ ທີ່ບິນມາໃນອາກາດ ແລະເຮັດ​ໃຫ້​ມີການຍິງວັດ​ຖຸອັນນຶ່ງ ໃນຄັ້ງຕໍ່ມາ
ຂະ​ນະທີ່​ມັນ​ບິນຢູ່​ເທິງແມ່ນ້ໍາທີ່​ກ້າມແຂງຢູ່ໃກ້ກັບລັດອາ​ລັ​ສ​ກາ ທີ່​ຢູ່​ພາກຕາເວັນຕົກ ສຽງເຫນືອສຸດຂອງສະຫະລັດ, ອີກອັນນຶ່ງທີ່​ບິນຢູ່ໃນດິນແດນ​ຢູ​ຄອນ (Yukon) ປະ​ເທດການາດາ ແລະ ອັນ​ທີສາມຢູ່​ເທິງທະເລສາບຮູ​ຣອນ ທີ່ກວມ​ເອົາ ເຂດຊາຍແດນສະຫະລັດກັບການາດາ.

ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບາ​ລ​ລູນ​ສອດ​ແນມ​ຂອງ​ຈີນ ​ແລະ​ວັດຖຸ​ສອງອັນຕໍ່​ມານັ້ນ, ແຕ່​ລະ​ອັນ ແມ່ນ​ຖືກ​ຍິງ​ຕົກ​ດ້ວຍ​ລູກ​ສອນ​ໄຟລູກ​ດຽວ, ​ແຕ່​ລູກ​ສອນ​ໄຟ​ ລູກ​ທຳ​ອິດແມ່ນ​ຍິງ​ພາດ ຢູ່​ເທິງ​ທະ​ເລ​ສາບຮູ​ຣອນ ກ່ອນ​ລູກ​ສອນ​ໄຟ​ລູກ​ທີ​ສອງ ​ຈະຍິງຖືກມັນ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG