ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຖິງແມ່ນ ມີການແຍກທາງ ສະຫະລັດ ຍັງສົ່ງທູດຄົນໃໝ່ ໄປນະຄອນມະນິລາ


ທ່ານ Sung Kim (ຊ້າຍ) ກຳລັງສາບານໂຕເຂົ້າຮັບຕຳແໜ່ງ ໂດຍລັດຖະມົນຕີຕ່າງປະເທດ ທ່ານ John Kerry ເປັນເອກອັກຄະລັດຖະທູດສະຫະລັດ ຄົນໃໝ່ປະຈຳຟິລິບປີນ.
ທ່ານ Sung Kim (ຊ້າຍ) ກຳລັງສາບານໂຕເຂົ້າຮັບຕຳແໜ່ງ ໂດຍລັດຖະມົນຕີຕ່າງປະເທດ ທ່ານ John Kerry ເປັນເອກອັກຄະລັດຖະທູດສະຫະລັດ ຄົນໃໝ່ປະຈຳຟິລິບປີນ.

ນັກ​ການ​ທູດ​ອະ​ວຸ​ໂສ​ທີ່​ເວົ້າຈາ​ແບບ​ສຸພາບ​ນຸ້ມນວນ​ຂອງສະຫະລັດ ຊຶ່ງ​ຖື​ວ່າມີ​ປະ ສົບພະ​ການສູງ​ໃນ​ການປະ​ເຊີນ​ໜ້າ​ກັບ​ເກົາຫລີ​ເໜືອ ​ໄດ້​ຖືກ​ມອບ​ໝາຍໜ້າ​ທີ່​ໃນ​ອັນ​ທີ່​ອາດຈະ​ເປັນ​ພາລະກິດ​ທີ່​ທ້າຍ​ທາຍ​ທີ່​ສຸດ​ສຳລັບທ່ານ ນັ້ນກໍຄື​ການ​ເປັນ​ເອກ ​ອັກຄະ​ລັດຖະທູດ​ປະຈຳ​ຟິລິບ​ປີນ ຄູ່ພາຄີສົນທິສັນຍາ​ປ້ອງ​ກັນ​ປະ​ເທດມາ​ເປັນ​ເວ ລາ​ດົນ​ນານ ຊຶ່ງ​ຜູ້ນຳ​ໄດ້​ປະກາດ ”​ແຍກທາງ” ​ກັບ​ສະຫະລັດ.

ທ່ານ Sung Kim ​ໄດ້​ສາບານ​ໂຕເຂົ້າ​ຮັບ​ຕຳແໜ່​ງ ໃນ​ວັນ​ພະຫັດ​ວານ​ນີ້ ​ຢູ່​ທີ່ ກະຊວງ​ຕ່າ​ງປະ​ເທດ​ສະຫະລັດ ​ໂດຍ​ລັດຖະມົນຕີ​ຕ່າງປະເທດ ທ່ານ John Kerry ທີ່ບໍ່ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ສະພາບ​ການ​ທີ່ພວມ​ຊຸດ​ໂຊມລົງ​ຢ່າງ​ວ່ອງ​ໄວ ​ໂດຍກ່າວ​ວ່າ ທ່ານ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນໃນຄວາມ​ສຳພັນ​ສອງຝ່າຍ “​ເຖິງແມ່ນ​ວ່າຈະ​ມີ​ຄວາມແຕກ​ຕ່າງ ຢູ່​ບ່ອນ​ນີ້ ​ແລະຢູ່​ບ່ອນ​ນັ້ນ ກ່ຽວກັບ​ສິ່ງ​ໃດ​ສິ່ງນຶ່ງຫລື​ນັ້ນກໍ​ຕາມ.”

ທ່ານ Sung Kim ກ່າວຕໍ່ບັນດາແຂກຜູ້ມີກຽດ ຫລັງຈາກໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຟິລິບປີນ.
ທ່ານ Sung Kim ກ່າວຕໍ່ບັນດາແຂກຜູ້ມີກຽດ ຫລັງຈາກໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຟິລິບປີນ.

ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດຍັງ​ໄດ້​ປະກາດວ່າ ທ່ານ​ຢາກ​ໄປ​ຢ້ຽມຢາມ​ຟິລິບ​ປີນ​ອີກ ກ່ອນ​ທີ່​ທ່ານ​ຈະ​ອອກ​ຈາກ​ຕຳ​ແໜ່​ງ.

ເວລານັ້ນ ທ່ານ Sung Kim ເປັນຜູ້ຕາງໜ້າພິເສດກັບ ເກົາຫລີເໜືອ ກຳລັງຕອບຄຳຖາມຈາກບັນດານັກຂ່າວ.
ເວລານັ້ນ ທ່ານ Sung Kim ເປັນຜູ້ຕາງໜ້າພິເສດກັບ ເກົາຫລີເໜືອ ກຳລັງຕອບຄຳຖາມຈາກບັນດານັກຂ່າວ.

ປະທານາທິບໍດີ​ຟິລິບ​ປີນ ທ່ານ Rodrigo Duterte ບໍ່​ພຽງ​ແຕ່ປະຕິ​ເສດ​ຕໍ່ວໍ​ຊິງ​ຕັນ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ສົບ​ປະໝາດ ​ດ້ວຍ​ຄຳ​ເວົ້າທີ່ຫຍາບຊ້າ ຕໍ່ປະທານາທິບໍດີ Barack Obama ​ແລະ​ເອກ​ອັກຄະ​ລັດຖະທູດ Philip Goldberg ທີ່​ພົ້ນຈາກ ຕຳ​ແໜ່​ງ​ໄປນັ້ນ ​ໄດ້​ປະກາດ​ຍຸຕິ​ ການ​ຊ້ອມ​ລົບທາງ​ທະຫານຮ່ວມ​ກັບ​ສະຫະລັດ ​ແລະ​ໄດ້​ລິ​ເລີ້​ມການ​ຫັນຍຸດ​ທະ​ສາດ​ ຈາກ​ວໍ​ຊິງ​ຕັນ ​ໄປ​ຫາ​ປັກ​ກິ່ງ.

ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte.
ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte.

ຈີນ​ໄດ້​ມອບລາງວັນຢ່າງ​ວ່ອງ​ໄວໃຫ້ແກ່​ທ່ານ Duterte​ ​ໂ​ດຍການ​ໃຫ້​ເງິນ​ກູ້​ຢືມດອກ​ເບ້ຍ​ຕ່ຳມູນ​ຄ່າ 9 ພັນ​ລ້ານ​ ແລະໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະອະນຸຍາດ​ໃຫ້​ຊາວ​ປະ​ມົງ​ຟິລິບ​ປິນ ກັບ​ຄືນ​ເຂົ້າໄປ​ຫາ​ປາ​ໃນ​ນ່ານນໍ້າທີ່​ມີ​ການ​ໂຕ້​ແຍ້ງກັນ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ໃນພິທີ່ສາບານໂຕ ຂອງເອກອັກຄະລັດຖະທູດ Sung Kim.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຢູ່ໃນພິທີ່ສາບານໂຕ ຂອງເອກອັກຄະລັດຖະທູດ Sung Kim.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG