ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳ​ນຽບ​ຫ້າ​ແຈ ກ່າວ​ວ່າ ສະຫະລັດ ເພີ້ມຈຳ​ນວນທະຫານ ຂຶ້ນເກີືອບສອງເທົ່າ ຢູ່ໃນໄຕ້ຫວັນ ປີນີ້


ທະຫານຄົນນຶ່ງຖືທຸງໄຕ້ຫວັນ ໃນຂະນະທີ່ທຳການຊ້ອມລົບທາງທະຫານ ​ທີ່ແນໃສ່ເພື່ອ​ຂັບ​ໄລ່​ການໂຈມຕີຈາກຈີນ ຢູ່ເມືອງ Hsinchu ພາກເໜືອໄຕ້ຫວັນ ວັນທີ 19 ມັງກອນ 2021.
ທະຫານຄົນນຶ່ງຖືທຸງໄຕ້ຫວັນ ໃນຂະນະທີ່ທຳການຊ້ອມລົບທາງທະຫານ ​ທີ່ແນໃສ່ເພື່ອ​ຂັບ​ໄລ່​ການໂຈມຕີຈາກຈີນ ຢູ່ເມືອງ Hsinchu ພາກເໜືອໄຕ້ຫວັນ ວັນທີ 19 ມັງກອນ 2021.

ສະຫະລັດໄດ້ເພີ້ມຈຳ​ນວນທະຫານ ທີ່ບໍ່ເປັນທາງການຂອງຕົນຂຶ້ນ​ເປັນສອງເທົ່າ ຢູ່ໃນໄຕ້ຫວັນ ໃນຮອບປີທີ່ຜ່ານມາ ໃນອັນທີ່ບັນດາຜູ້ຊ່ຽວຊານບັນລະຍາຍວ່າ ເປັນສັນຍານ​ອັນ​ຫລ້າສຸດ​ສຳ​ລັບຈີນ ​ທີ່ວ່າອະນາຄົດຂອງໄຕ້ຫວັນຍັງ​ສືບ​ຕໍ່​ເປັນ​ບູ​ລິ​ມະ​ສິດ​ອັນ​ສຳ​ຄັນ.

ການເພີ້ມທະຫານຈາກ 20 ຄົນ ຂື້​ນ​ເປັນ 39 ຄົນລະຫວ່າງ​ວັນ​ທີ 31 ເດືອນ ທັນວາ ຫາ​ວັນ​ທີ 30 ກັນຍາ ແມ່ນ​ບໍ່​ມີ​ຄວາມ​ສຳ​ຄັນ​ຫຍັງ​ຫຼາຍ ແຕ່​ບັງ​ເອີນ​ມັນ​ໄດ້ມີຂື້ນ ​ໃນການຮັບຮູ້ຢ່າງ​ເປັນ​ການ​ເປີດ​ເຜີຍ​ແບບ​ບໍ່​ຄ່ອຍ​ເຫັນ​ກັນ ໂດຍປະທາ ນາທິບໍດີໄຊ ອີງ-ເຫວິນ (Tsai Ing-wen) ໃນເດືອນຕຸລາທີ່ວ່າ ທະຫາສະຫະ ລັດ ຈຳນວນນ້ອຍໆ ຮັກ​ສາ​ການ​ມີ​ໜ້າ ຢູ່ໃນໄຕ້ຫວັນ.

ທະຫານທີ່ປະ​ຈຳ​ການ​ໃນ​ເວ​ລານີ້ ແມ່ນຮວມທັງທະຫານມາຣິນ 29 ຄົນ ພ້ອມດ້ວຍສະມາ
ຊິກສອງຄົນ ຈາກກອງທັບບົກ ສາມຄົນຈາກກອງທັບເຮືອ ແລະຫ້າຄົນ ຈາກກອງທັບອາ
ກາດ ອີງຕາມສູນກາງຂໍ້ມູນແຮງງານຂອງທຳນຽບຫ້າແຈ [[https://dwp.dmdc.osd.
mil/dwp/app/dod-data-reports/workforce-reports]]

ໃນຂະນະທີ່ສະຫະລັດຍັງບໍ່ໄດ້ເປີດເຜີຍວ່າ ພະນັກງານທະຫານເຫລົ່ານີ້ເຮັດຫຍັງ ຢ່າງໜ້ອຍກໍ​ເປັນ​ການສົ່ງສັນຍານອັນແຂງ​ຂັນໄປຫາຈີນ ທີ່ທ່ານຄິດ​ສ໌ ລຽວ (Kitsch Liao) ທີ່ປຶກສາດ້ານທະຫານ ແລະກິດ​ຈະ​ການໄຊເບີຂອງຫ້ອງ ທົດລອງ DoubledThink ຊຶ່ງເປັນອົງການຄົ້ນຄວ້າສະເພາະກ່ຽວກັບຂໍ້ມູນ​ທີ່ບໍ່ ມີຄວາມຈິງ ທີ່ມີຫ້ອງການ​ຕັ້ງຢູ່ໄຕ້ຫວັນ. ທ່ານກ່າວຕໍ່ວີໂອເອ ວ່າ “ການເພີ້ມຂຶ້ນແມ່ນເປັນທີ່​ນຽບ​ແນນ ແຕ່​ກໍບໍ່ຜິດພາດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG