ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກເຈລະຈາ ສຫລ ສຳລັບ ອັຟການິສຖານ ຫວັງວ່າ ຈະມີສັນຍາ ສັນຕິພາບ ກ່ອນໜ້າ ການເລືອກຕັ້ງ ໃນກໍລະກົດ


ທ່ານ ຊາຣເມ ຄາລີລຊາດ ທູດພິເສດຂອງສະຫະລັດ ສຳລັບ ອັຟການິສຖານ ເພື່ອການປະນີປະນອມ ກຳລັງກ້າວເຂົ້າໄປຫາ ໄມໂກໂພນ ເພື່ອກ່າວເຖິງຄວາມຄືບໜ້າສຳລັບສັນຕິພາບ, ວັນທີ 8 ກຸມພາ 2019, ຢູ່ທີ່ ສະຖາບັນເພື່ອສັນຕິພາບ ຂອງສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ.
ທ່ານ ຊາຣເມ ຄາລີລຊາດ ທູດພິເສດຂອງສະຫະລັດ ສຳລັບ ອັຟການິສຖານ ເພື່ອການປະນີປະນອມ ກຳລັງກ້າວເຂົ້າໄປຫາ ໄມໂກໂພນ ເພື່ອກ່າວເຖິງຄວາມຄືບໜ້າສຳລັບສັນຕິພາບ, ວັນທີ 8 ກຸມພາ 2019, ຢູ່ທີ່ ສະຖາບັນເພື່ອສັນຕິພາບ ຂອງສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ.

ນັກເຈລະຈາ ຂັ້ນສູງຂອງສະຫະລັດ ທີ່ເຂົ້າຮ່ວມໃນການເຈລະຈາສັນຕິພາບ ກັບບັນດາ
ຜູ້ນຳ ກຸ່ມຕາລີບານຂອງອັຟການິສຖານ ກ່າວວ່າ ທ່ານເຊື່ອວ່າ ສັນຍາສັນຕິພາບ ອາດ
ຈະບັນລຸໄດ້ ກ່ອນໜ້າ ການເລືອກຕັ້ງຂອງອັຟການິສຖານ ທີ່ໄດ້ກຳນົດໄວ້ໃນຄັ້ງຕໍ່ໄປ
ທີ່ເຫຼືອພຽງ 5 ເດືອນຂ້າງໜ້ານີ້.

ທ່ານ ຊາຣເມ ຄາລີລຊາດ ທູດພິເສດຂອງສະຫະລັດ ສຳລັບການປະນີປະນອມ ຂອງ
ອັຟການິສຖານ ໄດ້ໂອ້ລົມກັບບັນດາຜູ້ຊົມ ຢູ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ
ໃນນະຄອນຫຼວງ ວໍຊິງຕັນ ໃນວັນສຸກວານນີ້ ໂດຍກ່າວຂໍອະໄພ ສຳລັບ ສຽງແຫບຂອງ
ທ່ານນັ້ນ.

ທ່ານໄດ້ກ່າວຢອກຫລິ້ນວ່າ “ອັນນີ້ ເປັນການລົມກັບພວກຕາລີບານ ເປັນເວລາ 24
ຊົ່ວໂມງ ສາມາດເຮັດໃຫ້ເຈົ້າເປັນ ຈັ່ງຊີ້.”

ທ່ານ ຄາລີລຊາດ ໄດ້ກ່າວອີກວ່າ ທ່ານ ມີ “ຄວາມຫວັງ” ທີ່ຂໍ້ຕົກລົງສັນຕິພາບ ອາດຈະ
ສະລຸບໄດ້ ກ່ອນໜ້າ ການເລືອກຕັ້ງປະທານາທິບໍດີ ຂອງອັຟການິສຖານ ໃນເດືອນ
ກໍລະກົດ ແຕ່ທ່ານໄດ້ເຕືອນວ່າ ຍັງຄົງມີ “ວຽກຫຼາຍ” ທີ່ຈະຕ້ອງເຮັດ.

ທ່ານເວົ້າວ່າ “ພວກເຮົາແມ່ນຢູ່ໃນຂັ້ນຕອນຕົ້ນໆ ຂອງຂະບວນການຍືດຍາວ ທີ່ບໍ່
ຄາດຄິດ.”

ຢູ່ໃນນະຄອນມົນກູ ເມື່ອວັນພຸດຜ່ານມານີ້ ການເຈລະຈາສອງວັນ ລະຫວ່າງ ກຸ່ມ
ຕາລີບານ ແລະ ບັນດາຜູ້ນຳທາງການເມືອງຂອງອັຟການິຖານ ໄດ້ສິ້ນສຸດລົງ ເຖິງ
ແມ່ນວ່າ ຈະບໍ່ມີຜູ້ຕາງໜ້າ ຈາກລັດຖະບານ ຂອງປະທານາທິບໍດີ ອາຊາຣັຟ ການີ້
ທີ່ປົກຄັງປະເທດ ໃນປັດຈຸບັນ ເຂົ້າຮ່ວມນຳກໍຕາມ ຊຶ່ງໄດ້ກໍ່ໃຫ້ເກີດຄວາມໂກດແຄ້ນ
ໃນນະຄອນຫຼວງ ກາບູລ. ກຸ່ມຕາລີບານ ຖືວ່າ ລັດຖະບານກາບູລ ເປັນຮຸ່ນເຊີດຂອງ ປະເທດຕາເວັນຕົກ ແລະຈົນເຖິງເວລານີ້ ໄດ້ປະຕິເສດ ທີ່ຈະເຈລະຈາໂດຍກົງ ກັບ
ກາບູລ.

ຖະແຫລງການສຸດທ້າຍ ໄດ້ແຈ້ງອອກມາ ຫຼັງຈາກ ການເຈລະຈາ ໃນມົສກູ ໄດ້ປະກາດ
ອອກມາວ່າ ການຖອນໂຕຢ່າງຄົບຖ້ວນ ຂອງກຳລັງຕ່າງປະເທດ ທີ່ນຳພາໂດຍສະຫະລັດ
ອອກຈາກ ອັຟການິສຖານ ເປັນກຸນແຈທີ່ສຳຄັນ ເພື່ອໃຫ້ມີສັນຕິພາບທີ່ຍືນຍົງ ໃນ
ອັຟການິສຖານ.

ທ່ານ ຄາລີລຊາດ ໄດ້ກ່າວວ່າ ການເຈລະຈາ ທີ່ສະໜັບສະໜຸນໂດຍຣັດເຊຍ ແມ່ນ
“ສ້າງສັນ” ຕາບໃດທີ່ ພວກເຂົາເຈົ້າຊ່ອຍໃນການອຳນວຍຄວາມສະດວກ ໃນການ
ເຈລະຈາ ລະຫວ່າງ ກຸ່ມຕ່າງໆຂອງອັຟການິສຖານ ບໍ່ແມ່ນວ່າ ພວກເຂົາເຈົ້າ “ສ້າງ
ຄວາມ ແຕກແຍກພວກອັຟການິສຖານຕື່ມອີກ.”

Khalilzad: Chance for Peace in Afghanistan Before July Elections
please wait

No media source currently available

0:00 0:02:50 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG