ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ຈະລົງ ຄະແນນສຽງ ຊ່ອຍເຫຼືອ ຜູ້ປະສົບໄພ ແຊນດີ


ຊາກຫັກພັງຈາກລົມເຮີຣີເຄນແຊນດີ ໃນເຂດແຄມຝັ່ງທະເລ ຂອງລັດນິວເຈີຊີ
ຊາກຫັກພັງຈາກລົມເຮີຣີເຄນແຊນດີ ໃນເຂດແຄມຝັ່ງທະເລ ຂອງລັດນິວເຈີຊີ
ສະພາຕໍ່າຊຸດໃໝ່ຂອງສະຫະລັດ ມີກຳນົດທີ່ຈະພິຈາລະນາບັນ
ຫາທຳອິດ ໃນການປະຕິບັດໜ້າທີ່ ໃນວັນສຸກມື້ນີ້ ຄືການລົງຄະ
ແນນສຽງ ກ່ຽວກັບການຊ່ອຍເຫຼືອປະກັນໄພນໍ້າຖ້ວມ ມູນຄ່າ 9
ພັນລ້ານໂດລາ ສຳລັບພວກເຄາະຮ້າຍ ຈາກລົມພາຍຸ Sandy ຊຶ່ງເປັນລົມພາຍຸຂະໜາດແຮງທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່
ເຂດແຄມຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ.

ພວກຜູ້ນຳໃນສະພາຕໍ່າສະຫະລັດ ໄດ້ຕ່າວປີ້ນທິດທາງແລະມີ
ໝາຍກຳນົດທີ່ຈະລົງຄະແນນສຽງເທື່ອທຳອິດຂອງຈຳນວນທັງ
ໝົດສອງຄັ້ງໃນວັນສຸກມື້ນີ້ຫຼັງຈາກໄດ້ຮັບການຕຳໜິຕິຕຽນຢ່າງ
ແຮງຈາກບັນດາສະມາຊິກລັດຖະສະພາ ຂອງບັນດາລັດທີ່ໄດ້
ຮັບຜົນກະທົບ ຈາກລົມພາຍຸ ທີ່ໄດ້ສິ້ນສຸດສະໄໝ ປະຊຸມຂອງ
ສະພາຊຸດກ່ອນໂດຍບໍ່ໄດ້ມີການລົງຄະແນນສຽງເພື່ອໃຫ້ຄວາມ
ຊ່ອຍເຫຼືອໃດໆ.

ສະພາສູງສະຫະລັດໄດ້ໃຫ້ການອະນຸມັດໄປແລ້ວຕໍ່ໂຄງການໃຫ້ຄວາມຊ່ອຍເຫຼືອໃນມູນຄ່າ
60 ພັນລ້ານໂດລາ.

ລົມພາຍຸຂະໜາດແຮງໄດ້ພັດເຂົ້າຖະຫຼົ່ມບໍລິເວນແຄມຝັ່ງທະເລກໍ້າຕາເວັນອອກຂອງສະ ຫະລັດໃນເດືອນຕຸລາປີກາຍໂດຍໄດ້ທຳລາຍເຮືອນຊານຈຳນວນຫຼາຍໆພັນຫຼັງແລະສ້າງ ຄວາມເສຍຫາຍຫຼາຍພັນລ້ານໂດລາ. ພາຍຸດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 125 ຄົນຢູ່ໃນສະຫະລັດ.

ສະພາຕໍ່າສະຫະລັດ ມີກຳນົດທີ່ຈະລົງຄະແນນສຽງຄັ້ງທີ 2 ໃນວັນທີ 15 ມັງກອນເພື່ອໃຫ້ ຄວາມຊ່ອຍເຫຼືອເພີ້ມຕື່ມ 51 ພັນລ້ານໂດລາແກ່ຜູ້ປະສົບໄພລົມພາຍຸ.

ໃນໄລຍະສອງສາມອາທິດຕໍ່ໜ້ານີ້ລັດຖະສະພາຊຸດໃໝ່ຂອງສະຫະລັດຊຶ່ງໄດ້ສາບານໂຕ ເຂົ້າຮັບໜ້າທີ່ໃນວັນພະຫັດວານນີ້ ຍັງຈະປະເຊີນໜ້າກັບບັນຫາຂັດແຍ້ງເກົ່າ ກ່ຽວກັບ ເລື່ອງໜີ້ສິນທີ່ກຳລັງເພີ້ມທະວີຂຶ້ນຂອງປະເທດຊາດ ຂໍ້ສະເໜີເລື່ອງຄົນເຂົ້າເມືອງ ແລະ ການອະພິປາຍກ່ຽວກັບການຄວບຄຸມອາວຸດ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ.

ກ່ຽວຂ້ອງກັນ

XS
SM
MD
LG