ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕ້ອງການຊະນະ ຫຼື ສະເໝີ ເພື່ອຫຼີກລ້ຽງຄວາມສ່ຽງໃນການຕົກຮອບ ການແຂ່ງຂັນບານໂລກ

ລິເກ ມາຣ໌ເທນສ໌ (Lieke Martens) ຂອງເນເທີແລນ, ຂວາ, ສະແດງກິລິຍາໂຕ້ຕອບຫຼັງຈາກການເຂົ້າປະທະຈາກດ້ານຫຼັງຂອງ ແອນດີ ຊູລລີວານ (Andi Sullivan) ຂອງສະຫະລັດໃນລະຫວ່າງການແຂ່ງຂັນບານເຕະຍິງໂລກກຸ່ມ E ລະຫວ່າງສະຫະລັດແລະເນເທີແລນທີ່ ນະຄອນຫຼວງວິລລິງຕັນ (Wellington), ນິວຊີແລນ, ວັນທີ 27 ກໍລະກົດ 2023

ສະຫະລັດໄດ້ມາຮອດການແຂ່ງຂັນເຕະບານໂລກຂອງແມ່ຍິງໃນຖານະທີມໂຕເຕັງ ທີ່ຈະໄດ້ເປັນແຊ້ມລາຍການທີ 3 ຕິດຕໍ່ກັນທີ່ບໍ່ເຄີຍມີມາກ່ອນ. ​ແຕ່​ຫຼັງ​ຈາກສະເໝີກັບ​ເນ​ເທີ​ແລນ ແບບບໍ່ໜ້າປະທັບໃຈ, ​ມີ​ໂອ​ກາດ​ ​ທີ່ທີມຂອງອາ​ເມ​ຣິກາ​ຈະຕົກຮອບແບ່ງກຸ່ມເປັນ​ຄັ້ງ​ທຳ​ອິດ ​ໃນ​ປະ​ຫວັດ​ສາດ​ຂອງການ​ແຂ່ງ​ຂັນ.

ສະຫະລັດພົບກັບປອກຕຸຍການ ໃນນັດການແຂ່ງຂັນຮອບທີສາມ ແລະນັດ ສຸດທ້າຍຂອງກຸ່ມ E, ແລະຖ້າປອກຕຸຍການ ພິກເກມເອົາຊະນະ ໃນວັນອັງຄານມື້ນີ້ ຢູ່ທີ່ສະໜາມ Eden Park ໃນ ອັອກແລນ (Auckland) ໄດ້, ທີມຂອງຊາວອາເມຣິກັນ ອາດຈະມີບັນຫາໃຫຍ່.

ສະຫະລັດຈຳເປັນຕ້ອງຊະນະ ຫຼື ສະເໝີກັບ ປອກຕຸຍການ ເຊິ່ງຈະເປັນໜຶ່ງໃນ 8 ທີມທີ່ລົງແຂ່ງຂັນ ໃນເຕະບານໂລກຄັ້ງທຳອິດ ເພື່ອຮັບປະກັນວ່າ ຊາວອາເມຣິກັນ ຈະໄດ້ສືບຕໍ່ຫຼິ້ນໃນການແຂ່ງຂັນໃນຄັ້ງນີ້ ຕໍ່ໄປ.

"ຂ້າພະເຈົ້າຄິດວ່າພວກເຮົາຮູ້ສຶກວ່າພວກເຮົາຕ້ອງຊະນະທຸກຢ່າງຕະຫຼອດເວລາ," ເມແກນ ຣາປີໂນ (Megan Rapinoe) ນັກເຕະມືອາຊີບຊາວອາເມລິກາໄດ້ກ່າວ. “ນັ້ນຄືຄວາມຄາດຫວັງຂອງພວກເຮົາເອງ. ນັ້ນຄືຄວາມຄາດຫວັງໃນການຫຼິ້ນໃຫ້ກັບທີມຊາດສະຫະລັດ. ມັນກໍ່ຄືກັນກັບວ່າ, 'ເປັນຫຍັງເຈົ້າຈຶ່ງເຂົ້າຮ່ວມແຂ່ງຂັນເຕະບານໂລກ ຖ້າເຈົ້າບໍ່ຄິດວ່າ ເຈົ້າຈະຊະນະ, ແລະຖ້າເຈົ້າບໍ່ຄິດວ່າເຈົ້າຈະສາມາດຊະນະມັນໄດ້?’”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG