ການຕຳກັນລະຫວ່າງກຳປັ່ນລົບຂອງກອງທັບເຮືອສະຫະລັດແລະກຳປັ່ນບັນທຸກນ້ຳມັນ
ໃນປີກາຍນີ້ ແມ່ນເກີດຈາກ ການທີ່ກຳປັ່ນລົບໄດ້ “ລ້ຽວຢ່າງກະທັນຫັນ” ໄປຂວາງທາງ
ເດີນຂອງກຳປັ່ນບັນທຸກນ້ຳມັນ ອີງຕາມລາຍງານສະບັບນຶ່ງ ທີ່ລັດຖະບານສິງກະໂປ
ນຳອອກເຜີຍແຜ່ ໃນວັນພະຫັດມື້ນີ້.
ມີລູກເຮືອ 10 ຄົນ ຢູ່ເທິງກຳປັ່ນລົບຕິດຈະຫຼວດນຳວິຖີຈອນ ແອັສ ແມັກເຄນ (John S.
McCain) ຂອງສະຫະລັດ ໄດ້ເສຍຊີວິດ ເວລາກຳປັ່ນຂອງພວກເຂົາເຈົ້າ ຕຳກັນກັບ
ກຳປັ່ນ ບັນທຸກນ້ຳມັນ ອາລນິກ ແອັມຊີ (Alnic MC) ທີ່ຈົດທະບຽນຢູ່ໄລບີເຣຍເມື່ອ ວັນ
ທີ 21 ສິງຫາ ປີ 2017 ໃກ້ໆຊ່ອງແຄບມາລັກກາ ໃນເຂດນ່ານນ້ຳຂອງສິງກະໂປ.
ລາຍງານຂອງຄະນະກຳມະການສືບສວນດ້ານຄວາມປອດໄພໃນການຂົນສົ່ງຂອງ
ສິງກະໂປ ແຈ້ງວ່າ “ການດຳເນີນການທີ່ຜິດພາດຫຼາຍໆຢ່າງພາໃຫ້ກຳ ປັ່ນລົບ ຈອນ
ແອັສ ແມັກເຄນ ລ້ຽວແບບບໍ່ຖືກຕ້ອງ ບໍ່ເທົ່າໃດນາທີ ກ່ອນຕຳກັນກັບກຳປັ່ນ ອາລນິກ
ແອັມຊີ.”