ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ບັນຊາການກອງທັບ ຄົນໃໝ່ຂອງສະຫະລັດ


ປະທານຄະນະເສນາທິການຮ່ວມຂອງກອງທັບສະຫະລັດທີ່ອອກກິນເບ້ຍບຳນານ ພົນເຮືອເອກ Mike Mullen (ຊ້າຍ) ທຳພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານເສນາທິການຮ່ວມຄົນໃໝ່ ນາຍພົນ Martin Demp-
sey (ຂວາ) ໃນມື້ວັນສຸກວານນີ້ ທີ່ຄ້າຍ Ft. Myer ໃນລັດເວີຈີເນຍ (30 ກັນຍາ 2011)
ປະທານຄະນະເສນາທິການຮ່ວມຂອງກອງທັບສະຫະລັດທີ່ອອກກິນເບ້ຍບຳນານ ພົນເຮືອເອກ Mike Mullen (ຊ້າຍ) ທຳພິທີສາບານໂຕເຂົ້າຮັບຕຳແໜ່ງ ຂອງປະທານເສນາທິການຮ່ວມຄົນໃໝ່ ນາຍພົນ Martin Demp- sey (ຂວາ) ໃນມື້ວັນສຸກວານນີ້ ທີ່ຄ້າຍ Ft. Myer ໃນລັດເວີຈີເນຍ (30 ກັນຍາ 2011)

ພົນເຮືອເອກ Mike Mullen ທີ່ລາອອກກິນເບ້ຍບຳນານ ໄດ້ກ່າວໃນຕອນທີ່ກໍາລັງຈະ
ພົ້ນຈາກຕຳແໜ່ງປະທານຄະນະເສນາທິການຮ່ວມຂອງກອງທັບສະຫະລັດວ່າ ທ່ານເຊື່ອ
ວ່າ ປາກິສຖານແມ່ນມີຄວາມຫຼໍ່ແຫຼມສຳຄັນຕໍ່ການແກ້ໄຂບັນຫາຢູ່ໃນຂົງເຂດ.

ພົນເຮືອເອກ Mullen ໃຫ້ຄວາມເຫັນດັ່ງກ່າວໃນພິທີທີ່ໄດ້ຈັດຂຶ້ນຢູ່ນອກກຸງວໍຊິງຕັນບ່ອນ ທີ່ຜູ້ເຂົ້າຮັບຕຳແໜ່ງຕໍ່ຈາກທ່ານ ຄືນາຍພົນ Martin Dempsey ໄດ້ສາບານໂຕເຂົ້າຮັບຕຳ ແໜ່ງເປັນນາຍທະຫານສູງສຸດຂອງສະຫະລັດນັ້ນ.

ປະທານຄະນະເສນາທິການຮ່ວມທີ່ພົ້ນຈາກຕຳແໜ່ງໄດ້ຮຽກຮ້ອງໃຫ້ນາຍພົນ Dempsey ດຳເນີນວຽກງານດີກວ່າທີ່ທ່ານໄດ້ເຮັດມາກ່ຽວກັບຄວາມສຳພັນທີ່ໜ້າລຳຄານແຕ່ມີຄວາມ
ຫຼໍ່ແຫຼມສຳຄັນເປັນຢ່າງຍິ່ງກັບປາກິສຖານນັ້ນ. ທ່ານ ເວົ້າວ່າບໍ່ມີການແກ້ໄຂບັນຫາໃດໆຢູ່
ໃນຂົງເຂດທີ່ປາດສະຈາກປາກິສຖານໄດ້ ແລະຂົງເຂດດັ່ງກ່າວຈະບໍ່ມີຄວາມທຸ່ນທ່ຽງໄດ້ໂດຍ
ປາດສະຈາກການເປັນພາຄີກັບປາກິສຖານ.

ພົນເຮືອເອກ Mullen ກ່າວວ່າທ່ານເຊື່ອວ່າການໂອນການຮັກສາຄວາມປອດໄພຢູ່ອັຟກາ
ນິສຖານ ຈະເປັນສິ່ງທ້າທາຍທີ່ໃຫຍ່ທີ່ສຸດ ຕໍ່ນາຍພົນ Dempsey ໃນໄລຍະສອງສາມປີຕໍ່
ໜ້າ. ມີກຳນົດວ່າທະຫານອະເມຣິກັນ ຈະມອບໂອນຄວາມຮັບຜິດຊອບກ່ຽວກັບການຮັກ ສາຄວາມປອດໄພໃຫ້ແກ່ກຳລັງອັຟການິສຖານໃນພາຍປີ 2014.

ຄວາມສຳພັນລະຫວ່າງສະຫະລັດແລະປາກິສຖານພວມຊຸດໂຊມລົງ ຍ້ອນອັນທີ່ປາກົດວ່າ
ເປັນຄວາມລົ້ມແຫຼວຂອງອິສລາມາບັດ ໃນການທັບມ້າງ ບັນດາກຸ່ມຫົວຮຸນແຮງອິສລາມ.
ເມື່ອໄວໆມານີ້ທ່ານ Mullen ໄດ້ກ່າວເຖິງຕາໜ່າງຮັກການີ ຊຶ່ງເປັນເຄືອຂ່າຍຂອງກຸ່ມກໍ່
ການຮ້າຍອາລກາຍດານັ້ນວ່າ ທີ່ຈິງແລ້ວເປັນພະແນກການນຶ່ງ ຂອງໜ່ວຍສືບລັບປາກິສ
ຖານ.

ນາຍພົນ Dempsey ເວົ້າວ່າ ບັນຫາທ້າທາຍທີ່ໃຫຍ່ທີ່ສຸດ ໃນໄລຍະຕໍ່ໜ້ານີ້ແມ່ນການ
ເປັນໜີ້ສິນແຫ່ງຊາດຂອງສະຫະລັດແລະໄພຂົ່ມຂູ່ໃນດ້ານຄວາມປອດໄພຕ່າງໆທີ່ສະຫະ
ລັດກຳລັງປະເຊີນຢູ່.

ໃນການຖະແຫຼງທີ່ພິທີດັ່ງກ່າວໃນມື້ວານນີ້ປະທານາທິບໍດີບາຣັກໂອບາມາກ່າວເຖິງນາຍ
ພົນ Dempsey ວ່າ ເປັນນາຍທະຫານທີ່ໜ້ານັບຖືທີ່ສຸດຄົນນຶ່ງແລະເປັນນາຍພົນທີ່ໄດ້ ຜ່ານການທົດສອບຢູ່ສະໜາມລົບມາແລ້ວ.

XS
SM
MD
LG