ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປັ່ນດໍານໍ້າອາເມຣິກາ ຕໍາກັບ ເຮືອລົບຂະໜາດນ້ອຍ

ພາບກໍ່າປັ່ນບັນທຸກລູກສອນໄຟ USS San Jacinto ກໍາລັງໄປ ຍັງເຂດມະຫາສະມຸດອັດລັງຕິກ ໃນວັນທີ 6 ກຸມພາ. ເຮືອລໍາດັ່ງກ່າວຕໍາກັບກໍາປັ່ນດໍານໍ້າ USS Montpelier ທີ່ແລ່ນດ້ວຍພະລັງນີວເຄລຍ ໃນຕອນບ່າຍວັນເສົາວານນີ້, ທີ 13 ຕຸລາ 2012.

ພວກເຈົ້າໜ້າທີ່ກອງທັບເຮືອສະຫະລັດເວົ້າວ່າ ກໍາປັ່ນດໍານໍ້າ
ຂອງອາເມຣິກາລໍານຶ່ງ ໄດ້ຕໍາກັນກັບ ເຮືອລົບຂະໜາດນ້ອຍ
ລຸ່ນ Aegis ລໍານຶ່ງ.

ພວກເຈົ້າໜ້າທີ່ກ່າວອີກວ່າ ເຮືອ USS San Jacinto ກັບ
ກໍາປັ່ນດໍານໍ້າ USS Montpelier ທີ່ແລ່ນດ້ວຍພະລັງນີວເຄລຍ
ຕໍາກັນຢູ່ໃນເຂດນ່ານນໍ້າ ນອກຝັ່ງມະຫາສະມຸດອັດລັງຕິກ
ໃນຕອນບ່າຍວັນເສົາວານນີ້. ພວກເຈົ້າໜ້າທີ່ກອງທັບເຮືອ
ບໍ່ໄດ້ບອກຢ່າງລະອຽດວ່າ ອຸປະຕິເຫດດັ່ງກ່າວເກີດຢູ່ບ່ອນໃດ ກັນແທ້.

ບໍ່ມີໃຜຢູ່ໃນເຮືອທັງສອງລໍາ ໄດ້ຮັບບາດເຈັບ.

ກອງທັບເຮືອສະຫະລັດເວົ້າວ່າ ເຄື່ອງຈັກຜັກດັນກໍາປັ່ນນໍ້າ ບໍ່ໄດ້ຮັບການກະທົບ ຈາກອຸປະຕິເຫດຕໍາກັນດັ່ງກ່າວແຕ່ຢ່າງໃດ ແລະເຮືອທັງສອງລໍາ ໄດ້ສືບຕໍ່ແລ່ນໄປ ໂດຍໃຊ້ພະລັງງານຂອງຕົນເອງ.

ກໍາລັງມີການສືບສວນສອບສວນກ່ຽວກັບອຸປະຕິເຫດດັ່ງກ່າວ ແລະຕີລາຄາຄວາມ ເສຍຫາຍ ຂອງເຮືອທັງສອງລໍາ ທີ່ກໍາລັງທໍາການຝຶກຊ້ອມຕາມກິດຈະວັດປະຈໍາວັນ ຂອງຕົນ ໃນເວລາທີ່ເກີດອຸປະຕິເຫດນັ້ນ.
XS
SM
MD
LG