ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ໃກ້ຈະໄດ້ຮັບການຮັບຮອງ ຢາວັກຊີນປ້ອງກັນໂຄວິດ-19 ທຳອິດ


ແພດເພຊັດສະກຳ ຖືເຂັມສັກຢາໃນຫ້ອງສະອາດປອດພະຍາດ ບ່ອນທີ່ຢາວັກຊີນປ້ອງກັນໂຄວິດ-19 ຈະຖືກບັນຈຸລົງໃສ່ເຂັມສັກຢາ, ໃນວັນພຸດ ທີ 9 ່ທັນວາ 2020 ຢູ່ໂຮງໝໍ Mount Sinai Queens ໃນລັດນິວຢອກ.
ແພດເພຊັດສະກຳ ຖືເຂັມສັກຢາໃນຫ້ອງສະອາດປອດພະຍາດ ບ່ອນທີ່ຢາວັກຊີນປ້ອງກັນໂຄວິດ-19 ຈະຖືກບັນຈຸລົງໃສ່ເຂັມສັກຢາ, ໃນວັນພຸດ ທີ 9 ່ທັນວາ 2020 ຢູ່ໂຮງໝໍ Mount Sinai Queens ໃນລັດນິວຢອກ.

ຫຼັງຈາກທີ່ໄດ້ມີຄົນຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນທັງໝົດຫຼາຍກວ່າ 15 ລ້ານ 3 ແສນຄົນ ສະຫະລັດ ແມ່ນໃກ້ຈະໄດ້ຮັບຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ປອດໄພ ແລະມີປະສິດທິພາບ.

ຄະນະກຳມະການພິເສດຂອງອົງການອາຫານແລະຢາຂອງສະຫະລັດ ຫຼື FDA ຈະເຂົ້າກອງປະຊຸມໃນຕອນເຊົ້າຂອງວັນພະຫັດມື້ນີ້ ເພື່ອພິຈາລະນາວ່າ ຈະອະນຸມັດການນຳໃຊ້ຢາວັກຊີນໃໝ່ແບບສຸກເສີນຫຼືບໍ່ ທີ່ໄດ້ຜະລິດໂດຍບໍລິສັດເພຊັດສະກຳຍັກໃຫຍ່ ຟາຍເຊີຣ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະບໍລິສັດ ໄບໂອເອັນເທັກ ຂອງເຢຍຣະມັນ.

ຖ້າຫາກຄະນະກຳມະການທີ່ປຶກສາດ້ານຢາວັກຊີນແລະຜະລິດຕະພັນmujກ່ຽວຂ້ອງກັບຊີວະພາບ ແນະນຳການອະນຸມັດໃຫ້ນຳໃຊ້ແບບສຸກເສີນໄດ້ ຕາມຄວາມຄາດໝາຍຂອງອົງການ FDA ນັ້ນ, ມັນມີຄວາມເປັນໄປໄດ້ສູງວ່າ ຄະນະກຳມະການຈະຕົກລົງເຫັນພ້ອມໃນຂັ້ນສຸດທ້າຍໄວທີ່ສຸດໃນວັນສຸກ ຫຼື ວັນເສົານີ້. ລັດຖະບານກາງ ກໍຈະນຳສົ່ງຢາວັກຊີນດັ່ງກ່າວ 6 ລ້ານ 4 ແສນຊຸດຫຼືໂດສ ໄປທົ່ວສະຫະລັດໃນທັນທີ, ໂດຍພວກພະນັກງານສາທາລະນະສຸກທີ່ເບິ່ງແຍງຄົນປ່ວຍຢູ່ແນວໜ້າຈະໄດ້ຮັບບູລິມະສິດສູງສຸດສຳລັບການສັກຢາວັກຊີນຊຸດທຳອິດ.

ສ່ວນກອງທັບສະຫະລັດ ຍັງຈະໄດ້ໃຫ້ບູລິມະສິດແກ່ບັນດາພະນັກງານສາທາລະນະສຸກທີ່ເບິ່ງແຍງຄົນປ່ວຍຂອງຕົນ ສຳລັບການສັກຢາວັກຊີນຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກ ໃນຂັ້ນຕົ້ນ ຊຶ່ງມີເກືອບຮອດ 44,000 ໂດສ. ໂຄສົກທໍານຽບຫ້າແຈ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ວ່າ ກອງທັບຈະເລີ້ມການສັກຢາວັກຊີນ “ພາຍໃນນຶ່ງຫຼືສອງມື້” ຫຼັງຈາກທີ່ ອົງການ FDA ໄດ້ຮັບຮອງການອະນຸມັດເພື່ອນໍາໃຊ້ແບບສຸກເສີນ. ການສັກຢາວັກຊີນນັ້ນ ຈະເປັນແບບສະໝັກໃຈໃນຂັ້ນທຳອິດ ແຕ່ອາດກາຍເປັນຂໍ້ບັງຄັບ ເມື່ອໃດທີ່ຢາວັກຊີນນັ້ນ ແມ່ນໄດ້ຂຶ້ນທະບຽນແລ້ວ.

ກອງປະຊຸມໃນວັນພະຫັດນີ້ ແມ່ນຈະຖືກຈັດຂຶ້ນນຶ່ງວັນຫຼັງຈາກທີ່ສະຫະລັດ ໄດ້ບັນທຶກການເສຍຊີວິດຍ້ອນໂຄວິດ-19 ຫຼາຍກວ່າ 3,000 ຄົນພາຍໃນມື້ດຽວ ຊຶ່ງເປັນເທື່ອທຳອິດໃນເກືອບໄລຍະນຶ່ງປີຂອງໂຣກລະບາດນີ້.

ຢາວັກຊີນຂອງບໍລິສັດຟາຍເຊີຣແລະໄບໂອເອັນເທັກ ໄດ້ຂຶ້ນມາຢູ່ແຖວໜ້າໃນຄວາມພະຍາຍາມຂອງໂລກ ທີ່ຈະຜະລິດຢາວັກຊີນອັນນຶ່ງຂຶ້ນມາເພື່ອຕໍ່ຕ້ານໄວຣັສໂຄໂຣນາສາຍພັນໃໝ່ ທີ່ກໍ່ໃຫ້ເກີດພະຍາດໂຄວິດ-19. ອັງກິດໄດ້ກາຍເປັນປະເທດຕາເວັນຕົກທຳອິດ ທີ່ໄດ້ເລີ້ມຕົ້ນການສັກຢາວັກຊີນດັ່ງກ່າວ ໃນວັນອັງຄານຜ່ານມາ ພຽງບໍ່ເທົ່າໃດວັນຫຼັງຈາກທີ່ອົງການຄຸ້ມຄອງດ້ານການແພດຂອງລັດຖະບານໄດ້ຮັບຮອງຢາວັກຊີນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG