ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 7 ຄົນ ຍັງຫາຍສາບສູນ ຫຼັງຈາກ ກຳປັ່ນລົບ ສຫລ ຕຳກັບ ເຮືອຂົນສິນຄ້າ ນອກຝັ່ງຍີ່ປຸ່ນ


ກຳປັ່ນລົບສະຫະລັດr USS Fitzgerald ເສຍຫາຍ ຈາກການ ຕຳກັນ ກັບເຮືອຂົນສົ່ງສິນຄ້າຟິລິບປີນ ຢູ່ນອກຝັ່ງທະເລຍີ່ປຸ່ນ.
ກຳປັ່ນລົບສະຫະລັດr USS Fitzgerald ເສຍຫາຍ ຈາກການ ຕຳກັນ ກັບເຮືອຂົນສົ່ງສິນຄ້າຟິລິບປີນ ຢູ່ນອກຝັ່ງທະເລຍີ່ປຸ່ນ.

ກອງທັບ​ເຮືອສະຫະລັດ​ ກ່າວ​ວ່າ ມີ​ທະຫານ​ເຮືອ 7 ຄົນ​ຫາຍ​ສາບ​ສູນ​ຫລັງຈາກ ​ກຳ​ປັ່ນ
​ລົບລຳ​ນຶ່ງ​ຂອງ​ຕົນ ​ໄດ້​ຕຳ​ກັບ​ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້​ ຢູ່​ນອກ​ຝັ່ງ
​ທະ​ເລ​ຍີ່​ປຸ່ນ.

ກອງທັບ​ເຮືອກ່າວ​ຢູ່​ໃນ​ຖະ​ແຫລ​ງກາ​ນວ່າ “ມີ​ລູກ​ເຮືອ​ 7 ​ຄົນ​ຍັງ​ຊອກ​ຫາ​ບໍ່​ເຫັນ ​ກຳ​ປັ່ນ
​ແລະ​ໜ່ວຍ​ຍາມ​ຝັ່ງຍີ່ປຸ່ນ ກຳລັງ​ຊອກ​ຫາ​ເຂົາ​ເຈົ້າຢູ່.”

ກອງ​ທັບ​ເຮືອ​ກ່າວ​ວ່າ​ ມີ​ລູກ​ເຮືອອີກ​ສອງ​ຄົນ ນອກ​ເໜືອ​ໄປ​ຈາກ ​ຜູ້​ບັນຊາ​ການ ທ່ານ
Bryce Benson ​ໄດ້​ຮັບ​ບາດ​ເຈັບ. ​ເຂົາ​ເຈົ້າທັງ​ສາມໄດ້​ຖືກສົ່ງ​ຢ່າງ​ຮີບດ່ວນ ​ຈາກ​ກຳ​

ປັ່ນ USS Fitzgerald ​ໄປ​ໂຮງ​ໝໍ​ທະຫານ​ເຮືອ Yokosuka ​ເ​ພື່ອຮັບ​ການປິ່ນ​ປົວ.” ມີ
​ລາຍ​ງານ​ວ່າ ຜູ້​ບັນຊາ​ການ​ ຢູ່​ໃນ​ອາການ ​ທີ່​ທຸ່ນ​ທ່ຽງ​ແລ້ວ ​ໃນ​ຂະນະ​ທີ່​ພວກ​ລູກ​ເຮືອທັງ​ສອງກຳລັງໄດ້​ຮັບ​ການປິ່ນປົວ​ຈາກ​ບາດ​ແຜ ​ແລະ​ຮອຍຊໍ້າ ນັ້ນຄື​ຄຳ​ຖະ​ແຫຼງຂອງ​ກອງ​
ທັບເຮືອ​.

ບໍ່​ມີ​ໃຜ​ຢູ່​ໃນກຳ​ປັ່ນ​ຂົນ​ສົ່ງ​ຕູ້​ຄອນ​ເທ​ນ​ເນີ້ຂອງຟິລິບ​ປີນ ​ມີລາຍ​ງານ​ວ່າ ​ໄດ້​ຮັບບາດ​ເຈັບ.

