ນັກສອນສາສະໜາອິສະລາມ ທີ່ເປັນຜູ້ນຳພາໃນການສ້າງ ສູນກາງອິສະລາມຂຶ້ນ ໃກ້ໆກັບບ່ອນໂຈມຕີ ຂອງພວກກໍ່ ການຮ້າຍ ທີ່ນະຄອນນິວຢອກ ໃນວັນທີ 11 ກັນຍານັ້ນ ກ່າວວ່າ ໂຄງການດັ່ງກ່າວ ຈະດຳເນີນຕໍ່ໄປ.
ໃນບົດຄວາມເຫັນ ທີ່ນໍາລົງພິມເຜີຍແຜ່ ໂດຍໜັງສືພິມ New York Times ສະບັບທີ່ອອກໃນວັນພຸດມື້ນີ້ ອີໝຳ Feisal Abdul Rauf ກ່າວວ່າ ການອະພິປາຍ ກ່ຽວກັບ ສູນກາງນີ້ ແມ່ນໄດ້ສະທ້ອນໃຫ້ເຫັນຄຸນຄ່າຕ່າງໆຂອງຊາວ ອະເມຣິກັນ ຮວມທັງການຮັບຮູ້ເຖິງສິດທິຂອງບຸກຄົນອື່ນໆ ການອະນຸໂລມຜ່ອນຜັນ ໃຫ້ຄົນອື່ນ ແລະອິດສະຫຼະພາບ ໃນການປະຕິບັດ ສາສະໜາກິດ.
ນອກນັ້ນ ນັກສອນສາສະໜາຄົນນີ້ ຍັງໃຫ້ຂໍ້ສັງເກດ ເຖິງການສະໜັບສະໜຸນ ຂອງປະທາ ນາທິບໍດີ ບາຣັກ ໂອບາມາແລະເຈົ້າຄອງນະຄອນນິວຢອກ ທ່ານ Michael Bloomberg ຕໍ່ໂຄງການນີ້ ໂດຍເວົ້າວ່າ ຖ້ອຍຖະແຫຼງຂອງພວກທ່ານແມ່ນຄຳເຕືອນອັນເຂັ້ມແຂງກ່ຽວກັບ ວ່າ ອະເມຣິກາຢືນຢັດເພື່ອສິ່ງໃດ.
ນັກສອນສາສະໜາ Rauf ເວົ້າວ່າ ສູນກາງປະຊາຄົມດັ່ງກ່າວ ຈະມີບ່ອນສວດມົນພາວະນາ ແບບແຍກກັນ ສຳລັບຊາວມຸສລິມ ຊາວຄຣິສຕຽນ ຊາວຢິວ ແລະພວກທີ່ ນັບຖືສາສະໜາ ອື່ນໆ.
ນອກນັ້ນ ຍັງຈະມີ ສະຖານທີ່ໄວ້ອາໄລຮ່ວມກັນ ຂອງສາສະໜາຕ່າງໆ ໃຫ້ແກ່ພວກເຄາະ ຮ້າຍ ໃນການໂຈມຕີ ເມື່ອວັນທີ 11 ກັນຍາປີ 2001 ນັ້ນ.