ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອ ສະຫະລັດ ພັດທະນາ ອາວຸດແສງເລເຊີ (ວີດີໂອ)


ກອງທັບ​ເຮືອ​ສະຫະລັດ ​ໄດ້​ພັດທະນາ​ອາວຸດແສງແລ​ເຊີ​ຊະ​ນິດ​
ນຶ່ງ ທີ່​ແນ​ໃສ່​ເພື່ອ​ປ້ອງ​ກັນ ການ​ຂົ່ມຂູ່​ຈາກ​ການ​ໂຈມ​ຕີ ທັງ​ທາງ​
ອາກາດ ​ແລະທາງ​ທະ​ເລ.

ກອງທັບ​ເຮືອ​ສະຫະລັດ ​ໄດ້​ນຳ​ເຜີຍ​ແຜ່ວີ​ດີ​ໂອ ​ໃນ​ວັນ​ຈັນ​ວານ​
ນີ້ ທີ່ສະ​ແດງໃຫ້​ເຫັນ​ ການຍິງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ໂດຍ​ອາວຸດ
​ຊະນິດ​ໃໝ່. ອາວຸດ​ດັ່ງກ່າວ ​ໃນ​ທີ່​ສຸດ ຈະ​ສາມາດທໍາລາຍ​ເຮືອ
ຂະໜາດ​ນ້ອຍ​ຂອງ​ສັດຕູ​ແລະ​ບັນດາເຮືອບິນ​ສັງ​ເກດ​ການທີ່​ບໍ່​
ມີ​ຄົນ​ຂັບ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາ​ຄາຂອງອາວຸດແສງ laser ຈະບໍ່​ຮອດ​ 1 ​ໂດ​ລາ ຕໍ່​ການ​ການ​ຍິງ ​ແຕ່ລະ​ເທື່ອ ​ເພາະ​ມັນ​ໃຊ້​ໄຟຟ້າ ຊຶ່ງ​ເປັນ​ລາ​ຄາ​ທີ່ຕໍ່າກວ່າ​ຫລາຍໆ​ພັນ​ໂດ​ລາ ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ນຶ່ງ​ລູກ.

​ອາວຸດແສ​ງ laser ຈະ​ຕິດ​ຕັ້ງໃສ່​ເຮືອ​ສະ​ເທີ​ນນໍ້າສະ​ເທີ​ນບົກ ທີ່​ຈະ​ນໍາ​ສົ່ງ​ໄປ​ເຂດອ່າວ​ເປີ​ເຊຍ ​ໃນ​ປີ 2014.


XS
SM
MD
LG