ການ​ຕໍາ​ກັນ​ລະຫວ່າງ ​ກຳ​ປັ່ນ​ລົບ​ສະຫະລັດ ​ແລະ​ກຳ​ປັ່ນ​ຂົນ​ສົ່ງ​ສິນຄ້າ ACX Crystal
​ໄດ້​ເກີດ​ຂຶ້ນ​ປະມານ 2 ​ໂມງເຄິ່ງຕອນ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ປະ ມານ 56 ໄມທະ​ເລ
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ Yokosuka ປະ​ເທດ​ຍີ່ປຸ່ນ ອີງ​ຕາມ​ກອງທັບ​
ເຮືອ​ທີ 7 ຂອງສະຫະລັດ ທີ່​ປະຕິບັດ​ງານ ​ຢູ່​ໃນ​ພາກຕາ​ເວັນ​ຕົກ​ມະຫາ​ສະໝຸດປາຊິ​ຟິກ
​ແລະ​ມະຫາ​ສະໝຸດ​ອິນເດຍ.

ກຳປັ່ນຂົນສົ່ງສິນຄ້າຟິລິບປີນ ເສຍຫາຍຈາກການຕຳກັນກັບ ກຳປັ່ນລົບສະຫະລັດ.
ກຳປັ່ນຂົນສົ່ງສິນຄ້າຟິລິບປີນ ເສຍຫາຍຈາກການຕຳກັນກັບ ກຳປັ່ນລົບສະຫະລັດ.

ຮູບ​ພາບຖ່າຍ​ຈາກ​ເຮືອບິນ​ເຮ​ລີ​ຄອບ​ເຕີ ​ໃນ​ຕອນ​ເຊົ້າ​ວັນ​ເສົາ ​ໂດຍ​ໂທລະພາບ ​NKH
ຂອງຍີ່​ປຸ່ນ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ຄວາມ​ເສຍ​ຫາຍ​ໜັກ​ຢູ່ກ້ຳ​ເບື້ອງ​ຂວາຂອງ ​ກຳ​ປັ່ນ​ລົບ
ກາຍ​ຫໍຄວບ​ຄຸມ​ໄປ​ໜ້ອຍ​ນຶ່ງ. ກຳ​ປັ່ນ​ຂົນ​ສົ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ພຽງເລັກ​ນ້ອຍ.

ກອງທັບ​ເຮືອ​ກ່າວ​ວ່າ ກຳ​ປັ່ນ​ລົບ​ສະຫະລັດໄດ້ ‘ປະສົບ​ກັບ​ນໍ້າໄຫຼ​ເຂົ້າມາ​ຢູ່​ບາງ​ບ່ອນ.”
ລາຍ​ງານ​ກ່າວ​ວ່າ ໜ່ວຍ​ຍາມ​ຝັ່ງ​ຍີ່​ປຸ່ນ​ ໄດ້​ໄປ​ເຖິງ​ບ່ອນ​ເກີດ​ເຫດ​ແລ້ວ ​ແລະພວມ​ໃຫ້
ການ​ຊ່ວ​ຍເຫ​ລື​ອ.

US Navy Destroyer Collides With Merchant Vessel off Japan Coast, Some Injuries
please wait

No media source currently available

0:00 0:00:38 0:00

ກອງທັບ​ເຮືອ​ກ່າວ​ວ່າ “ກຳ​ປັ່ນ​ລົບ USS Fitzgerald ​ໄດ້ແລ່ນ​ດ້ວຍ​ຈັກ​ຂອງ​ຕົນ​ເອງ
​ເຖິງ​ແມ່ນ​ວ່າ​ ​ໃບ​ພັດ​ກຳ​ປັ່ນແມ່ນຢູ່​ໃນ​ຂອບ​ເຂ​ດຈຳກັດ.”

ກຳ​ປັ່ນ​ຟິລິບ​ປີ​ນ ມີ​ນໍ້າໜັກ 29,000 ​ໂຕນ ​ແລະ​ຍາວ 222 ​ແມັດ ​ໃນ​ຂະ​ນະ​ທີ່ ກຳ​ປັ່ນ​
ລົບ​ສະຫະລັດ ມີ​ນໍ້າໜັກ 8,315 ​ໂຕນ ​ແລະ​ມີ​ຄວາມ​ຍາວ 154 ​ແມັດ.

ການ​ຕຳ​ກັນ​ດັ່ງ​ກ່າວ ​ລະຫວ່າງ​ກຳ​ປັ່ນ​ທັງ​ສອງ ​ເປັນ​ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ. ຍັງ​ບໍ່ທັນ​ເປັນ​ທີ່
​ແຈ້ງ​ຂາວເທື່ອວ່າ ​ແມ່ນ​ຫຍັງ​ເຮັດ​ໃຫ້​ກຳ​ປັ່ນ​ໃຫຍ່​ທັງສອງ​ລຳ​ຕຳ​ກັນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG