ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ມີກໍລະນີ ຄົນຕິດເຊື້ອໄວຣັສໂຄໂຣນາ ເກືອບຮອດ 6 ລ້ານ, ຂະນະທີ່ ພາກຕາເວັນຕົກຕອນກາງ ໄດ້ເພີ້ມສູງຂຶ້ນ


ພະນາງານສາທາລະນະສຸກ ຍ່າງໄປຫາແຕ່ລະບ້ານ ເພື່ອເກັບກຳເອົາຕົວຢ່າງ ຈາກຮູດັງເພື່ອນຳໄປກວດຫາ COVID-19 ຢູ່ໃນເມືອງ ກົວຮາຕີ ຂອງອິນເດຍ, ວັນທີ 29 ສິງຫາ 2020.
ພະນາງານສາທາລະນະສຸກ ຍ່າງໄປຫາແຕ່ລະບ້ານ ເພື່ອເກັບກຳເອົາຕົວຢ່າງ ຈາກຮູດັງເພື່ອນຳໄປກວດຫາ COVID-19 ຢູ່ໃນເມືອງ ກົວຮາຕີ ຂອງອິນເດຍ, ວັນທີ 29 ສິງຫາ 2020.

ສະຫະລັດມີຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາ ເກືອບຮອດ 6 ລ້ານຄົນໃນວັນອາທິດວານນີ້ ອີງຕາມຂໍ້ມູນຈາກມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ສີ່ລັດຢູ່ທາງພາກຕາເວັນຕົກສຽງເໜືອ ເມື່ອບໍ່ດົນມານີ້ ໄດ້ລາຍງານກໍລະນີຄົນຕິດເຊື້ອໄວຣັສໃໝ່ທີ່ຫຼາຍເປັນປະຫວັດການໃນພຽງມື້ດຽວດັ່ງຕໍ່ໄປນີ້: ລັດໄອໂອວາ ມີປະມານ 785 ກໍລະນີ ລັດດາໂກຕາເໜືອ ມີປະມານ 375 ກໍລະນີ ລັດດາໂກຕາໃຕ້ ມີປະມານ 425 ກໍລະນີ ແລະລັດມິນເນໂຊຕາ ມີປະມານ 1,000 ກໍລະນີ ທັງໝົດນີ້ ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິິນສ໌.

ໃນຂະນະດຽວກັນ ລັດມອນຕານາ ແລະລັດໄອດາໂຮ ກ່າວວ່າ ຈຳນວນຄົນປ່ວຍເຂົ້າໂຮງໝໍຮັກສາປິ່ນປົວ ຍ້ອນໄວຣັສໂຄວິດ 19 ແມ່ນຍັງສູງຂຶ້ນເປັນປະຫວັດການເຊັ່ນກັນ.

ໃນຂະນະທີ່ ພາກຕາເວັນຕົກຕອນກາງ ໄດ້ກາຍເປັນຈຸດຮ້ອນແຮງໃໝ່ສຸດໃນການລະບາດຂອງໄວຣັສໂຄໂຣນາ ແຕ່ໃນທົ່ວປະເທດໂດຍລວມ ແມ່ນກຳລັງເຫັນວ່າມີການຫລຸດລົງຂອງການເສຍຊີວິດ ການເຂົ້າຮັກສາໃນໂຮງໝໍ ອັດຕາການຕິດເຊື້ອ ແລະກໍລະນີຕິດເຊື້ອໃໝ່.

ການເພີ້ມສູງຂຶ້ນຂອງກໍລະນີໃໝ່ດັ່ງກ່າວ ສາມາດສືບທາວໄປເຖິງການເຕົ້າໂຮມກັນຂະໜາດໃຫຍ່. ຢູ່ໃນລັດໄອໂອວາ ເຂດປົກຄອງທີ່ເປັນສະຖານທີ່ກໍ່ຕັ້ງຂອງມະຫາວິທະຍາໄລໄອໂອວາ ແລະມະຫາວິທະຍາໄລຂອງລັດໄອໂອວາ ແມ່ນລາຍງານວ່າ ມີຫຼາຍກໍລະນີຕິດເຊື້ອໃໝ່. ທັງສອງມະຫາວິທະຍາໄລ ແມ່ນໄດ້ເປີດຫ້ອງຮຽນໃຫ້ນັກສຶກສາເຂົ້າມາຮຽນໄດ້. ສ່ວນການຕິດແປດອື່ນໆໄດ້ຖືກນຳຮອຍຄືນໄປການໂຮມຊຸມນຸມປະຈຳປີຂອງພວກຂັບລົດຈັກ ໃນເມືອງສເຕີຣກິສ ລັດດາໂກຕາໃຕ້ ລວມແລ້ວມີ 88 ກໍລະນີ ໃນລັດດາໂກຕາໃຕ້ ພຽງແຫ່ງດຽວເທົ່ານັ້ນ.

ໃນຂະນະທີ່ສະຫະລັດ ມີການຕິດແປດທີ່ໄດ້ຖືກບັນທຶນຫຼາຍທີ່ສຸດໃນໂລກ ສະຫະລັດຢູ່ໃນອັນດັບທີ 10 ອີງຕາມກໍລະນີຕິດເຊື້ອຕໍ່ຫົວຄົນ ເມື່ອທຽບກັບ ບຣາຊີລ ເປຣູ ແລະຊີເລ ທີ່ມີອັດຕາການຕິດເຊື້ອໄວຣັສທີ່ສູງກວ່າ ອີງຕາມການນັບຂອງອົງການຂ່າວຣອຍເຕີ້.

ສະຫະລັດຍັງມີຈຳນວນການເສຍຊີວິດຫຼາຍທີ່ສຸດໃນໂລກ ໂດຍມີຢູ່ເກືອບ 183,000 ຄົນ ແຕ່ສະຫະລັດຢູ່ໃນອັນດັບທີ 11 ສໍາລັບການເສຍຊີວິດຕໍ່ຫົວຄົນ ຊຶ່ງໄດ້ກາຍໂດຍປະເທດ ສວີດເດັນ ບຣາຊີລ ອີຕາລີ ຊີເລ ສະເປນ ອັງກິດ ແບລຈ້ຽມ ແລະເປຣູ ອີງຕາມອົງການຂ່າວຣອຍເຕີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG