ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃກ້ຈະບັນລຸ ການຕົກລົງ ກ່ຽວກັບໜິ້ສິນ ຂອງອີຈິບ


ສະຫະລັດ ໃກ້ຈະບັນລຸການຕົກລົງກັນໄດ້ແລ້ວ ກັບລັດຖະບານໃໝ່ ຂອງອີຈິບ ກ່ຽວກັບການບັນເທົາໜີ້ສີນ
ສະຫະລັດ ໃກ້ຈະບັນລຸການຕົກລົງກັນໄດ້ແລ້ວ ກັບລັດຖະບານໃໝ່ ຂອງອີຈິບ ກ່ຽວກັບການບັນເທົາໜີ້ສີນ
ສະຫະລັດ ໃກ້​ຈະບັນລຸ​ການ​ຕົກລົງ​ກັນ​ໄດ້​ແລ້ວ ກັບ
ລັດຖະບານ​ໃໝ່​ຂອງອີ​ຈິບ ກ່ຽວ​ກັບ​ການ​ບັນ​ເທົາໜີ້​ສິນ
1 ພັນ​ລ້ານ​ໂດ​ລາອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ແຜນການ
​ໃຫ້​ຄວາມ​ຊ່ວຍ​ເຫຼືອຂອງສະຫະລັດແລະ​ນາໆ​ຊາດ ທີ່​
ແນ​ໃສ່​ເພື່ອຊ່ວຍ​ຄໍ້າ ຈຸນ​ເສດຖະກິດ​ຂອງ​ອີ​ຈິບ​ທີ່​ພວມ​
ປະສົບບັນຫາ​ແລະ​ຊ່ວຍ​ໃນ​ການ​ຫັນປ່ຽນໄປ​ສູ່​
ປະຊາທິປະ​ໄຕ.

ນັກ​ການ​ທູດຂັ້ນ​ສູງຂອງສະຫະລັດຈຸນຶ່ງ​ໄດ້​ໃຊ້​ເວລາໃນອາທິດ​ແລ້ວ​ນີ້ຢູ່​ທີ່ກຸງ​ໄຄ​ໂຣ ​ເພື່ອເຈລະຈາ​ຫາລື​ກັນ​ໃນ​ຂັ້ນສຸດ​ທ້າຍ​ກ່ຽວ​ກັບ​ຂໍ້​ຕົກລົງ ທີ່​ໄດ້​ມີ​ການ​ຊັກ​ຊ້າ​ຍ້ອນ​ຄວາ​ມວຸ້ນວາຍ​ທາງ​ດ້ານ​ການ​ເມືອງ ​ແລະຄວາມ​ລະມັດລະວັງ​ຂອງວໍ​ຊິງ​ຕັນກ່ຽວ​ກັບ​ການ​ໃຫ້​ລາງວັນ​ແກ່ຜູ້​ນໍາ​ອິສລາ​ມທີ່ຫາ​ກໍ​ຖືກ​ເລືອກເຂົ້າຮັບ​ຕຳ​ແໜ່​ງ ໃໝ່. ອີ​ຈິບຕິດໜີ້ສະຫະລັດ ​ເກີນ 3 ພັນ​ລ້ານ​ໂດ​ລາ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງສະຫະລັດ ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ການ​ປະກາດ​ຂັ້ນ​ສຸດ​ທ້າຍ ຄາດ​ວ່າ​ຈະ​ແມ່ນ​ທ້າຍເດືອນນີ້.

ປະທານ​າທິບໍດີສະຫະລັດ ທ່ານ Barack Obama ​ໄດ້ໃຫ້​ຄໍາໝັ້ນ​ສັນຍາ​ຄັ້ງ​ທໍາ​ອິດ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເສດຖະກິດ ​ແກ່ອີ​ຈິບ​ໃນປີ​ກາຍ​ນີ້. ຍັງ​ມີ ອຸບປະສັກ​ຫລາຍ​ຢ່າງຄ້າງ​ຄາ​ກັນຢູ່​ກ່ອນ​ທີ່​ຈະ​ບັນລຸ​ການ​ຕົກລົງ​ກ່ຽວ​ກັບ​ການບັນ ​ເທົາ​ໜີ້ສິນ ຊຶ່ງ​ມີ​ລາຍງານ​ວ່າ ຈະ​ພົວພັນ​ກັບ​ທັງ​ການ​ຍົກ​ເວັ້ນການ​ຈ່າຍ​ໜີ້​ແລະ​ການ “​ແລກປ່ຽນ​ໜີ້” ທີ່​ສະ​ລັບ​ຊັບຊ້ອນ ປະສົມ​ປະສານ​ກັນ​ໄປ.

ການ​ເຈລະຈາ​ດັ່ງກ່າວ​ໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ແທນການ​ຄ້າຂອງ​ສະຫະ ລັດ​ທີ່​ມີ​ຜູ້ຕາງໜ້າ​ທຸລະ​ກິດຕ່າງໆເກືອບ 50 ບໍລິ​ສັດ​ ຊຶ່ງກໍາລັງ​ພິຈາລະ​ນາ​ເຂົ້າ ​ໄປ​ລົງທຶນຢູ່​ໃນອີ​ຈິບ ມີ​ກຳນົດ​ທີ່​ຈະ​ເດີນທາງ​ໄປ​ເຖິງ ​ໃນ​ທ້າຍ​ອາທິດ​ນີ້. ລັດຖະ ມົນຕີ​ຊ່ວຍ​ວ່າການ​ ກະຊວງການ​ຕ່າງປະ​ເທດສະຫະລັດ ທ່ານ Robert Hormats ອ​ະດີດ​ຜູ້​ບໍ​ລິ​ຫານ Goldman Sachs ຈະ​ເປັນ​ຜູ້​ນໍາພາ​ຄະນະ ຊຶ່ງ​ຈະ​ຮວມ​ທັງບັນດາ​ຜູ້ອຳນວຍການ
ປະຈຳຂົງ​ເຂດ​ ຂອງ​ບໍລິສັດ​ຕ່າງໆ​ ເຊັ່​ນວ່າ Google, Boeing, Xerox ​ແລະ General Electric.

ກ່ຽວຂ້ອງກັນ

XS
SM
MD
LG