ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກເລີກ ການຫ້າມ ຕໍ່ກຳປັ່ນລົບ ນິວຊີແລນ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດນິວຊີແລນ ທ່ານ Jonathan Coleman ທີ່ທຳນຽບລັດຖະບານ ໃນນະຄອນ Auckland ປະເທດນິວຊີແລນ (21 ກັນຍາ 2012)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດນິວຊີແລນ ທ່ານ Jonathan Coleman ທີ່ທຳນຽບລັດຖະບານ ໃນນະຄອນ Auckland ປະເທດນິວຊີແລນ (21 ກັນຍາ 2012)
ສະຫະລັດໄດ້ຍົກເລີກການຫ້າມ ເປັນເວລາ 25 ປີ ທີ່ບໍ່ໃຫ້ກຳປັ່ນ
ລົບຂອງນິວຊີແລນເຂົ້າມາຈອດໃນທ່າກຳປັ່ນກອງທັບເຮືອສະຫະ
ລັດ ຊຶ່ງເປັນບາດກ້າວທີ່ສຳຄັນ ໃນການຟື້ນຟູຄວາມສຳພັນທາງ
ທະຫານ ລະຫວ່າງປະເທດທັງສອງ.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta
ກ່າວໃນວັນສຸກນີ້ ລະຫວ່າງການຢ້ຽມຢາມນະຄອນ Auckland
ວ່ານອກນັ້ນແລ້ວວໍຊິງຕັນຍັງຈະໄດ້ຍົກເລີກຂໍ້ຈຳກັດຕ່າງໆເພື່ອ
ໃຫ້ເຮັດເປັນການງ່າຍຂຶ້ນ ທີ່ປະເທດທັງ 2 ຈະທຳການຊ້ອມລົບ
ທາງທະຫານແລະຫາລືກ່ຽວກັບເລື່ອງຄວາມໝັ້ນຄົງ.

ນັບຕັ້ງແຕ່ນິວຊີແລນໄດ້ຫ້າມບໍ່ໃຫ້ນຳເອົາອາວຸດນິວເຄລຍເຂົ້າ
ໄປໃນດິນແດນຂອງຕົນ ໃນປີ 1985 ກຳປັ່ນລົບ ທີ່ແລ່ນດ້ວຍພະລັງງານນິວເຄລຍ ແລະ ຕິດອາວຸດນິວເຄລຍຂອງສະຫະລັດ ຈຶ່ງບໍ່ສາມາດ ແລ່ນເຂົ້າໄປໃນເຂດນ່ານນໍ້າຂອງປະ ເທດດັ່ງກ່າວ. ບໍ່ດົນຫຼັງຈາກນັ້ນ ສະຫະລັດໄດ້ກໍໂຈະ ສົນທິສັນຍາດ້ານປ້ອງກັນປະເທດ ກັບນິວຊີແລນເປັນການຊົ່ວຄາວ.

ໃນການຖະແຫຼງຂ່າວ ຮ່ວມກັບທ່ານ Jonathan Coleman ຄູ່ຕຳແໜ່ງຝ່າຍນິວຊີແລນ ໃນວັນສຸກມື້ນີ້ ທ່ານ Panetta ຮັບຮູ້ວ່າ “ຄວາມເຫັນທີ່ແຕກຕ່າງກັນ” ຍັງມີຢູ່ “ໃນບາງ ຂອບເຂດທີ່ຈຳກັດ”. ແຕ່ຂະນະດຽວກັນທ່ານກໍເວົ້າວ່າ ທັງສອງຝ່າຍໄດ້ຕັດສິນໃຈທີ່ຈະບໍ່ ປ່ອຍໃຫ້ບັນຫາເຫຼົ່ານັ້ນ ເປັນອຸບປະສັກຂັດຂວາງຕໍ່ການພົວພັນທີ່ເພີ້ມທະວີຂຶ້ນ.

ກ່ຽວຂ້ອງກັນ

XS
SM
MD
LG