ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານເຮືອ ສະຫະລັດ ອອກຄົ້ນຫາ ເຮືອບັນທຸກ ສິນຄ້າ ທີ່ຫາຍ ສາບສູນ


ທ່ານ Tucker Bailey ນຳສາຍລາກຜ່ານໂຄງເຫຼັກ ໃນເວລາປ່ອຍເຄື່ອງກວດຫາສັນຍານ ຢູ້ເທິງເຮືອ USNS Apache. 24 ຕຸລາ, 2015
ທ່ານ Tucker Bailey ນຳສາຍລາກຜ່ານໂຄງເຫຼັກ ໃນເວລາປ່ອຍເຄື່ອງກວດຫາສັນຍານ ຢູ້ເທິງເຮືອ USNS Apache. 24 ຕຸລາ, 2015

ທີມເກັບກູ້ຂອງກອງທັບເຮືອສະຫະລັດ ກຳລັງຈະເລີ້ມປະຕິບັດ ການສົ່ງເຮືອດຳນ້ຳ ຂະໜາດນ້ອຍ ທີ່ຄວບຄຸມຢູ່ຫ່າງໄກເພື່ອຢັ້ງຢືນ ວ່າຊາກກຳປັ່ນທີ່ຖືກຄົ້ນພົບຢູ່ໃກ້ເກາະ ບາຮາມັສ ນັ້ນແມ່ນເປັນ ຊາກຂອງກຳປັ່ນບັນທຸກສິນຄ້າ El Faro ທີ່ໄດ້ຫາຍສາບສູນໄປ ໃນພາຍຸເຮີຣິເຄນ ເມື່ອເດືອນແລ້ວນີ້ຫຼືບໍ່.

ກຳປັ່ນບັນທຸກສິນຄ້າ El Faro ມີຄວາມຍາວ 790 ຟຸດ ໄດ້ສູນຫາຍ ໄປເມື່ອວັນທີ 1 ຕຸລາ ພ້ອມດ້ວຍສະມາຊິກລູກເຮືອ 33 ຄົນໃນລະ ຫວ່າງເກີດພາຍຸເຮີຣິເຄນ Joaquin.

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເຂົາເຈົ້າວາງເປົ້າໝາຍທີ່ຈະທຳ ການສຳຫລວດຊາກ ຂອງກຳປັ່ນນັ້ນ ແລະ ຫວັງວ່າ ຈະກວດພົບທີ່ຕັ້ງຂອງເຄື່ອງບັນທຶກຂໍ້ມູນ ຫຼື ຫີບດຳຂອງ ກຳປັ່ນນັ້ນທີ່ອາດຈະໃຫ້ຮ່ອງຮອຍວ່າ ແມ່ນຫຍັງໄດ້ເກີດຂຶ້ນແທ້.

ໂຄສົກຂອງຄະນະກຳມະການ ຄົມມະນາຄົມຂົນສົ່ງ ຮັກສາຄວາມປອດໄພ ທ່ານ Peter Knudson ກ່າວວ່າ “ຖ້າຫາກພົບເຫັນຊາກສົບຂອງພວກລູກເຮືອ ໃນລະຫວ່າງການປະຕິ ບັດງານຂອງເຮືອດຳນ້ຳຂະໜາດນ້ອຍນີ້ ກອງທັບເຮືອ ກໍຈະພະຍາຍາມເກັບກູ້ເອົາສົບ ເຫຼົ່ານັ້ນຂຶ້ນມາ.”

ກັບຕັນຂອງກຳປັ່ນ El Faro ໄດ້ສົ່ງຄຳຮ້ອງຂໍຄວາມຊ່ວຍເຫຼືອ ກ່ອນເຮືອຈະຫາຍສາບສູນ ໂດຍກ່າວວ່າ ເຄື່ອງຈັກຂອງເຮືອໄດ້ສູນເສຍພະລັງ ໃນລະຫວ່າງການເດີນທາງ ຈາກ ນະຄອນ Jacksonville ຂອງລັດ Florida ໄປຍັງ ນະຄອນ San Juan ຂອງເກາະ Puerto Rico. ກັບຕັນຂອງກຳປັ່ນ ທ່ານ Michael Davidson ໄດ້ກ່າວວ່າ ກຳປັ່ນອ່ຽງຂ້າງ ແລະ ນ້ຳໄດ້ໄຫລ ເຂົ້າມາແລ້ວ.

ການຄົ້ນຫາຢ່າງເຂັ້ມງວດ ໂດຍໜ່ວຍທະຫານຢາມຝັ່ງ ສະຫະລັດ ໄດ້ພົບເຫັນ ແຕ່ພຽງສິ່ງ ຂອງຕ່າງໆ ທີ່ຟູຢູ່ກາງທະເລ ແລະ ຊາກສົບນຶ່ງທີ່ໃສ່ຊຸດຊູຊີບ ຊຶ່ງບໍ່ສາມາດເກັບກູ້ມາໄດ້.

ການຫາຍໄປຂອງກຳປັ່ນ El Faro ໄດ້ກາຍເປັນອຸບັດຕິເຫດ ທີ່ຮ້າຍແຮງທີ່ສຸດຂອງການ ເດີນເຮືອນ ທີ່ເປັນກຳປັ່ນຂອງສະຫະລັດ ນັບຕັ້ງແຕ່ ປີ 1983 ເປັນຕົ້ນມາ.

Missing Ship
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG